ໃບອະນຸຍາດ ດຳເນີນທຸລະກິດໄປສະນີ (ປະເພດ II)
License for Establishment the Postal Business (Type II)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 04.09.2017 | |
| ພາກສ່ວນຮັບຜິດຊອບ | ກົມໄປສະນີ
|
|
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ແມ່ນບຸກຄົນ ຫຼຶ ນິຕິບຸກຄົນ ທີ່ມີຈຸດປະສົງເຮັດການເຄື່ອນໄຫວບໍລິການດັ່ງລຸ່ມນີ້: - ບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກໄປສະນີພັນ, ພັດສະດຸໄປສະນີ ແລະ ໂລຈິດສະຕິກໄປສະນີ - ບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເອກະສານ, ພັດສະດຸ ແລະ ສິ່ງຂອງທີ່ມີນ້ຳໜັກບໍ່ເກີນ 50 ກິໂລ ຕໍ່ຫໍ່ - ບໍລິການໂອນເງິນ ຫຼື ຊຳລະສະສາງຜ່ານທາງໄປສະນີ - ບໍລິການສະໜອງຂໍ້ມູນຂ່າວສານ ແລະ ສິ່ງອຳນວຍຄວາມສະດວກທາງໄປສະນີ - ບໍລິການຜະລິດ ຫຼື ຈຳໜ່າຍສະແຕມໄປສະນີ ແລະ ຜະລິດຕະພັນໄປສະນີ - ບໍລິການເປັນຕົວແທນຂອງບັນດາປະເພດບໍລິການທີ່ກ່າວມາຂ້າງເທິງ |
|
| ເງື່ອນໄຂໃນການຂໍເອກະສານ |
- ບໍລິສັດທີ່ໄດ້ຈົດທະບຽນວິສາຫະກິດຢຸ່ ສປປ ລາວ ຢ່າງໜ້ອຍ ຫ້າຮ້ອຍລ້ານກີບ - ມີສຳນັກງານຢູ່ ສປປ ລາວ - ມີພາຫະນະໃນການຈັດສົ່ງ ແລະ ອຸປະກອນຮັບໃຊ້ການບໍລິການ |
|
| ຄໍາເຫັນເພີ່ມເຕີມ |
1. ສຳລັບການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢານເຄື່ອງຝາກລະຫວ່າງປະເທດ ແມ່ນຢູ່ໃນບັນຊີຄວາມຄຸມກິດຈະການຂອງລັດຖະບານ 2. ສຳລັບການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກພາຍໃນປະເທດ, ການບໍລິການເປັນຕົວແທນ ແລະ ການບໍລິການອື່ນໆແມ່ນບໍ່ໄດ້ຢູ່ໃນບັນຊີຄວບຄຸມກິດ ຈະການ ຂອງລັດຖະບານ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຊີວະປະຫວັດ | ໃນກໍລະນີເປັນບຸກຄົນ |
|||
| ໃບທະບຽນວິສາຫະກິດ | ໃນກໍລະນິເປັນນິຕິບຸກຄົນ |
|||
| ໃບຢັ້ງຢືນຖານະການເງິນ | ຈາກທະນາຄານ |
|||
| ບົດວິພາກເສດຖະກິດເຕັກນິກ | ປະກອບມີ: - ຂໍ້ມູນຂອງບໍລິສັດ - ແຜນການດຳເນີນທຸລະກິດ - ຄາດຄະເນຜົນໄດ້ຮັບ |
|||
| ໃບຄຳຮ້ອງ | ||||
| ໜັງສືແຕ່ງຕັ້ງ ຫຼື ໃບມອບສິດຂອງຄູ່ຮ່ວມທຸລະກິດ | ||||
| ເຄື່ອງໝາຍການຄ້າ | ||||
| ບັນຊີລາຍຊື່ພະນັກງານ | ||||
| ໃບອະນຸຍາດລົງທຶນ | ||||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ຫຼື ພາຫະນະທີ່ຈະນຳມາໃຊ້ໃນການບໍລິການ |
|||
