ໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ
License to Operate a Currency Exchange Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 28.12.2017 | |
| ພາກສ່ວນຮັບຜິດຊອບ | ກົມນະໂຍບາຍເງິນຕາ
|
|
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ທີ່ມີຈຸດປະສົງຕ້ອງການດຳເນີນທຸລະກິດແລກປ່ຽນເງິນຕາ |
|
| ເງື່ອນໄຂໃນການຂໍເອກະສານ |
1. ເປັນບຸກຄົນທີ່ຖືສັນຊາດລາວ ຫຼື ເປັນນິຕິບຸກຄົນ ທີ່ດຳເນີນທຸລະກິດທີ່ຕິດພັນ ເປັນຕົ້ນ ທຸລະກິດການໂຮງແຮມ ແລະ ທ່ອງທ່ຽວ; 2. ດຳເນີນທຸລະກິດມີຜົນກຳໄລ ຢ່າງຕໍ່ເນື່ອງໃນໄລຍະ ສາມ ປີຜ່ານມາ (ສຳລັບນິຕິບຸກຄົນ); 3. ມີທຶນຈົດທະບຽນຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້; 4. ມີປະຫວັດການເຄື່ອນໄຫວຢູ່ ສປປ ລາວ ຢ່າງຈະແຈ້ງ, ບໍ່ມີສ່ວນກ່ຽວຂ້ອງກັບບຸກຄົນ ຫຼື ຜູ້ຕ້ອງສົງໄສໃນສະຖານການຟອກເງິນ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 5. ບໍ່ເຄີຍຖືກສານຕັດສິນລົງໂທດ, ກຳລັງຖືກດຳເນີນຄະດີ ຫຼື ມີສ່ວນພົວພັນ ໃນສະຖານການກະທຳຜິດໃດໜຶ່ງທີ່ກ່ຽວຂ້ອງກັບ ການສໍ້ໂກງ, ການຍັກຍອກຊັບ ແລະ ການຟອກເງິນ; 6. ບໍ່ເຄີຍຖືກຖອນໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາມາກ່ອນ ຍົກເວັ້ນກໍລະນີຂໍຍຸບເລີກດ້ວຍຄວາມສະໝັກໃຈ; 7. ມີສະຖານທີ່ຕັ້ງທີ່ເໝາະສົມ ແລະ ຮັບປະກັນຄວາມປອດໄພໃນການບໍລິການແລກປ່ຽນເງິນຕາ; 8. ມີແຜນປະກອບອຸປະກອນຮັບໃຊ້ ແລະ ນຳໃຊ້ລະບົບທີ່ທະນາຄານແຫ່ງ ສປປ ລາວ ກໍານົດ ເຊັ່ນ: ລະ ບົບລາຍງານການ ຊື້-ຂາຍ ເງິນຕາ, ຄອມພິວເຕີ, ອິນເຕີເນັດ ແລະ ກ້ອງວົງຈອນປິດ, ໂທລະສານ, ເຄື່ອງສຳເນົາເອກະສານ, ເຄື່ອງກວດເງິນ, ເຄື່ອງນັບເງິນ, ເຄື່ອງຄິດໄລ່, ກະດານແຈ້ງອັດຕາແລກປ່ຽນ ແລະ ອຸປະກອນຮັບໃຊ້ອື່ນທີ່ຈຳເປັນ. |
|
| ຄໍາເຫັນເພີ່ມເຕີມ |
ຜູ້ທີ່ມີຈຸດປະສົງດຳເນີນທຸລະກິດແລກປ່ຽນເງິນຕາ ຕ້ອງໄດ້ຮັບການຂຶ້ນທະບຽນວິສາຫະກິດນຳຂະແໜງ ອຸດສາຫະກຳ ແລະ ການຄ້າ, ແລ້ວປະກອບເອກະສານຂໍອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ນໍາທະນາ ຄານແຫ່ງ ສປປ ລາວ. ຕ້ອງປະກອບທຶນຈົດທະບຽນຢ່າງໜ້ອຍໜຶ່ງຕື້ກີບ. ທຶນທີ່ປະກອບເປັນທຶນຈົດທະບຽນແມ່ນທຶນໝູນວຽນເທົ່ານັ້ນ ເຊິ່ງທຶນດັ່ງກ່າວຕ້ອງເປັນທຶນຂອງຜູ້ກ່ຽວທີ່ໄດ້ມາໂດຍຖືກຕ້ອງຕາມກົດໝາຍແລະຕ້ອງຝາກໄວ້ນຳທະນາຄານທຸລະກິດຢູ່ ສປປລາວ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບແຈ້ງໂທດ | ບໍ່ເກີນ 90 ວັນ |
|||
| ແຜນອຸປະກອນຮັບໃຊ້ | ແລະ ເຄື່ອງມືຮັບໃຊ້ |
|||
| ໃບຢັ້ງຢືນຖານະການເງິນ ແລະ ໃບລາຍງານບັນຊີສຳຮອງຢູ່ທະນາຄານທີ່ມີການເຄື່ອນໄຫວຍ້ອນຫຼັງໄລຍະ 90 ວັນຂຶ້ນໄປ | ||||
| ຊີວະປະຫວັດ | ຂອງຜູ້ສະເໜີຂໍອະນຸຍາດ |
|||
| ສຳເນົາບັດປະຈຳຕົວ | ສຳເນົາສຳມະໂນຄົວ, ຫຼື ໜັງສືຜ່ານແດນຂອງຜູ້ສະເໜີຂໍອະນຸຍາດ |
|||
| ແຜນການດຳເນີນທຸລະກິດ | ||||
| ໜັງສືແນະນຳ | ຫຼື ໜັງສືແຈ້ງເຈດຈຳນົງອອກໂດຍກະຊວງອຸດສາຫະກຳ ແລະ ການຄ້າ (ສະບັບກາແດງ) |
|||
| ໃບຢັ້ງຢືນທີ່ຕັ້ງຮ້ານ | ແລະ ແຜນວາດທີ່ຕັ້ງທີ່ໄດ້ຮັບການຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນ (ກໍລະນີຫາກເປັນການເຊົ່າສະຖານທີ່ຕ້ອງຄັດຕິດສຳເນົາສັນຍາເຊົ່າ) |
|||
