ໃບອະນຸຍາດສ້າງຕັ້ງວາລະສານ
License to Establish a Magazine
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 01.09.2017 | |
| ພາກສ່ວນຮັບຜິດຊອບ | ກົມສື່ມວນຊົນ
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງອົງການສື່ມວນຊົນ (ວາລະສານ) |
|
| ເງື່ອນໄຂໃນການຂໍເອກະສານ |
1. ກຳນົດຊື່, ປະເພດສື່ມວນຊົນ, ອຸດົມການ, ຈຸດປະສົງທີ່ສອດຄ່ອງກັບພາລະບົດບາດຂອງອົງການເຈົ້າຂອງສື່ມວນຊົນ, ເປົ້າໝາຍການຮັບໃຊ້, ຂອບເຂດການພິມ ແລະ ຈຳໜ່າຍສື່ສິ່ງພິມ, ກຳລັງແຮງຂອງເຄື່ອງສົ່ງ, ກຳນົດເວລາການກະຈາຍ, ກຳນົດການນຳໃຊ້ຄຶ້ນຄວາມຖີ່, ຂອບເຂດກະຈາຍຄຶ້ນ, ລວມທັງພາສາ, ລະຫັດຊື່ທາງອິນເຕີເນັດທີ່ຈະນຳໃຊ້ຂອງອົງການສື່ມວນຊົນນັ້ນ, 2. ກຳນົດຊື່, ໂຄງປະກອບ, ເນື້ອໃນ, ຮູບແບບຂອງຜະລິດຕະພັນສື່ມວນຊົນ 3. ມີກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ທີ່ມີເງື່ອນໄຂ ຕາມທີ່ໄດ້ກຳນົດໄວ້ຕາມມາດຕາ 29, 32 ແລະ 34 ຕາມກົດໝາຍວ່າດ້ວຍສື່ມວນຊົນ 4. ມີສຳນັກງານ, ພາຫະນະ, ອຸປະກອນເຕັກນິກ, ທຶນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ 5. ສອດຄ່ອງກັບແຜນພັດທະນາ ແລະ ຄຸ້ມຄອງສື່ມວນຂົນໃນແຕ່ລະໄລຍະ |
|
| ຄໍາເຫັນເພີ່ມເຕີມ |
ຕ້ອງໄດ້ຂໍອະນຸຍາດສ້າງຕັ້ງອົງການສື່ມວນຊົນພ້ອມກັບຂໍໃບອະນຸຍາດນີ້. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບົດວິພາກເສດຖະກິດເຕັກນິກ | ||||
| ໃບສະເໜີ | ເຖິງທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ໂດຍຜ່ານຫ້ອງການ ແລະ ພະແນກ ຖວທ ຂອງເມືອງ ແລະ ແຂວງຕາມລຳດັບ) |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຂໍ້ຕົກລົງເຫັນດີຂອງທ່ານເຈົ້າແຂວງ | ອະນຸຍາດໃນການສ້າງຕັ້ງວາລະສານ |
|||
| ໜັງສືສະເໜີຂໍຕໍ່ອາຍຸ | ||||
| ໃບອະນຸຍາດປີຜ່ານມາ | ໃບແທ້ |
|||
| ໃບທະບຽນວິສາຫະກິດ | ຢັ້ງຢືນຈາກພະແນກອຸດສາຫະກຳ ແລະ ການຄ້າ |
|||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ຮູບ 3x4 | ຈຳນວນ 2 ໃບ |
|||
| ບົດສະຫຼຸບຂອງການເຄື່ອນໄຫວ | ຂອງປີຜ່ານມາ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | ພາຍໃນກຳນົດເວລາ 90 ວັນ. ຫຼັງຈາກໄດ້ຮັບຄຳຮ້ອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຕ້ອງພິຈາລະນາອອກໃບອະນຸຍາດ. ໃນກໍລະນີທີ່ບໍ່ອະນຸຍາດຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ພາຍຫຼັງປະກອບເອກະສານຕາມທີ່ກຳນົດໄວ້ຄົບຖ້ວນແລ້ວ, ນັກວິຊາການກ່ຽວຂ້ອງລົງກວດຕົວຈິງ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 100000.00 | 0.00 | 100000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເລກທີ003/ປປທ, ໝວດທີ IX, ມາດຕາ 55 |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 100000.00 | 0.00 | 100000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເລກທີ003/ປປທ, ໝວດທີ IX, ມາດຕາ 55 |
|||





