ກ່ຽວກັບເວັບໄຊ

  • 26992
  • 0

ຈຸດປະສົງຫຼັກຂອງເວັບໄຊນີ້ແມ່ນເພື່ອເປັນການເກັບກຳ ແລະ ສະໜອງຂໍ້ມູນກ່ຽວກັບການເລີ່ມຕົ້ນ ແລະ ການດຳເນີນທຸລະກິດຢູ່ ສປປ ລາວ. ເວັບໄຊນີ້ແມ່ນເຄື່ອງມືໜຶ່ງທີ່ຈະຊ່ວຍສົ່ງເສີມຄວາມໂປ່ງໃສ ແລະ ປະສິດທິຜົນຕໍ່ກັບການດຳເນີນທຸລະກິດເພຶ່ອເປັນການຊ່ວຍຫຼຸດຕົ້ນທຶນໃນການເລີ່ມດຳເນີນທຸລະກິດຂອງບັນດາຜູ້ປະກອບການ , ໂດຍສະເພາະແມ່ນຜູ້ປະກອບການຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ຮັບຜົນກະທົບຈາກບັນດາຂັ້ນຕອນຕ່າງໆທີ່ຫຍຸ້ງຍາກ ແລະ ສັບສົນ.

ເວັບໄຊນີ້ປະກອບດ້ວຍ 5 ໜ້າຕ່າງ ເຊິ່ງເຮັດໜ້າທີ່ແຕກຕ່າງກັນຄື:

 

I. ໜ້າຫຼັກ:

ເປັນໜ້າທຳອິດຂອງເວັບໄຊເຊິ່ງຜູ້ນຳໃຊ້ເວັບໄຊສາມາດຄົ້ນຫາເອກະສານທາງດ້ານພິທີການໂດຍນຳໃຊ້: (1) ແຖບຄົ້ນຫາຂໍ້ມູນ ເຊັ່ນ: ໃບອະນຸຍາດດເນີນທຸລະກິດ, ໃບອະນຸຍາດອື່ນໆ, ໃບຢັ້ງຢືນ ແລະ ເອກະສານອື່ນໆໄດ້; (2) ຜູ້ນຳໃຊ້ເວັບໄຊສາມາດພິມຄຳສັບທີ່ກ່ຽວຂ້ອງກັບເອກະສານທີ່ຕ້ອງການຄົ້ນຫາແລ້ວລະບົບຈະສະແດງຜົນເອກະສານທັງໝົດທີ່ກ່ຽວຂ້ອງເຊິ່ງຜູ້ນຳໃຊ້ສາມາດເຂົ້າໄປເບິ່ງລາຍລະອຽດເພີ່ມຕື່ມຂອງເອກະສານນັ້ນໆໄດ້ທັນທີ.

ນອກຈາກນັ້ນ, ຜູ້ນຳໃຊ້ຍັງສາມາດເຊື່ອມຕໍ່ຫາເວັບໄຊອື່ນໆຂອງພາກລັດທີ່ກ່ຽວຂ້ອງກັບການຂຶ້ນທະບຽນວິສາຫະກິດ, ພາສີ ແລະ ມາດຕະການຕ່າງໆ, ການຄ້າ ແລະ ການບໍລິການ, ລະບົບແຈ້ງພາສີປະຕູດຽວ, ການລົງທຶນປະຕູດຽວ ແລະ ນະໂຍບາຍການຄ້າຕ່າງປະເທດ ຂອງ ສປປ ລາວ.

 

II. ຄົ້ນຫາເອກະສານ

ຜູ້ນຳໃຊ້ເວັບໄຊສາມາດຄົ້ນຫາເອກະສານທີ່ຕ້ອງການຜ່ານລະບົບການກັ່ນຕອງຂໍ້ມູນເຊິ່ງແບ່ງອອກເປັນ 3 ຕົວເລືອກຄື: (1) ຄົ້ນຫາຕາມປະເພດເອກະສານ, (2) ຄົ້ນຫາຕາມກິດຈະການ ແລະ (3) ຄົ້ນຫາຕາມຂະແໜງການ.

 

III. ຊອກຫາກິດຈະການ

ຜູ້ນຳໃຊ້ເວັບໄຊສາມາດຄົ້ນຫາເອກະສານຕາມໝວດຂອງກິດຈະການ ເຊິ່ງແບ່ງໄປຕາມລະຫັດສາລະບານການຈັດແບ່ງຂະແໜງເສດຖະກິດຂອງ ສປປ ລາວ ຫຼື Lao Standard Industrial Classification of All Economic Activities (LSIC) ເຊິ່ງມີທັງໝົດ 21 ໝວດ.

 

IV. ແມ່ຍິງໃນ ສປປ ລາວ

ຜູ້ນຳໃຊ້ເວັບໄຊສາມາດຕິດຕາມຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການສົ່ງເສີມຜູ້ປະກອບການຍິງໃນການດຳເນີນທຸລະກິດ ຢູ່ໃນ ສປປ ລາວ.

