ໃບອະນຸຍາດສ້າງຕັ້ງວິສາຫະກິດບໍລິການຈັດຫາງານ (ໂຈະ)
License to Establish Recruitment Service Enterprise (suspended)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 17.06.2020 | |
| ພາກສ່ວນຮັບຜິດຊອບ | ກົມການຈັດຫາງານ
|
|
| LSIC | N - ການເຄື່ອນໄຫວບໍລິການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ນິຕິບຸກຄົນທີ່ເປັນພົນລະເມືອງລາວ, ລວມທັງຕ່າງປະເທດ ທີ່ຮ່ວມທຶນກັບຄົນລາວລ້ວນແຕ່ມີສິດສ້າງຕັ້ງວິສາຫະກິດບໍລິການຈັດຫາງານ ໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງ ແລະ ຄຸ້ມຄອງວິສາຫະກິດບໍລິການຈັດຫາງານ 043/ຮສສ |
|
| ເງື່ອນໄຂໃນການຂໍເອກະສານ |
- ບຸກຄົນ ຫຼື ນິຕິບຸກຄົນ ທີ່ຖືສັນຊາດລາວ ຫຼື ຕ່າງປະເທດຮ່ວມທຶນກັບຄົນລາວ - ມີອາຍຸ 25 ປິຂຶ້ນໄປ - ມີລະດັບການສຶກສາຈົບມັດທະຍົມປາຍຂຶ້ນໄປ - ມີສຸຂະພາບແຂງແຮງ ແລະ ສົມບູນ - ມີຊີວະປະຫວັດຈະແຈ້ງ - ມີເງິນຄ້ຳປະກັນເວລາຈັດສົ່ງໄປຕ່າງປະເທດ ແລະ ເງິນທະບຽນຂໍອະນຸຍາດສ້າງຕັ້ງ - ຕ້ອງຍື່ນເອກະສານຂໍອະນຸຍາດດ້ວຍຕົນເອງ - ບໍ່ຢູ່ໃນໄລຍະລົ້ມລະລາຍດ້ານທຸລະກິດ - ມີປະສົບການດ້ານການດຳເນີນທຸລະກິດໃດໜຶ່ງມາກ່ອນ ແລະ ຕ້ອງມີວິຊາການດ້ານແຮງງານ - ມີສຳນັກງານ, ມີອຸປະກອນຮັບໃຊ້, ມີສະຖານທີ່ຝຶກສີມືຂັ້ນພຶ້ນຖານ, ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ - ມີທຶນຈົດທະບຽນສຳລັບຈັດຫາງານພາຍໃນຕ່ຳສຸດຈຳນວນ 200 ລ້ານກີບ ແລະ ເງິນສົດຄ້ຳປະກັນເປັນເງີນກີບ ເທົ່າກັບ 2,000 ໂດລາສະຫະລັດ - ມີທຶນຈົດທະບຽນສຳລັບຈັດຫາງານພາຍໃນ ແລະ ໄປຕ່າງປະເທດຕ່ຳສຸດຈຳນວນ 2,000 ລ້ານກີບ ແລະ ເງິນສົດຄ້ຳປະກັນເປັບເງິນກີບ ເທົ່າກັບ 20,000 ໂດລາສະຫະລັດ. ເງິນຄ້ຳປະກັນດັ່ງກ່າວໃຫ້ຖອກເຂົ້າບັນຊີຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ອນການໄດ້ຮັບອະນຸຍາດ ເພື່ອແຮໄວ້ຈ່າຍໃນກໍລະນີເກີດຄວາມຜິດພາດຂອງວິສາຫະກິດ (ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ຄຸ້ມຄອງວິສາຫະກິດບໍລິການຈັດຫາງານ, ເລກທີ 043/ຮສສ) |
|
| ຄໍາເຫັນເພີ່ມເຕີມ |
ການບໍລິການຈັດຫາງານ ອາດມີແນວໂນ້ມເກີດຄວາມສ່ຽງໃນການຄ້າມະນຸດ ຫຼື ການຈຳແນກເລືອກປະຕິບັດໃນການຈ້າງງານ. ດັ່ງນັ້ນ, ແມ່ນມີຄວາມຈຳເປັນສຳລັບພາກລັດໃນການຮຽກຮ້ອງຂໍໃຫ້ມີການຂໍໃບອະນຸຍາດສ້າງຕັ້ງວິສາຫະກິດທີ່ຈະປະກອບການນີ້ເພື່ອປ້ອງກັນຄວາມສ່ຽງດັ່ງກ່າວ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ຂໍສ້າງຕັ້ງວິສາຫະກິດບໍລິການຈັດຫາງານພາຍໃນ ຫຼື ທັງຈັດຫາງານພາຍໃນປະເທດ ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ ຕ້ອງບົ່ງແຈ້ງ |
