ກອງປະຊຸມຄົບຄະນະປະສານງານປັບປຸງຂັ້ນຕອນການ ອອກໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທີ 04)

  • 24.01.2024
  • 2796
  • 0

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2024 ທີ່ ຫ້ອງປະຊຸມໃຫ່ຍຊັ້ນ I ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີການຈັດກອງປະຊຸມຄົບຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທີ 04) ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນ ຫົວໜ້າ ຄະນະປະສານງານ ກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ ໂດຍມີ ທ່ານ ຮອງລັດຖະມົນຕີ, ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການກະຊວງ ແລະ  ບັນດາກົມທີ່ກ່ຽວຂ້ອງ ພາຍໃນ ແລະ ພາຍນອກ ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມທັງໝົດ 125 ທ່ານ.  

ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອສະຫຼຸບຕີລາຄາ ສະພາບການຈັດຕັ້ງປະຕິບັດ ວຽກງານການປັບປຸງຂັ້ນຕອນໃບອະນຸ ຍາດທຸລະກິດ ໃນປີ 2023 ທີ່ຜ່ານມາ ແລະ ປຶກສາຫາລື ທິດທາງແຜນວຽກໃນຕໍ່ໜ້າ ໂດຍລົງເລິກແຜນແກ້ໄຂບັນຫາຂໍ້ຄົງຄ້າງ, ແຜນວຽກບູລິມະສິແລະແນວທາງໃນການເຮັດວຽກຮ່ວມກັນໃນປີ 2024.

ໃນພິທີກ່າວເປີດກອງປະຊຸມຄັ້ງນີ້ ທ່ານປະທານໄດ້ກ່າວຊົມເຊີຍຂະແໜງການທີ່ກ່ຽວຂ້ອງ ທີ່ມີຄວາມ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປັບປຸງໃບອະນຸຍາດໃນຂະແໜງການຂອງຕົນ ຊຶ່ງເຫັນໄດ້ຄື ຫຼາຍຂະແໜງການໄດ້ມີການສະເໜີຕັດກິດຈະການຂອງຂະແໜງການຕົນອອກຈາກບັນຊີກິດຈະການຄວບຄຸມ, ເຮັດສໍາເລັດການປັບປຸງບັນດາລະບຽບການ ແລະ ນິຕິກໍາທີ່ຕິດພັນກັບການຂໍໃບອະນຸຍາດດໍາເນີນທຸລະກິດໄດ້ຫຼາຍສະບັບ ຕາມຂອບເຂດສິດ ແລະ   ໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ ປັບປຸງຂັ້ນຕອນ ແລະ ຕັດບັນດາຂອດຂັ້ນເອກສານທີ່ບໍ່ຈໍາເປັນອອກ ເຮັດໃຫ້ການອອກໃບອະນຸຍາດກະທັດຮັດ ແລະ ວ່ອງໄວຂື້ນກ່ວາເກົ່າ ສາມາດປັບປຸງບັນຍາກາດໃນການດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກຂຶ້ນ.

ຄ່ຽງຄູ່ກັນນັ້ນ, ເພື່ອຮັບປະກັນເຮັດໃຫ້ວຽກງານ ຄໍາສັ່ງເລກທີ 03/ນຍ ສາມາດຈັດຕັ້ງປະຕິບັດໄດ້ຮັບຜົນຢ່າງດີ ແລະ ເປັນຮູບປະທໍາຂຶ້ນກວ່າເກົ່າ, ທ່ານປະທານ ໄດ້ຮຽກຮ້ອງໃຫ້ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 03/ນຍ ໃຫ້ສໍາເລັດ ແລະ ບັນລຸຕາມຄາດໝາຍ ໂດຍເນັ້ນໜັກໃຫ້ແຕ່ລະຂະແໜງ ສືບຕໍ່ຄົ້ນຄວ້າລົງເລິກວຽກງານການປະເມີນຄືນບັນຊີກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການຕົນ ແລະ ເລັ່ງປັບປຸງຂອດຂັ້ນການອອກໃບອະນຸຍາດໃນຂະແໜງການຂອງຕົນ  ໂດຍອີງໃສ່ຄວາມສ່ຽງຂອງກິດຈະການ.

ພ້ອມທັງ ສະເໜີບັນດາຂະແໜງການເອົາໃຈໃສ່ການອັບເດດຂໍ້ມູນດ້ານນິຕິກໍາຕ່າງໆຂອງຂະແໜງການຕົນລົງໃນເວບໄຊຖານຂໍ້ມູນ ດ້ານລະບຽບການຂໍອະນຸຍາດດຳນເນີນທຸລະກິດ (www.bned.moic.gov.la).

