ໃບຢັ້ງຢືນການມອບພັນທະອາກອນປະຈຳປີ
Certificate of Annual Tax Payment
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 28.12.2017 | |
| ພາກສ່ວນຮັບຜິດຊອບ | ກົມສ່ວຍສາອາກອນ
|
|
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ນິຕິບຸກຄົນ ແລະ ການຈັດຕັ້ງທີ່ດໍາເນີນການຜະລິດທຸລະກິດ, ຊົມໃຊ້ ສິນຄ້າ ແລະ ບໍລິການ ຢູ່ໃນ ສປປ ລາວ ແລະ ຢູ່ຕ່າງປະເທດ ທີ່ມີພັນທະ ຕ້ອງເສຍອາກອນ ພາຍໃຕ້ກົດໝາຍຂອງ ສປປ ລາວ |
|
| ເງື່ອນໄຂໃນການຂໍເອກະສານ |
ຜູ້ຮ້ອງຂໍຕ້ອງຊໍາລະ ແລະ ມອບພັນທະອາກອນຂອງຕົນໃຫ້ຄົບຖ້ວນ ທັງນີ້ ຕ້ອງສົ່ງບົດລາຍງານການເງິນປະຈໍາປີຂອງຕົນ ກ່ອນວັນທີ 31 ມີນາ ຂອງປີຖັດໄປ |
|
| ຄໍາເຫັນເພີ່ມເຕີມ |
1. ຫົວໜ້າກົມສ່ວຍສາອາກອນ ເປັນຜູ້ອະນຸມັດອອກໃບ ໃຫ້ ຫົວໜ່ວຍທຸລະກິດຂະໜາດໃຫຍ່ ທີ່ເຄື່ອນໄຫວມີລັກສະນະຍຸດທະສາດລະດັບຊາດ, ມີການພົວພັນກັບຕ່າງປະເທດ, ມີການຕິດພັນກັບຫຼາຍພາກສ່ວນ, ຫຼາຍຂະແໜງວິຊາຊີບ, ເປັນກຸ່ມບໍລິສັດ, ຫົວໜ່ວຍທຸລະກິດທີ່ເຮັດໜ້າທີ່ບໍລິການສາທາລະນະ, ຫົວໜ່ວຍທຸລະກິດທີ່ປະຕິບັດໂຄງການ ຫຼື ສໍາປະທານຂະໜາດໃຫຍ່ຂອງລັດຖະບານເຊັ່ນ: ທຸລະກິດບໍ່ແຮ່, ໄຟຟ້າ ແລະ ບາງທຸລະກິດທີ່ມີທືນຈົດທະບຽນແຕ່ 20 ຕື້ກີບຂຶ້ນໄປ ທີ່ເຫັນວ່າມີຄວາມໝັ້ນຄົງທາງດ້ານລາຍຮັບ 2. ຫົວໜ້າພະແນກສ່ວຍສາອາກອນແຂວງ, ນະຄອນຫຼວງ ຈະເປັນຜູ້ອະນຸມັດອອກໃບໃຫ້ ຫົວໜ່ວຍທຸລະກິດ ຂະໜາດໃຫຍ່ຕາມການມອບໝາຍ ແລະ ຂະໜາດກາງ ທີ່ເຄື່ອນໄຫວມີລັກສະນະຍຸດທະສາດ ສະເພາະຂອງແຂວງ, ນະຄອນຫລວງ 3. ຫົວໜ້າຫ້ອງສ່ວຍສາອາກອນເມືອງ ຮັບຜິດຊອບຄຸ້ມຄອງຫົວໜ່ວຍທຸລະກິດຂະໜາດກາງ ຕາມການມອບໝາຍ ລວມທັງ ຫົວໜ່ວຍຂະໜາດນ້ອຍ ທີ່ມອບໃຫ້ບ້ານຄຸ້ມຄອງເກັບຊ່ວຍ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ຮູບ 3x4 | ບໍ່ເກີນ 3 ເດືອນ ຈຳນວນ 2 ໃບ |
|||
| ບົດບັນທຶກການກວດກາໄລ່ລຽງແບບຄົບຊຸດປະຈຳປີຂອງປີຜ່ານມາ | 1 ສະບັບ |
|||
| ບົດສະຫຼຸບບັນຊີປະຈຳປີຂອງປີຜ່ານມາ | ກໍລະນີຄ້າງຍື່ນຫຼາຍປີ ໃຫ້ສະຫຼຸບສົ່ງພ້ອມກັນ (ຈຳນວນ 3 ຫົວ) |
|||
| ສັງລວມຕາຕະລາງການມອບພັນທະອາກອນປະເພດຕ່າງໆ | ກໍລະນີທີ່ມີການມອບຢູ່ຕ່າງແຂວງ, ສຳເນົາມອບອາກອນປະເພດຕ່າງໆ (ຈຳນວນ 1 ສະບັບ) |
|||
| ໃບລາຍງານຜົນໄດ້ຮັບທາງດ້ານສ່ວຍສາອາກອນ | 1 ສະບັບ |
|||
| ບົດບັນທຶກການກວດນັບສິນຄ້າໃນສາງ | 1 ສະບັບ |
|||
| ບັນຊີສຳຮອງເງິນຝາກທະນາຄານ | ||||
| ໃບແຈ້ງເລກບັນຊີເງິນຝາກທະນາຄານ | ||||
| ເອກະສານຂອງຂະແໜງການຕ່າງໆທີ່ກ່ຽວຂ້ອງ | ສຳເນົາສະບັບດັດແກ້ຫຼ້າສຸດ |
|||
| ແຜນວາດທີ່ຕັ້ງບໍລິສັດ | ພ້ອມເຊັນຢັ້ງຢືນຈາກນາຍບ້ານ (ກໍລະນີມີການຍົກຍ້າຍ) |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມສ່ວຍສາອາກອນ, ກະຊວງການເງິນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 5 | ໃບຢັ້ງຢືນການມອບພັນທະອາກອນປະຈຳປີ ຕ້ອງອອກສຳເລັດພາຍໃນ 5 ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານ ແລະ ຂໍ້ມູນຢ່າງຖືກຕ້ອງຄົບຖ້ວນເປັນຕົ້ນໄປ. (ລະບຽບກ່ຽວກັບໃບຢັ້ງຢືນການມອບອາກອນ 1025/ກງ, 03 ເມສາ 2019 ຂໍ້ 11) |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ມີອາຍຸ 1 ປີນັບແຕ່ວັນທີ 1 ມັງກອນ ເຖິງ ວັນທີ 31 ທັນວາຂອງທຸກໆປີ ແລະ ຕ້ອງໄດ້ມີການປະກອບເອກະສານ ແລະ ຢັ້ງຍືນການຊໍາລະອາກອນຄົບຖ້ວນໃຫ້ແກ່ ເພື່ອຍື່ນແກ່ເຈົ້າໜ້າທີ່ເປັນປະຈໍາທຸກປີ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 30000.00 | 0.00 | 0.00 | 30000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ 003/ປປທ, ຄ່າບໍລິການອອກໃບຢັ້ງຢືນເລກປະຈຳຕົວຜູ້ເສຍອາກອນແມ່ນ 40,000 |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 30000.00 | 0.00 | 30000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ 003/ປປທ |
|||