| ມາດຕະຖານເຕັກນິກການບໍລິການໄປສະນີ | 1. ຫ້ອງອຳນວຍຄວາມສະດວກການບໍລິການ - ສູນຄັດແຍກເຄື່ອງຝາກລະຫວ່າງປະເທດ - ສູນກາງແລກປ່ຽນພາຍໃນປະເທດ - ສູນແຈກຢາຍເຄື່ອງຝາກຢູ່ບັນດາແຂວງ 2. ພາຫະນະຮັບໃຊ້ໃນການຂົນສົ່ງ - ລົດຂົນສົ່ງຂະໜາດໃຫຍ່ - ລົດຂົນສົ່ງຂະໜາດນ້ອຍ - ລົດຈັກ 3. ຈັດຫາລະບົບ ແລະ ເຄື່ອງອຸປະກອນຮັບໃຊ້ໃນການບໍລິການ - ລະບົບຄຸ້ມຄອງການຄັດແຍກເຄື່ອງຝາກໄປສະນີ - ລະບົບຕິດຕາມການຈັດສົ່ງເຄື່ອງໄປສະນີ - ລະບົບຊຳລະສະສາງແບບເອເລັກໂຕຣນິກ ຂອງການໃຊ້ບໍລິການຝາກເຄື່ອງຝາກໄປສະນີ - ເວັບໄຊໂຄສະນາ ແລະ ການຕະຫຼາດ - ລະບົບບັນຊີ-ການເງິນ - ລະບົບຄຸ້ມຄອງຊັບສິນ 4. ພະນັກງານ - ຄະນະບໍລິຫານ - ພະນັກງານການຕະຫຼາດ - ພະນັກງານເຕັກນິກຮັບຜີດຊອບການຄັດແຍກ - ພະນັກງານຂົນສົ່ງ - ພະນັກງານບັນຊີ-ການເງິນ - ພະນັກງານຮັບຜິດຊອບລະບົບໄອທີ ແລະ ລະບົບເຕັກນິດບໍລິສັດ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ບົດລາຍງານການເຄື່ອນໄຫວໃນປີຜ່ານມາ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ການຕໍ່ອາຍຸໃບອະນຸຍາດດຳເນີນທຸລະກິດບໍລິການໄປສະນີ, ຜູ້ໃຫ້ບໍລິການຕ້ອງສະເໜີຂໍຕໍ່ອາຍຸ ກ່ອນວັນໝົດອາຍຸ 30 ວັນ ແລະ ຕ້ອງປະກອບເອກະສານດັ່ງນີ້: ໃນກໍລະນີຜູ້ປະກອບການບໍ່ໄດ້ຮັບໃບອະນຸຍາດການລົງທຶນໃນໄລຍະຜ່ານມາຈະຕ້ອງຂໍໃບອະນຸຍາດການລົງທຶນ ຈາກຈະແໜງແຜນການ ແລະ ການລົງທຶນກ່ອນຈະໄດ້ຮັບການຕໍ່ໃບອະນູຍາດ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 300000.00 | 1000000.00 | 0.00 | 1300000.00 |
| ຄຳເຫັນ |
ຕາມຮ່າງສະເໜີໃນການປັບລັດຖະບັນຍັດໃໝ່ (ຍັງລໍຖ້າການອະນຸມັດ) ໄດ້ກຳນົດໄວ້ວ່ານອກຈາກຄ່າທຳນຽມ ແລະ ຄ່າບໍລິການແລ້ວ, ຜູ້ສະເໜີຕ້ອງໄດ້ຈ່າຍຄ່າຄຸ້ມຄອງກວດກາ ມາດຕະຖານຜະລິດຕະພັນ ແລະ ຄຸນະພາບການບໍລິການ: 10,000,000 ກີບ ລວມຄ່າໃຊ້ຈ່າຍທັງໝົດເປັນ 11,300,000 ກີບ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 300000.00 | 1000000.00 | 0.00 | 1300000.00 |
| ຄຳເຫັນ |
ຕາມຮ່າງສະເໜີໃນການປັບລັດຖະບັນຍັດໃໝ່ (ຍັງລໍຖ້າການອະນຸມັດ) ໄດ້ກຳນົດໄວ້ວ່ານອກຈາກຄ່າທຳນຽມ ແລະ ຄ່າບໍລິການແລ້ວ, ຜູ້ສະເໜີຕ້ອງໄດ້ຈ່າຍຄ່າຄຸ້ມຄອງກວດກາ ມາດຕະຖານຜະລິດຕະພັນ ແລະ ຄຸນະພາບການບໍລິການ: 10,000,000 ກີບ ລວມຄ່າໃຊ້ຈ່າຍທັງໝົດເປັນ 11,300,000 ກີບ |
|||