 

V. ການຂໍອະນຸຍາດ

ເປັນໜ້າທີ່ສັງລວມເອກະສານທີ່ຜູ້ປະກອບການຕ້ອງຍື່ນຂໍກັບພາກລັດກ່ອນທີ່ຈະສາມາດດຳເນີນທຸລະກິດ ໃດໜຶ່ງໄດ້. ໂດຍຈັດແບ່ງ ການສັງລວມ ເອກະສານເປັນ 2​ ໝວດຫຼັກຄື: (1) ເອກະສານຕາມກະຊວງ/ແຂວງ ຫຼື ນະຄອນຫຼວງ, ແລະ (2) ເອກະສານຕາມຂະແໜງການ.

 

ໝາຍເຫດ: ເອກະສານທັງໝົດຢູ່ໃນໜ້າເວັບໄຊນີ້ແມ່ນການເກັບກຳຂໍ້ມູນກັບບັນດາກົມ, ພະແນກ ແລະ ຂະແໜງທີ່ກ່ຽວຂ້ອງໃນ 18 ກະຊວງ, ທະນາຄານແຫ່ງ ສປປ ລາວ ແລະ 4 ພະແນກ ຂອງນະຄອນຫຼວງວຽງຈັນ ທີ່ກ່ຽວຂ້ອງກັບການອອກໃບອະນຸຍາດດຳເນີນທຸລະກິດເທົ່ານັ້ນ. ສຳລັບເອກະສານທາງດ້ານພິທີການຂອງບາງກົມ ແລະ ພະແນກການຂອງບັນດາແຂວງຕ່າງໆໃນ ສປປ ລາວ ແມ່ນຍັງບໍ່ມີຂໍ້ມູນໃນເວັບໄຊ ໃນປັດຈຸບັນ.

 

ເວັບໄຊນີ້ແມ່ນຖືກພັດທະນາຂຶ້ນພາຍໃຕ້ການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວເຊິ່ງໄດ້ຮັບທຶນຈາກ ທະນາຄານໂລກ, ລັດຖະບານອົດສະຕາລີ (AusAid), ລັດຖະບານອຽກລັງ (Irish Aid) ແລະ ລັດຖະບານສະຫະລັດອາເມຣິກາ (USAid). ໂຄງການນີ້ຖືກຈັດຕັ້ງປະຕິບັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ທະນາຄານໂລກ.

ຕິດຕໍ່: ຫ້​ອງ​ການ​ຖານ​ຂໍ້​ມູນ​ວິ​ສາ​ຫະ​ກິດ​ແຫ່ງ​ຊາດ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ

ອີເມວ: ned.database@gmail.com

ໂທລະສັບ: 021 412011

ຄູ່ຮ່ວມມື

         

© 2024 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ . ສະຫງວນລິຂະສິດ

ການປັບປຸງຫຼ້າສຸດ: ວັນພຸດ, 24 ເດຶອນມັງກອນ 2024

ຜູ້ເຂົ້າຊົມທັງໝົດ: 1510440 | 30 ວັນທີ່ຜ່ານມາ: 27077
ມື້ວານນີ້: 687 | ມື້​ນີ້: 643 | ເບິ່ງສະຖິຕິເພີ່ມຕື່ມຈາກຖານຂໍ້ມູນວິສາຫະກິດ

ສະຖິຕິຜູ້ເຂົ້າຊົມເວັບໄຊ

ລວມ
ຜູ້ເຂົ້າຊົມ: 1510440
ຂໍ້ມູນຕາມກິດຈະການ: 15528
ພາກສ່ວນຮັບຜິດຊອບ: 648
ການຂໍອະນຸຍາດ: 491144
ເບິ່ງເອກະສານທາງດ້ານພິທີການ: 631032
30 ວັນທີ່ຜ່ານມາ
ຜູ້ເຂົ້າຊົມ: 27077
ຂໍ້ມູນຕາມກິດຈະການ: 409
ພາກສ່ວນຮັບຜິດຊອບ: 3
ການຂໍອະນຸຍາດ: 7734
ເບິ່ງເອກະສານທາງດ້ານພິທີການ: 11975
ມື້ວານນີ້
ຜູ້ເຂົ້າຊົມ: 687
ຂໍ້ມູນຕາມກິດຈະການ: 13
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 92
ເບິ່ງເອກະສານທາງດ້ານພິທີການ: 356
ມື້​ນີ້
ຜູ້ເຂົ້າຊົມ: 643
ຂໍ້ມູນຕາມກິດຈະການ: 7
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 149
ເບິ່ງເອກະສານທາງດ້ານພິທີການ: 296
up
reset WAY cursor WAY contrast WAY Font size WAY Black and White WAY Links WAY