ພ້ອມກັນນັ້ນ ກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ ສະພາບການສັງລວມບັນຊີກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງຂັ້ນພື້ນຖານໃຫ້ແກ່ພາກທຸລະກິດ ຊຶ່ງສາມາດສັງລວມທັງໝົດໄດ້ 414 ກິດຈະການ.

ພ້ອມກັນນີ້ ກໍໄດ້ຮັບຟັງການນໍາສະເໜີ ກ່ຽວກັບຫຼັກການ ອອກໃບທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ທີ່ໄດ້ແຍກຂອດການສ້າງຕັ້ງວິສາຫະກິດ (ການຂຶ້ນທະບຽນວິສາຫະກິດ) ອອກຈາກຂອດການອອກໃບອະນຸຍາດດຳເນີນທຸລະກິດ; ຫຼັກການ ແລະ ບົດຮຽນທີ່ດີຂອງສາກົນກ່ຽວກັບ ການປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ກົນໄກການ ຄຸ້ມຄອງການອອກໃບອະນຸຍາດດໍາເນີນທຸລະກິດ ໂດຍ ທ່ານຫົວໜ້າກົມທະບຽນວິສາຫະກິດ. ກອງປະຊຸມດໍາເນີນ ໄປດ້ວຍຄວາມສໍາເລັດຢ່າງຈົບງາມ.

ກອງປະຊູມຄັ້ງນີ້ ໄດ້ຮັບການຊ່ວຍເຫລືອໂດຍ ໂຄງການ ສົ່ງເສີມສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນ ແລະ ການຄ້າ (ໂຄງການ LCT) ເຊີ່ງເປັນ ໂຄງການທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ ໂດຍມີເປົ້າໝາຍເພື່ອຫຼຸດ­ຜ່ອນ ແລະ ລົບລ້າງອຸ­ປະ­ສັກທີ່ມີຕໍ່ການເຕີບໃຫ່ຂະ­ຫຍາຍ­ຕົວຂອງທຸ­ລະກິດ ໂດຍໃຫ້­ການຊ່ວຍ­ເຫຼືອທາງດ້ານວິ­ຊາການ ແລະ ງົບ­ປະ­ມານ ເພື່ອປັບ­ປຸງສະ­ພາບແວ້ລ້ອມດ້ານລະ­ບຽບກົດ­ໝາຍ, ຫຼຸດ­ຜ່ອນຕົ້ນທຶນການຄ້າ­ຂາຍ ແລະ ຍົກລະ­ດັບຄວາມສາ­ມາດການແຂ່ງ­ຂັນຂອງໜ່ວຍທຸ­ລະກິດ.

 

ຄູ່ຮ່ວມມື

         

© 2024 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ . ສະຫງວນລິຂະສິດ

ການປັບປຸງຫຼ້າສຸດ: ວັນພຸດ, 24 ເດຶອນມັງກອນ 2024

ຜູ້ເຂົ້າຊົມທັງໝົດ: 1530179 | 30 ວັນທີ່ຜ່ານມາ: 13548
ມື້ວານນີ້: 347 | ມື້​ນີ້: 0 | ເບິ່ງສະຖິຕິເພີ່ມຕື່ມຈາກຖານຂໍ້ມູນວິສາຫະກິດ

ສະຖິຕິຜູ້ເຂົ້າຊົມເວັບໄຊ

ລວມ
ຜູ້ເຂົ້າຊົມ: 1530179
ຂໍ້ມູນຕາມກິດຈະການ: 15785
ພາກສ່ວນຮັບຜິດຊອບ: 651
ການຂໍອະນຸຍາດ: 497083
ເບິ່ງເອກະສານທາງດ້ານພິທີການ: 639596
30 ວັນທີ່ຜ່ານມາ
ຜູ້ເຂົ້າຊົມ: 13548
ຂໍ້ມູນຕາມກິດຈະການ: 150
ພາກສ່ວນຮັບຜິດຊອບ: 3
ການຂໍອະນຸຍາດ: 4529
ເບິ່ງເອກະສານທາງດ້ານພິທີການ: 6026
ມື້ວານນີ້
ຜູ້ເຂົ້າຊົມ: 347
ຂໍ້ມູນຕາມກິດຈະການ: 3
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 93
ເບິ່ງເອກະສານທາງດ້ານພິທີການ: 105
ມື້​ນີ້
ຜູ້ເຂົ້າຊົມ: 0
ຂໍ້ມູນຕາມກິດຈະການ: 0
ພາກສ່ວນຮັບຜິດຊອບ: 0
ການຂໍອະນຸຍາດ: 0
ເບິ່ງເອກະສານທາງດ້ານພິທີການ: 0
up
reset WAY cursor WAY contrast WAY Font size WAY Black and White WAY Links WAY