ດາວໂຫຼດຂໍ້ມູນ

ໃບ​ທະ​ບຽນ​ວິ​ສາ​ຫະ​ກິ​ດຂອງ​ບໍ​ລິ​ສັດ​ຈຳ​ກັດ

Certificate for Enterprise Registration of Company Limited

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບ​ທະ​ບຽນ​ວິ​ສາ​ຫະ​ກິ​ດຂອງ​ບໍ​ລິ​ສັດ​ຈຳ​ກັດ
ປະເພດເອກະສານ ໃບຢັ້ງຢືນ
ວັນທີແກ້ໄຂຂໍ້ມູນລ່າສຸດ 01.09.2020
ພາກສ່ວນຮັບຜິດຊອບ ກົມທະບຽນວິສາຫະກິດ
(021 412011;)
LSIC ທຸກພາກສ່ວນ
ຜູ້ທີ່ສາມາດຍື່ນຂໍເອກະສານ
ຜູ້ທີ່ມີຈຸດປະສົງຈະລົງທຶນ ຫຼື ດຳເນີນທຸລະກິດຢູ່ໃນ ສປປ ລາວ
ເງື່ອນໄຂໃນການຂໍເອກະສານ
ບໍ່ມີ
ຄໍາເຫັນເພີ່ມເຕີມ
ບໍລິສັດຈໍາກັດ ຈະຖືກສັ່ງໂຈະ ໃນກໍລະນີດັ່ງນີ້:
1.	ບໍລິສັດຈໍາກັດບໍ່ສາມາດເຄື່ອນໄຫວໄດ້ພາຍໃນ 90 ວັນ ນັບແຕ່ມື້ທີ່ໄດ້ຂຶ້ນທະບຽນ
2.	ບໍລິສັດຈຳກັດ ລະເມີດສັນຍາກັບລັດຖະບານ, ລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ກົດໝາຍວ່າດ້ວຍ ວິສາຫະກິດ (ສະບັບປັບປຸງ) 46/ສພຊ 26.12.2013 ພາກທີ II ວິ​ສາ​ຫະ​ກິດ ໝວດທີ 2 ການ​ຂຶ້ນ​ທະ​ບຽນ​ວິ​ສາ​ຫະ​ກິດ (ມາດ​ຕາ 14 ຫາ ມາດ​ຕາ 18) ພາກທີ V ບໍ​ລິ​ສັດ ໝວດທີ 2 ບໍ​ລິ​ສັດ​ຈຳ​ກັດ (ມາດ​ຕາ 91)
ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ 0023/ອຄ.ກທຄວ 09.01.2019 ພາກທີ II ວິສາຫະກິດ ໝວດທີ 2 ການຂຶ້ນທະບຽນວິສາຫະກິດ (ມາດຕາ 14 ຫາ ມາດຕາ 18) ພາກທີ V ບໍລິສັດ ໝວດທີ 2 ບໍລິສັດຈຳກັດ (ມາດຕາ 91)
ລັດຖະບັນຍັດຂອງປະທານປະເທດ ສປປ ລາວ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ 003/ປທທ 26.12.2012 ໝວດທີ II, ມາດຕາ 11

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ຮູບ 3x4 ການກະ ທຳ ທີ່ຢັ້ງຢືນ
 ຂອງຜູ້ອໍານວຍການທີ່ຕົກລົງໃຫ້ຕິດໃສ່ໃບທະບຽນວິສາຫະກິດ, ຮູບຖ່າຍບໍ່ໃຫ້ເກີນ 3 ເດືອນ 
ໃບແຈ້ງລາຍການກິດຈະການທີ່ສະເໜີປະກອບທຸລະກິດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ບົດບັນທຶກກອງປະຊຸມສ້າງຕັ້ງບໍລິສັດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ສໍາເນົາບັດປະຈໍາຕົວ / ສໍາມະໂນຄົວ / ໜັງສືຜ່ານແດນ ການກະ ທຳ ທີ່ຢັ້ງຢືນ
 ຈຳນວນ 3 ສະບັບ 
ໃບຄຳຮ້ອງແຈ້ງຂຶ້ນໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ຄຳປະຕິຍານພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
 ຈຳນວນ 3 ສະບັບ 
ປະຫວັດຫຍໍ້ຜູ້ລົງທຶນ ຫຼື ຄົນຕ່າງປະເທດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ສັນຍາສ້າງຕັ້ງບໍລິສັດຈຳກັດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ ການກະ ທຳ ທີ່ຢັ້ງຢືນ
 ໃບມອບສັນທະ ຫຼື ໃບມອບສິດຂອງຜູ້ທີ່ຖືກມອບໝາຍໃຫ້ແຈ້ງຂຶ້ນທະບຽນວິສາຫະກິດກໍລະນີຜູ້ອໍານວຍການບໍ່ໄດ້ມາເອງ (ແບບຟອມໃບມອບສັນທະ ແມ່ນອີງຕາມແບບຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ) ຈຳນວນ 3 ສະບັບ 
ໃບມອບສິດອຳນາດຈາກວິສາຫະກິດແມ່ ການກະ ທຳ ທີ່ຢັ້ງຢືນ
 ໃນກໍລະນີ ນິຕິບຸກຄົນແຈ້ງຂຶ້ນທະບຽນວິສາຫະກິດ ຕ້ອງມີໃບມອບສິດອຳນາດຈາກວິສາຫະກິດແມ່, ສໍາເນົາໃບທະບຽນວິສາຫະກິດພ້ອມກັບສະບັບ ແປພາສາລາວ ທີ່ໄດ້ຮັບການຢັ້ງຢືນຈາກວິສາຫະກິດທີ່ໄດ້ອະນຸຍາດແປພາສາ ຄັດຕິດກັບໃບຄຳຮ້ອງມາພ້ອມທຸກລາຍການ ລວມທັງຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ແລະ ສັນຍາສ້າງຕັ້ງບໍລິສັດຈຳກັດ ຕ້ອງປະກອບມາຢ່າງລະ 3 ສະບັບ 