|||
| ແຜນວາດທີ່ຕັ້ງຂອງວິສາຫະກິດ | ລວມທັງເບີໂທລະສັບ ແລະ ແຟັກ |
|||
| ໃບແຈ້ງໂທດ | ||||
| ໃບຢັ້ງຢືນວຸດທິການສຶກສາ | ຕ້ອງມີວຸດທີການສຶກສາຈົບ ມ ປາຍ ຫຼື ວິຊາສະເພາະອັນແນ່ນອນ |
|||
| ບົດວິພາກເສດຖະກິດເຕັກນິກ | ກ່ຽວກັບການບໍລິການຈັດຫາງານ |
|||
| ໃບຊີວະປະຫວັດຂອງຜູ້ອຳນວຍການ | ||||
| ໂຄງຮ່າງການຈັດຕັ້ງ ຫຼື ສະພາບໍລິຫານ | ||||
| ກົດລະບຽບວິສາຫະກິດ | ||||
| ກົດລະບຽບກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຮງງານ | ຄຸ້ມຄອງພະນັກງານ |
|||
| ໃບຢັ້ງຢືນທີ່ຢູ່ | ||||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວ | ||||
| ຮູບ 4x6 | ຈຳນວນ 4 ໃບ |
|||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 60 | - ສຳລັບວິສາຫະກິດບໍລິການຈັດຫາງານພາຍໃນແມ່ນບໍ່ໃຫ້ເກີນ 30 ວັນລັດຖະການ ນັບແຕ່ມື້ໄດ້ຮັບຄຳຮ້ອງ (ບໍ່ນັບມື້ຄຳຮ້ອງຜ່ານພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງ) - ສຳລັບວິສາຫະກິດບໍລິການຈັດຫາງານພາຍໃນ ແລະ ໄປຕ່າງປະເທດ ແມ່ນບໍ່ເກີນ 60 ວັນລັດຖະການ ນັບແຕ່ມື້ໄດ້ຮັບຄຳຮ້ອງ (ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ເລກທີ 043/ຮສສ) |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ການຕໍ່ອາຍຸໃບອະນຸຍາດຕ້ອງມີການສະຫຼຸບລາຍງານການຈັດຕັ້ງປະຕິບັດສາມປີທີ່ຜ່ານມາ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 1000000.00 | 0.00 | 1000000.00 |
| ຄຳເຫັນ |
ອີງຕາມ: ລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ເລກທີ 003/ປປທ ຄ່າທຳນຽມອອກໃບອະນຸຍາດສ້າງຕັ້ງວິສາຫະກິດ ບໍລິການຈັດຫາງານພາຍໃນປະເທດ 500,000 ກີບຕໍ່ຄັ້ງ, ຄ່າທຳນຽມອອກໃບອະນຸຍາດສ້າງຕັ້ງວິສາຫະກິດ ບໍລິຫານຈັດຫາງານພາຍໃນ ແລະ ໄປຕ່າງປະເທດ 1,000,000 ກີບຕໍ່ຄັ້ງ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 500000.00 | 0.00 | 500000.00 |
| ຄຳເຫັນ |
ອີງຕາມ: ລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ເລກທີ 003/ປປທ ການຕໍ່ໃບອະນຸຍາດສ້າງຕັ້ງວິສາຫະກິດ ບໍລິການຈັດຫາງານພາຍໃນປະເທດ 250,000 ກີບຕໍ່ຄັ້ງ, ຄ່າທຳນຽມອອກໃບອະນຸຍາດສ້າງຕັ້ງວິສາຫະກິດ ບໍລິຫານຈັດຫາງານພາຍໃນ ແລະ ໄປຕ່າງປະເທດ 500,000 ກີບຕໍ່ຄັ້ງ |
|||





