ໃບອະນຸຍາດ ດຳເນີນທຸລະກິດໄປສະນີ (ປະເພດ III)
License for Establishment Postal Business (Type III)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 08.09.2017 | |
| ພາກສ່ວນຮັບຜິດຊອບ | ກົມໄປສະນີ
                                                         | 
                                                |
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ແມ່ນບຸກຄົນ ຫຼຶ ນິຕິບຸກຄົນ ທີ່ມີຈຸດປະສົງເຮັດການເຄື່ອນໄຫວບໍລິການດັ່ງລຸ່ມນີ້: - ບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກໄປສະນີພັນ, ພັດສະດຸໄປສະນີ ແລະ ໂລຈິດສະຕິກໄປສະນີ - ບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເອກະສານ, ພັດສະດຸ ແລະ ສິ່ງຂອງທີ່ມີນ້ຳໜັກບໍ່ເກີນ 50 ກິໂລ ຕໍ່ຫໍ່ - ບໍລິການໂອນເງິນ ຫຼື ຊຳລະສະສາງຜ່ານທາງໄປສະນີ - ບໍລິການສະໜອງຂໍ້ມູນຂ່າວສານ ແລະ ສິ່ງອຳນວຍຄວາມສະດວກທາງໄປສະນີ - ບໍລິການຜະລິດ ຫຼື ຈຳໜ່າຍສະແຕມໄປສະນີ ແລະ ຜະລິດຕະພັນໄປສະນີ - ບໍລິການເປັນຕົວແທນຂອງບັນດາປະເພດບໍລິການທີ່ກ່າວມາຂ້າງເທິງ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        - ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຈົດທະບຽນວິສາຫະກິດຢູ່ພາຍໃນແຂວງ - ມີຫ້ອງການ, ພາຫະນະໃນການຈັດສົ່ງ ແລະ ອຸປະກອນຮັບໃຊ້ການບໍລິການ  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        1. ສຳລັບການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢານເຄື່ອງຝາກລະຫວ່າງປະເທດ ແມ່ນຢູ່ໃນບັນຊີຄວາມຄຸມກິດຈະການຂອງລັດຖະບານ 2. ສຳລັບການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກພາຍໃນປະເທດ, ການບໍລິການເປັນຕົວແທນ ແລະ ການບໍລິການອື່ນໆແມ່ນບໍ່ໄດ້ຢູ່ໃນບັນຊີຄວບຄຸມກິດຈະກາ ຂອງລັດຖະບານ  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບົດວິພາກເສດຖະກິດເຕັກນິກ | ປະກອບຂໍ້ມູນກ່ຽວກັບ: - ຂໍ້ມູນຂອງບໍລິສັດ - ແຜນການດຳເນີນທຸລະກິດ - ຄາດຄະເນຜົນໄດ້ຮັບ  | 
                                                            |||
| ໃບຄຳຮ້ອງ | ||||
| ມາດຕະຖານເຕັກນິກການບໍລິການໄປສະນີ | ||||
| ໜັງສືແຕ່ງຕັ້ງ ຫຼື ໃບມອບສິດຂອງຄູ່ຮ່ວມທຸລະກິດ | ||||
| ເຄື່ອງໝາຍການຄ້າ | ||||
| ບັນຊີລາຍຊື່ພະນັກງານ | ||||
| ໃບອະນຸຍາດລົງທຶນ | ||||
| ໃບຢັ້ງຢືນຖານະການເງິນ | ||||
| ຊີວະປະຫວັດ | ໃນກໍລະນີເປັນບຸກຄົນ  | 
                                                            |||
| ໃບທະບຽນວິສາຫະກິດ | ໃນກໍລະນີເປັນນະຕິບຸກຄົນ  | 
                                                            |||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ຫຼື ພາຫະນະທີ່ຈະນຳມາໃຊ້ໃນການບໍລິການ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ບົດລາຍງານການເຄື່ອນໄຫວທຸລະກິດ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 10 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ການຕໍ່ອາຍຸໃບອະນຸຍາດດຳເນີນທຸລະກິດບໍລິການໄປສະນີ, ຜູ້ໃຫ້ບໍລິການຕ້ອງສະເໜີຂໍໍຕໍ່ອາຍຸ ກ່ອນວັນໝົດອາຍຸ 30 ວັນ. ໃນກໍລະນີຜູ້ປະກອບການບໍ່ໄດ້ຮັບໃບອະນຸຍາດການລົງທຶນໃນໄລຍະຜ່ານມາຈະຕ້ອງຂໍໃບອະນຸ ຍາດການລົງທຶນ ຈາກຈະແໜງແຜນການ ແລະ ການລົງທຶນກ່ອນຈະໄດ້ຮັບການຕໍ່ໃບອະນູຍາດ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 500000.00 | 200000.00 | 0.00 | 700000.00 | 
| ຄຳເຫັນ | 
                                                        ຕາມຮ່າງສະເໜີໃນການປັບລັດຖະບັນຍັດໃໝ່ (ຍັງລໍຖ້າການອະນຸມັດ) ໄດ້ກຳນົດໄວ້ວ່ານອກຈາກຄ່າທຳນຽມ ແລະ ຄ່າບໍລິການແລ້ວ, ຜູ້ສະເໜີຕ້ອງໄດ້ຈ່າຍຄ່າຄຸ້ມຄອງກວດກາ ມາດຕະຖານຜະລິດຕະພັນ ແລະ ຄຸນະພາບການບໍລິການ: 3,000,000 ກີບ ລວມຄ່າໃຊ້ຈ່າຍທັງໝົດເປັນ 3,700,000 ກີບ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 500000.00 | 200000.00 | 0.00 | 700000.00 | 
| ຄຳເຫັນ | 
                                                        ຕາມຮ່າງສະເໜີໃນການປັບລັດຖະບັນຍັດໃໝ່ (ຍັງລໍຖ້າການອະນຸມັດ) ໄດ້ກຳນົດໄວ້ວ່ານອກຈາກຄ່າທຳນຽມ ແລະ ຄ່າບໍລິການແລ້ວ, ຜູ້ສະເໜີຕ້ອງໄດ້ຈ່າຍຄ່າຄຸ້ມຄອງກວດກາ ມາດຕະຖານຜະລິດຕະພັນ ແລະ ຄຸນະພາບການບໍລິການ: 3,000,000 ກີບ ລວມຄ່າໃຊ້ຈ່າຍທັງໝົດເປັນ 3,700,000 ກີບ  | 
                                                |||