| ໃບຄຳຮ້ອງ | ຂໍອະນຸຍາດສ້າງຕັ້ງຮ້ານແລກປ່ຽນເງິນຕາຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ |
|||
| ສຳເນົາໃບທະບຽນວິສາຫະກິດ | ຫຼື ໃບອະນຸຍາດລົງທຶນ (ສຳລັບນິຕິບຸກຄົນ) |
|||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ສຳລັບນິຕິບຸກຄົນ. |
|||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | ກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ |
|||
| ຮູບ 3x4 | ຂອງຜູ້ສະເໜີ ຈຳນວນ 2 ໃບ (ບໍ່ເກີນ 90 ວັນ) |
|||
| ໃບຢັ້ງຢືນທີ່ຢູ່ | ||||
| ແຜນປະກອບພະນັກງານ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ຂໍຕໍ່ໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ |
|||
| ໃບອະນຸຍາດດຳເນີນທຸລະກິດ | ໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາປະຈຳປີ |
|||
| ສຳເນົາໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ເອກະສານລາຍງານການເງິນ | ຫຼື ບົດສະຫຼຸບບັນຊີ ປະຈຳປີ |
|||
| ໃບລາຍງານບັນຊີສຳຮອງ | ຂອງຮ້ານແລກປ່ຽນເງິນຕາທີ່ມີການເຄື່ອນໄຫວໄລຍະ 1 ປີ ຍ້ອນຫຼັງ (ທຸກສະກຸນເງິນທີ່ນຳໃຊ້ໃນການດຳເນີນທຸລະກິດແລກປ່ຽນເງິນຕາ) |
|||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | ກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ |
|||
| ຮູບ 3x4 | ຂອງຜູ້ສະເໜີ ຈຳນວນ 2 ໃບ (ບໍ່ເກີນ 90 ວັນ) |
|||
| ສັນຍາການນຳໃຊ້ລະບົບລາຍງານການຊື້-ຂາຍເງິນຕາປະຈຳປີກັບພາກສ່ວນທີ່ກ່ຽວຂ້ອງ | ສຳເນົາ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມນະໂຍບາຍເງິນຕາ, ທະນາຄານ ແຫ່ງ ສປປ ລາວ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 20 | ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ຢູ່ທ້ອງຖິ່ນຈະພິຈາລະນາການຂໍອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາແລະແຈ້ງຕອບຜົນການພິຈາລະນາຢ່າງເປັນລາຍລັກອັກສອນພາຍໃນເວລາ20 ວັນນັບແຕ່ວັນທີ່ໄດ້ຮັບເອກະສານຄົບຖ້ວນແລະຖືກຕ້ອງເປັນຕົ້ນໄປ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ມີອາຍຸການນຳໃຊ້ ນັບແຕ່ ເດືອນ ມັງກອນ ເຖິງ ເດືອນທັນວາ ຂອງທຸກໆປີ. ຜູ້ດຳເນີນທຸລະກິດແລກປ່ຽນເງິນຕາທີ່ມີຈຸດປະສົງສືບຕໍ່ດຳເນີນທຸລະກິດແລກປ່ຽນເງິນຕາຕ້ອງສະເໜີຂໍຕໍ່ໃບອະນຸ ຍາດດໍາເນີນທຸລະກິດ ນໍາທະນາຄານແຫ່ງສປປລາວພາຍໃນເວລາ 30 ວັນກ່ອນໃບອະນຸຍາດໝົດອາຍຸການນຳໃຊ້. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 100000.00 | 0.00 | 100000.00 |
| ຄຳເຫັນ |
ອີງຕາມຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາ, ເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ຄ່າທຳນຽມອອກໃບອະນຸຍາດດຳເນີນທຸລະກິດໃໝ່ຈຳນວນ0,05%(ສູນຈຸດສູນຫ້າສ່ວນຮ້ອຍ) ຂອງທຶນຈົດທະບຽນ, ແຕ່ສູງສຸດບໍ່ເກີນ 3.000.000 ກີບ (ສາມລ້ານກີບ) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 500000.00 | 0.00 | 500000.00 |
| ຄຳເຫັນ |
ອີງຕາມຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາ, ເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 |
|||





