ໃບອະນຸຍາດເປັນຕົວແທນປະກັນໄພ (ສຳລັບບຸກຄົນ)
License to Establish the Insurance Agency (For individual)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 01.11.2017 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງວິສະຫະກິດລັດລົງທຶນ ແລະ ການປະກັນໄພ
                                                         | 
                                                |
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນທີ່ມີຈຸດປະສົງເປັນຕົວແທນໃຫ້ແກ່ບໍລິສັດປະກັນໄພ ໃນການຂາຍ ແລະ ປະຕິບັດສັນຍາປະກັນໄພ ທີ່ໄດ້ຕົກລົງກັບບໍລິສັດປະກັນໄພ ພາຍໃຕ້ເງື່ອນໄຂທີ່ວ່າຕົວແທນປະກັນໄພບໍ່ໄດ້ຮັບເງິນເດືອນນຳບໍລິສັດປະກັນໄພ ແຕ່ໄດ້ຮັບຄ່າຕອບແທນຕາມທີ່ໄດ້ຕົກລົງກັນກັບບໍລິສັດປະກັນໄພ. ຕົວແທນ ປະກັນໄພ (ບຸກຄົນທົ່ວໄປ) ສາມາດເປັນຕົວແທນໃຫ້ແກ່ 1 ບໍລິສັດປະກັນໄພຕໍ່ 1 ປະເພດຂອງ ການປະກັນໄພເທົ່ານັ້ນ.  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ເປັນພົນລະເມືອງລາວ, ມີທີ່ຕັ້ງ ແລະ ດຳລົງຊີວິດຢູ່ໃນ ສປປ ລາວ; 2. ມີອາຍຸ 18 ປີຂຶ້ນໄປ; 3. ເປັນບຸກຄົນທີ່ມີຄວາມສາມາດທາງດ້ານການປະພຶດ; 4. ບໍ່ເຄີຍຖືກສານຕັດສິນລົງໂທດ ຕັດອິດສະຫຼະພາບໃນສະຖານການກະທຳຜິດ ໂດຍເຈດຕະນາ ເວັ້ນເສຍແຕ່ໄດ້ພົ້ນໂທດມາແລ້ວ ບໍ່ຕ່ຳກວ່າ 5 ປິກ່ອນວັນຍື່ນ ຄຳຮ້ອງຂໍໃບອະນຸຍາດ; 5. ຕ້ອງມີປະກາສະນີຍະບັດທາງດ້ານການປະກັນໄພ, ມີໃບຢັ້ງຢືນຜ່ານການສອບ ເສັງ ຫຼື ຝຶກອົບຮົມວິຊາສະເພາະດ້ານການປະກັນໄພມາກ່ອນ; 6. ບໍ່ເຄີຍຖືກຖອນໃບອະນຸຍາດເປັນຕົວແທນ ຫຼື ນາຍໜ້າປະກັນໄພພາຍໃນໄລຍະ ເວລາ 5 ປິກ່ອນວັນຍື່ນຄຳຮ້ອງຂໍໃບອະນຸຍາດ.  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        1. ຕົວແທນປະກັນໄພ ທີ່ເປັນບຸກຄົນ ຕ້ອງໄດ້ຮັບບັດຕົວແທນປະກັນໄພ ຈາກກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພກ່ອນ. 2. ການຊັກຊ້າໃນການຊຳລະຄ່າທໍານຽມ ໃນການອອກໃບອະນຸຍາດ ຈະຕ້ອງຖືກປັບໄໝ 1 ເຖິງ 10 ເທົ່າຂອງຄ່າທໍານຽມ, ຂຶ້ນກັບໄລຍະເວລາຂອງການຊັກຊ້າ (3 ເດືອນຫາ 6 ເດືອນ).  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບ | ຮູບຖ່າຍຂອງຜູ້ສະໝັກ ຖ່າຍບໍ່ເກີນ 03 ເດືອນ ຈຳນວນ 3 ໃບ  | 
                                                            |||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວ | ຂອງຜູ້ສະໝັກ  | 
                                                            |||
| ຊີວະປະຫວັດ | ຂອງຜູ້ສະເໜີ ຈຳນວນ 1 ສະບັບ  | 
                                                            |||
| ສັນຍາການເປັນຕົວແທນກັບບໍລິສັດປະກັນໄພ | ||||
| ໃບຢັ້ງຢືນທີ່ຢູ່ | ຈຳນວນ 1 ສະບັບ  | 
                                                            |||
| ໃບຢັ້ງຢືນການເຝິກອົບຮົມກ່ຽວກັບການປະກັນໄພ | ຈາກບໍລິສັດປະກັນໄພທີ່ຕົນຈະເປັນຕົວແທນ/ນາຍໜ້າ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄຸ້ມຄອງວິສະຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດນີ້ ມີຜົນສັກສິດ 1 ປີ , ເລີ້ມຈາກວັນທີ 1 ມັງກອນ ເຖີງ ວັນທີ 31 ທັນວາ ແລະ ວິສາຫະກິດຕ້ອງຍື່ນຄຳຮ້ອງຂໍຕໍ່ໃບອະນຸຍາດ ແລະ ຊຳລະຄ່າທຳນຽມໃນການຕໍ່ໃບອະນຸຍາດ ພາຍໃນ 3 ເດືອນທຳອິດຂອງປີຕໍ່ໄປ (ຄືບໍ່ໃຫ້ກາຍວັນທີ 31 ມີນາຂອງທຸກໆປີ). | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 300000.00 | 20000.00 | 320000.00 | 
| ຄຳເຫັນ | 
                                                        ອີງຕາມ ຄຳແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ເລກທີ 770/ກງ, ຄ່າແບບຟອມຄຳຮ້ອງ ແລະ ຄ່າອອກໃບສັ່ງມອບ (50,0000 ກິບ) ໃນການອອກໃບອະນຸຍາດດຳເນີນ ທຸລະກິດຕົວແທນປະກັນໄພແມ່ນເກັບຕາມການເຂົ້າໄປຊື້ແບບຟອມ ແຕ່ບໍ່ໄດ້ກຳນົດຄ່າທຳນຽມແບບຟອມໄວ້ໃນລະບຽບການໃດໆ. ລວມຄ່າໃຊ້ຈ່າຍທັງໝົດ: 370,000 ກີບ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 200000.00 | 0.00 | 200000.00 | 
| ຄຳເຫັນ | 
                                                        ອີງຕາມ ຄຳແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ເລກທີ 770/ກງ, ຄ່າທຳນຽມ, ຄ່າແບບຟອມຄຳຮ້ອງ ແລະ ຄ່າອອກໃບສັ່ງມອບ (50,000 ກີບ) ໃນການອອກໃບອະນຸຍາດດຳເນີນທຸລະກິດນາຍໜ້າປະກັນໄພ ແມ່ນເກັບຕາມການເຂົ້າໄປຊື້ ແບບຟອມ ແຕ່ບໍ່ໄດ້ກຳນົດຄ່າທຳນຽມແບບຟອມໄວ້ໃນລະບຽບການໃດໆ ລວມຄ່າໃຊ້ຈ່າຍທັງໝົດ: 250,000 ກີບ  | 
                                                |||





