ໃບອະນຸຍາດປະກອບກິດຈະການໂທລະຄົມມະນາຄົມ
License to Operate a Telecommunication Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 04.05.2020 | |
| ພາກສ່ວນຮັບຜິດຊອບ | ອົງການດັດສົມໂທລະຄົມມະນາຄົມ
                                                         | 
                                                |
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫລື ນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນກິດຈະການໂທລະຄົມມະນາຄົມ ຊຶ່ງໝາຍເຖີງ ການຕິຕໍ່ສື່ສານດ້ວຍການສົ່ງ ແລະ ການຮັບຂໍ້ມູນຂ່າວສານ, ສຽງ, ຮູບພາບ, ຕົວເລກ, ຕົວອັກສອນ, ເຄື່ອງໝາຍໃດໜຶ່ງ ດ້ວຍລະບົບສາຍ, ລະບົບແສງ, ລະບົບຄື້ນຄວາມຖີ່, ລະບົບແມ່ເຫລັກໄຟຟ້າ, ລະບົບອື່ນໃດໜຶ່ງ ຫລື ຫລາຍລະບົບລວມກັນ.  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ມີຖານະທາງດ້ານການເງິນທີ່ໝັ້ນຄົງ; 2. ມີບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການພໍສົມຄວນທີ່ສົມຄູ່ກັບວຽກງານ; 3. ມີສຳນັກງານ, ພາຫະນະ ແລະ ອຸປະກອນຮັບໃຊ້ວຽກງານດ້ານຕ່າງໆ ຢ່າງພຽງພໍ ແລະ ເໝາະສົມກັບຂະໜາດກິດຈະການ; 4. ຊຳລະຄ່າທຳນຽມ ແລະ ຄ່າບໍລິການຖືກຕ້ອງ ແລະ ຄົບຖ້ວນ; 5. ຕ້ອງປະກອບເອກະສານທີ່ກຳນົດໄວ້ໃຫ້ຄົບຖ້ວນ.  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        ອົງການດັດສົມ ໂທລະຄົມມະນາຄົມ ຮັບຜິດຊອບອອກໃບອະນຸຍາດດຳເນີນທຸລະກິດ ມີຄືດັ່ງລຸ່ມນີ້: 1. ບໍລິການ ໂທລະຄົມມະນາຄົມ 2. ບໍລິການ ສື່ສານຜ່ານດາວທຽມ 3. ຕິດຕັ້ງ, ນຳເຂົ້າ, ຈຳໜ່າຍ, ຕິດຕັ້ງ ແລະ ສ້ອມແປງອຸປະກອນໂທລະຄົມມະນາຄົມ (ມາດຖານສູງ).  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ | ||||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ||||
| ຊີວະປະຫວັດຫຍໍ້ຂອງຜູ້ຂໍສ້າງຕັ້ງ | ||||
| ກົດລະບຽບພາຍໃນ | ||||
| ກຳມະວິທີການຜະລິດໂດຍຫຍໍ້ | ||||
| ໃບຢັ້ງຢືນຖານະທາງດ້ານການເງິນແລະຊັບສິນ | ||||
| ສັນຍາຮ່ວມທຶນ, ສັນຍາສ້າງຕັ້ງ | ||||
| ສໍາເນົາພາດສະປອດ / ໜັງສືຜ່ານແດນ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ອົງການດັດສົມໂທລະຄົມມະນາຄົມ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ຕ້ອງພິຈາລະນາຄໍາຮ້ອງຢ່າງຊ້າບໍ່ໃຫ້ເກີນ 10 ວັນລັດຖະການ ແຕ່ຫາກເຫັນວ່າ ເອກະສານບໍ່ຖືກຕ້ອງ ຫລື ບໍ່ມີເງື່ອນໄຂ ຫລື ບາງປະເພດບໍລິການມີຄວາມຈໍາເປັນຕ້ອງກວດສອບຜ່ານທາງດ້ານເຕັກນິກ ຫລື ວິຊາການທີ່ຕ້ອງໃຊ້ເວລາຍາວກວ່ານັ້ນ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍຊາບ ພາຍໃນກໍານົດເວລາ 5 ວັນລັດຖະການ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | 1. ອາຍຸການຂອງແຕ່ລະປະເພດ ແມ່ນ: (i) 15 ປີ ສໍາລັບ ປະເພດ I; (ii) 10 ປີ ສໍາລັບ ປະເພດ II; (iii) 5 ປີ ສໍາລັບ ປະເພດ III; (iv) 3 ປີ ສໍາລັບ ປະເພດ IV. 2. ຕ້ອງຕໍ່ອາຍຸກ່ອນໃບອະນຸຍາດໝົດກໍານົດ 30 ວັນລັດຖະການ, ຖ້າບໍ່ສາມາດສະເໜີຂໍຕໍ່ອາຍຸໃບອະນຸຍາດທັນກໍານົດ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ກົມທີ່ເປັນຜູ້ອອກໃບອະນຸຍາດໃຫ້ ຖ້າບໍ່ແຈ້ງຖືວ່າ ມີຈຸດປະສົງທີ່ຈະຢຸດເຊົາດໍາເນີນກິດຈະການ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ອອກອະນຸຍາດ ຈະດໍາເນີນການຍຸກເລີກອອກອະນຸຍາດ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 35000000.00 | 500000.00 | 0.00 | 35500000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະບັນຍັດ 003/ປປທ. ໝາຍເຫດ ປະຈຸບັນກຳລັງປັບປຸງລັດຖະບັນຍັດ 003/ປປທ ຄືນໃໝ່ (ລໍຖ້າການຮັບຮອງ)  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 35000000.00 | 500000.00 | 0.00 | 35500000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະບັນຍັດ 003/ປປທ. ໝາຍເຫດ ປະຈຸບັນກຳລັງປັບປຸງລັດຖະບັນຍັດ 003/ປປທ ຄືນໃໝ່ (ລໍຖ້າການຮັບຮອງ)  | 
                                                |||