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ກົມທະບຽນວິສາຫະກິດ, ກະຊວງອຸດສະຫະກຳ ແລະ ການຄ້າ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 10 ໄດ້ກຳນົດໄວ້ຢູ່ໃນຂໍ້ຕົກລົງຂອງກະຊວງອຸດສະຫະກຳ ແລະ ການຄ້າວ່າດ້ວຍການຂຶ້ນທະບຽນວິສາຫະກິດ ເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ໄດ້ກຳນົດໄລຍະເວລາໃນການອອກໃບທະບຽນຊ້າສຸດບໍ່ກາຍ 10​ ວັນລັດຖະການ ນັບແຕ່ມື້ອອກເອກະສານເປັນຕົ້ນໄປ
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ບໍ່ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 0
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ໃບທະບຽນວິສາຫະກິດນີ້ ຈະອອກຄັ້ງດຽວ ຕະຫຼອດໄລຍະການດຳເນີນທຸລະກິດ (ຍົກເວັ້ນ ຖ້າຜູ້ລົງທຶນມີຈຸດປະສົງປ່ຽນແປງເນື້ອໃນຂອງໃບທະບຽນວິສາຫະກິດ)
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 90000.00 0.00 0.00 90000.00
ຄຳເຫັນ
90,000 ກີບ ບວກກັບຄ່າທໍານຽມໃນການອອກໃບທະບຽນວິສາຫະກິດ ຊຶ່ງຈະອີງຕາມທຶນຈົດທະບຽນຂອງບໍລິສັດ ຕາມອັດຕາລະຫວ່າງ 20,000 ກີບ ຫາ 5,000,000 ກີບ ໂດຍຂໍ້ມູນລຸ່ມນີ້:
1. ທຶນຈົດທະບຽນແຕ່ 1.000.000 ກີບ ລົງມາ, ບໍ່ມີຄ່າທຳນຽມ
2. ທຶນຈົດທະບຽນຫຼາຍກວ່າ 1.000.000 ກີບ ຫາ 10.000.000 ກີບ, ຄ່າທຳນຽມ 20.000
3. ທຶນຈົດທະບຽນຫຼາຍກວ່າ 10.000.000 ກີບ ຫາ 20.000.000 ກີບ, ຄ່າທຳນຽມ 50.000
4. ທຶນຈົດທະບຽນຫຼາຍກວ່າ 20.000.000 ກີບ ຫາ 50.000.000 ກີບ, ຄ່າທຳນຽມ 100.000
5. ທຶນຈົດທະບຽນຫຼາຍກວ່າ 50.000.000 ກີບ ຫາ 100.000.000 ກີບ, ຄ່າທຳນຽມ 300.000
6. ທຶນຈົດທະບຽນຫຼາຍກວ່າ 100.000.000 ກີບ ຫາ 400.000.000 ກີບ, ຄ່າທຳນຽມ 500.000
7. ທຶນຈົດທະບຽນຫຼາຍກວ່າ 400.000.000 ກີບ ຫາ 1.000.000.000 ກີບ, ຄ່າທຳນຽມ 1.000.000
8. ທຶນຈົດທະບຽນຫຼາຍກວ່າ 1.000.000.000 ກີບ ຫາ 10.000.000.000 ກີບ, ຄ່າທຳນຽມ 2.000.000
9. ທຶນຈົດທະບຽນຫຼາຍກວ່າ 10.000.000.000 ກີບ ຫາ 20.000.000.000 ກີບ, ຄ່າທຳນຽມ 3.000.000
10. ທຶນຈົດທະບຽນຫຼາຍກວ່າ 20.000.000.000 ກີບ ຂຶ້ນໄປ, ຄ່າທຳນຽມ 5.000.000
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ບໍ່ມີ 0.00 0.00 0.00 0.00
ຄຳເຫັນ
ບໍ່ມີການຕໍ່ໃບທະບຽນວິສາຫະກິດ ແຕ່ຖ້າຫາກມີການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດແມ່ນ 40.000 ກີບ. ສ່ວນການປ່ຽນແປງເນື່ອງຈາກການເພີ່ມທຶນຈົດທະບຽນວິສາຫະກິດແມ່ນ ຈະອີງຕາມທຶນຈົດທະບຽນຂອງບໍລິສັດ ຕາມອັດຕາລະຫວ່າງ 20,000 ກີບ ຫາ 5,000,000 ກີບ ໂດຍອີງຕາມຕາຕະລາງທີ່ລະບຸໄວ້ໃນຄຳເຫັນຕາມຂ້າງເທິງ
--------------------------------------------------------------------------------------------
ສອບຖາມຂໍ້ມູນ: ເຈົ້າໜ້າທີ່ທະບຽນ ວິສາຫະກິດ( ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ,ກະຊວງອຸດສາຫະກຳ ແລະ ການຄ້າ ). ຖະໜົນໂພນໄຊ,ເມືອງໄຊເສດຖາ,ນະຄອນຫຼວງວຽງຈັນ ໂທ: 856 21 412011, ແຟກ: 856 21453865
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY