ໃບອະນຸຍາດສຳລັບນິຕິບຸກຄົນທີ່ເປັນນາຍໜ້າປະກັນໄພ
License to Establish the Insurance Broker Company for Legal Entity
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 06.11.2017 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງວິສະຫະກິດລັດລົງທຶນ ແລະ ການປະກັນໄພ
                                                         | 
                                                |
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫຼື ນິຕິບຸກຄົນທີ່ມີຈຸດປະສົງດຳເນີນການບໍລິການເປັນນາຍໜ້າປະກັນໄພ ຊຶ່ງໝາຍເຖິງຄົນກາງ ລະຫວ່າງ ລູກຄ້າ ກັບ ບໍລິສັດປະກັນໄພ ໃນການເຮັດສັນຍາປະກັນໄພ; ໂດຍມີເງື່ອນໄຂວ່າ ນາຍໜ້າປະກັນໄພໃດໜຶ່ງ ສາມາດເປັນນາຍໜ້າປະກັນໄພກັບ ໜຶ່ງ ຫຼື ຫຼາຍບໍລິສັດປະກັນໄພ.  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ຕ້ອງເປັນນິຕິບຸກຄົນໃດໜຶ່ງ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດຢ່າງຖືກຕ້ອງ ຕາມລະບຽບກົດໝາຍ; 2. ຕ້ອງມີປະກາສະນີຍະບັດທາງດ້ານປະກັນໄພ, ມີໃບຢັ້ງຢືນຜ່ານການສອບເສັງ ຫຼື ຝຶກອົບຮົມວິຊາສະເພາະດ້ານປະກັນໄພມາກ່ອນ; 3. ຕ້ອງມີທຶນຈົດທະບຽນຕໍ່າສຸດບໍ່ໃຫ້ຫຼຸດ 50 ລ້ານກີບ; 4. ຕ້ອງມີເງິນຄຳ້ປະກັນຢ່າງໜ້ອຍ 1/3 ຂອງທຶນຈົດທະບຽນ; 5. ມີສັນຍາໃນການເປັນນາຍໜ້າປະກັນໄພນຳບໍລິສັດປະກັນໄພໃດໜຶ່ງ; ແລະ 6. ບໍ່ເຄີຍຖືກຖອນໃບອະນຸຍາດເປັນນາຍໜ້າປະກັນໄພ ໃນໄລຍະເວລາ 5 ປີ ກ່ອນວັນທີ່ຍື່ນຄຳຮ້ອງຂໍໃບອະນຸຍາດ.  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        1. ນາຍຫນ້າປະກັນໄພຈະຕ້ອງສະແດງຫຼັກຖານໃບອະນຸຍາດນີ້ທຸກຄັ້ງທີ່ຂາຍປະກັນໄພ; 2. ຜູ້ສະຫມັກຕ້ອງໄດ້ຮັບການຂຶ້ນທະບຽນ (ໃບທະບຽນວິສາຫະກິດ) ຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ 3. ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດແລ້ວພາຍໃນ 3 ເດືອນ ຕ້ອງຍື່ນເອກະສານຄຳຮ້ອງ ຂໍອະນຸຍາດດຳເນີນທຸລະກິດນຳກົມ ຄປລ, ກະຊວງການເງິນ. ຖ້າກາຍກຳນົດເວລາ 3 ເດືອນຈະຖືກ ປັບໄໝ 20 ລ້ານກີບ 4. ການຊັກຊ້າໃນການຂໍຕໍ່ໃບອະນຸຍາດຈະຖືກປັບໄຫມແຕ່ 1 ເຖິງ 10 ເທົ່າຂອງຄ່າທຳນຽມ, ຂຶ້ນກັບໄລຍະເວລາຂອງການຊັກຊ້າ (3 ເດືອນ ຫາ 6 ເດືອນ)  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ||||
| ຮູບຖ່າຍຂອງອໍານວຍການ | ຈຳນວນ 3 ໃບ (ຮູບບໍ່ເກີນ 3 ເດືອນ)  | 
                                                            |||
| ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ | ||||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ||||
| ແຜນການດຳເນີນທຸລະກິດ | 5 ປີ  | 
                                                            |||
| ໃບຢັ້ງຍືນເງິນຄໍ້າປະກັນຈາກທະນາຄານທີ່ຫົວໜ່ວຍທຸລະກິດໄດ້ເປີດບັນຊີໄວ້ | ໃບຢັ້ງຢືນເງິນຄຳ້ປະກັນ 1/3 ຂອງທຶນຈົດທະບຽນ  | 
                                                            |||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວຂອງອໍານວຍການ | ||||
| ສຳເນົາໜັງສືເດີນທາງຂອງອໍານວຍການ | ຖ້າເປັນຄົນຕ່າງປະເທດ  | 
                                                            |||
| ສັນຍາການເປັນຕົວແທນ/ນາຍໜ້າຂອງບໍລິສັດປະກັນໄພ | ||||
| ໃບຢັ້ງຢືນການເຝິກອົບຮົມກ່ຽວກັບການປະກັນໄພ | ຈາກບໍລິສັດປະກັນໄພທີ່ຕົນຈະເປັນຕົວແທນ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄຸ້ມຄອງວິສະຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດນີ້ ມີຜົນສັກສິດ 1 ປີ , ເລີ້ມຈາກວັນທີ 1 ມັງກອນ ເຖີງ ວັນທີ 31 ທັນວາ ແລະ ວິສາຫະກິດຕ້ອງຍື່ນຄຳຮ້ອງຂໍຕໍ່ໃບອະນຸຍາດ ແລະ ຊຳລະຄ່າທຳນຽມໃນການຕໍ່ໃບອະນຸຍາດ ພາຍໃນ 3 ເດືອນທຳອິດຂອງປີຕໍ່ໄປ (ເລີ້ມແຕ່ວັນທີ 31 ມີນາ ຂອງທຸກໆ ປີ). | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 2000000.00 | 50000.00 | 2050000.00 | 
| ຄຳເຫັນ | 
                                                        ອີງຕາມ ຄຳແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ເລກທີ 770/ກງ, ຄ່າທຳນຽມໃນການອອກໃບອະນຸຍາດດຳເນີນທຸລະກິດນາຍໜ້າປະກັນໄພ. ຄ່າແບບຟອມຄຳຮ້ອງ ແລະ ຄ່າອອກໃບສັ່ງມອບ (50,000 ກີບ) ແມ່ນເກັບຕາມການເຂົ້າໄປຊື້ ແບບຟອມ ແຕ່ບໍ່ໄດ້ກຳນົດຄ່າທຳນຽມ ແບບຟອມໄວ້ໃນລະບຽບການໃດໆ. ລວມຄ່າໃຊ້ຈ່າຍທັງໝົດ 2,100,000 ກີບ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 500000.00 | 0.00 | 500000.00 | 
| ຄຳເຫັນ | 
                                                        ອີງຕາມ ຄຳແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ເລກທີ 770/ກງ, ຄ່າທຳນຽມໃນການອອກໃບອະນຸຍາດດຳເນີນທຸລະກິດນາຍໜ້າປະກັນໄພ. ຄ່າອອກໃບສັ່ງມອບ (50,000 ກີບ) ແມ່ນເກັບຕາມການເຂົ້າໄປຊື້ ແບບຟອມ ແຕ່ບໍ່ໄດ້ກຳນົດຄ່າທຳນຽມ ແບບຟອມໄວ້ໃນລະບຽບການໃດໆ. ລວມຄ່າໃຊ້ຈ່າຍທັງໝົດ 550,000 ກີບ  | 
                                                |||





