ໃບອະນຸຍາດລົງທຶນ ສໍາລັບ ທຸລະກິດສຳປະທານ
License for Investment in Concession Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 19.01.2018 | |
| ພາກສ່ວນຮັບຜິດຊອບ | ກົມສົ່ງເສີມການລົງທຶນ
                                                         | 
                                                |
| LSIC | A - ກະສິກໍາ, ປ່າໄມ້ ແລະ ການປະມົງ, B - ອຸດສາຫະກໍາບໍ່ແຮ່ ແລະ ການຂຸດຄົ້ນ, D - ການສະໜອງໄຟຟຟ້າ, ອາຍແກັສ ແລະ ອາຍເຢັນ, K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ, ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ນິຕິບຸກຄົນ ທີ່ມີຈຸດປະສົງລົງທຶນໃນກິດຈະການ ສໍາປະທານ ຊຶ່ງແມ່ນ ກິດຈະການທີ່ຜູ້ລົງທຶນໄດ້ຮັບອະນຸຍາດໃນການສໍາປະທານຈາກລັດ ເພື່ອພັດທະນາ ແລະ ດໍາເນີນທຸລະກິດໃດໜຶ່ງ ເຊັ່ນ ການສໍາປະທານທີ່ດິນ, ການສໍາປະທານສາຍການບິນ, ການຂຸດຄົ້ນບໍ່ແຮ່ ແລະ ການພັດທະນາແຫລ່ງພະລັງງານໄຟຟ້າ.  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ຜູ້ຮ້ອງຂໍຕ້ອງມີປະສົບການ ແລະ ໄດ້ຮັບຜົນສໍາເລັດທາງດ້ານທຸລະກິດ ໂດຍມີການຢັ້ງຍືນຈາກ ອົງການທີ່ກ່ຽວຂ້ອງ, ຕ້ອງມີຖານະທາງດ້ານການເງິນ ຫລື ແຫລ່ງທຶນ ຊຶ່ງໄດ້ຮັບການຢັ້ງຍືນຈາກສະຖາບັນການເງິນ ພາຍໃນ ຫລື ຕ່າງປະເທດ 2. ຜູ້ຮ້ອງຂໍ ຕ້ອງມີເງື່ອນໄຂ ແລະ ຄຸນະສົມບັດ ຕາມທີ່ກໍານົດໄວ້ສະເພາະ ສໍາລັບ ແຕ່ລະປະເພດ ກິດຈະການທີ່ຈະລົງທຶນ ເຊັ່ນ ກິດຈະການໄຟຟ້າ, ກິດຈະການບໍ່ແຮ່ 3. ຕ້ອງມີທຶນຈົດທະບຽນ ບໍ່ຫລຸດ 30 ສ່ວນຮ້ອຍຂອງທຶນທັງໝົດ  | 
                                                |
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສຳເນົາໜັງສືເດີນທາງຂອງອໍານວຍການ | ||||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | ||||
| ໃບແຈ້ງໂທດ | ||||
| ສຳເນົາໃບທະບຽນວິສາຫະກິດ | ||||
| ຊີວະປະຫວັດ | ||||
| ສັນຍາຮ່ວມຮຸ້ນ | ||||
| ໃບຢັ້ງຢືນຖານະການເງິນ ແລະ ໃບລາຍງານບັນຊີສຳຮອງຢູ່ທະນາຄານທີ່ມີການເຄື່ອນໄຫວຍ້ອນຫຼັງໄລຍະ 90 ວັນຂຶ້ນໄປ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ | ||||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວຂອງອໍານວຍການ | ||||
| ກົດລະບຽບວິສາຫະກິດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 65 | 1. ຫ້ອງການບໍລິການປະຕູດຽວ ຕ້ອງສົ່ງເອກະສານຄໍາຮ້ອງໄປຂໍຄໍາເຫັນນໍາຂະແໜງການ ແລະ ທ້ອງຖິ່ນ ພາຍໃນ 2 ວັນລັດຖະການ ເພື່ອຄົ້ນຄວ້າ ຕອບພາຍໃນ 30 ວັນລັດຖະການ 2. ພາຍຫລັງມີຄໍາເຫັນຈາກຂະແໜງການ, ນໍາສະເໜີການລົງທຶນຕໍ່ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາຫລັກການ ໃນ 30 ວັນລັດຖະການ 3. ພາຍຫລັງຄະນະກໍາມະການ ຕົກລົງເຫັນດີທາງດ້ານຫລັກການແລ້ວ, ຫ້ອງການບໍລິການປະຕູດຽວ ຈັດກອງປະຊຸມເຈລະຈາບົດບັນທຶກຄວາມເຂົ້າໃຈ ຫລື ສັນຍາ ແລະ ໃຫ້ຜູ້ລົງທຶນມາລົງນາມ 4. ພາຍຫລັງເຊັນສັນຍາສໍາປະທານແລ້ວ, ຫ້ອງການບໍລິການປະຕູດຽວ ຕ້ອງອອກໃບອະນຸຍາດ ພາຍໃນເວລາ 3 ວັນລັດຖະການ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 600 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ອາຍຸການລົງທຶນໃນກິດຈະການສໍາປະທານ ແມ່ນ ອີງຕາມປະເພດ, ຂະໜາດ, ມູນຄ່າການລົງທຶນ, ເງື່ອນໄຂ, ບົດວິພາກເສດຖະກິດ-ເຕັກນິກຂອງກິດຈະການ ຕາມກົດໝາຍທີ່ກ່ຽວຂ້ອງ ແຕ່ສູງສຸດ ບໍ່ໃຫ້ເກີນ 50 ປີ ຈະຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ຫລື ສະພາແຫ່ງຊາດ ຫລື ສະພາປະຊາຊົນຂັ້ນແຂວງ ຕາມຂອບເຂດສິດ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 320000.00 | 50000.00 | 370000.00 | 
| ຄຳເຫັນ | 
                                                        ກົດໝາຍກ່ຽວຂ້ອງ (ລວມທັງ ລັດຖະບັນຍັດປະທານປະເທດ) ບໍ່ໄດ້ລະບຸຄ່າທໍານຽມ ແລະ ຄ່າບໍລິການໄວ້ ແຕ່ເຈົ້າໜ້າທີ່ແຈ້ງວ່າ ຄ່າແບບຟອມ ແລະ ຄ່າທໍານຽມທັງໝົດ ແມ່ນ 370,000 ກີບ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 100000.00 | 0.00 | 100000.00 | 
| ຄຳເຫັນ | 
                                                        ກົດໝາຍກ່ຽວຂ້ອງ (ລວມທັງ ລັດຖະບັນຍັດປະທານປະເທດ) ບໍ່ໄດ້ລະບຸຄ່າທໍານຽມ ແລະ ຄ່າບໍລິການໄວ້ ແຕ່ເຈົ້າໜ້າທີ່ແຈ້ງວ່າ ຄ່າທໍານຽມທັງໝົດ ສໍາລັບການຕໍ່ອາຍຸ ແມ່ນ 100,000 ກີບຕໍ່ເທື່ອ.  | 
                                                |||





