ໃບອະນຸຍາດດຳເນີນວິສາຫະກິດບັນຊີ
License to Operate Accounting Enterprise
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 04.01.2018 | |
| ພາກສ່ວນຮັບຜິດຊອບ | ກົມບັນຊີ
|
|
| LSIC | M - ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງສ້າງຕັ້ງ ຫຼື ຮ່ວມທຶນກັບວິສາຫະກິດບັນຊີ ຢູ່ ສປປ ລາວ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ຜູ້ຮ້ອງຂໍເປັນນັກຊ່ຽວຊານບັນຊີ 2. ຜູ້ຮ້ອງຂໍເປັນສະມາຊິກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ 3. ບໍ່ເປັນລັດຖະກອນ, ບໍ່ເປັນເຈົ້າຂອງ, ບໍ່ເປັນຂາຮຸ້ນ ຫຼື ພະນັກງານຂອງວິສາຫະກິດໃດໜຶ່ງ 4. ບໍ່ເຄີຍຖືກລົງວິໄນ ຫຼື ຖືກສານຕັດສິນລົງໂທດໃນສະຖານສໍ້ໂກງ ຫຼື ກ່ຽວກັບການກະທໍາຜິດດ້ານການເງິນ, ການບັນຊີ 5. ມີພະນັກງານວິຊາການດ້ານການບັນຊີ, ການເງິນ ລະດັບຊັ້ນສູງຂຶ້ນໄປ ຢ່າງໜ້ອຍ 3 ຄົນ |
|
| ຄໍາເຫັນເພີ່ມເຕີມ |
ຂະແໜງການດັ່ງກ່າວເປັນຂະແໜງການທີ່ຈັດຢູ່ໃນບັນຊີປະເພດທຸລະກິດຄວບຄຸມທີ່ມີຄວາມອ່ອນໄຫວສູງ, ຕິດພັນກັບວຽກງານບັນຊີ-ການເງິນ ຂອງຫົວໜ່ວຍທຸລະກິດ ທີ່ຕ້ອງມອບພັນທະໃຫ້ລັດຕາມລະບຽບກົດໝາຍ, ຊຶ່ງຈໍາເປັນຕ້ອງໄດ້ພິຈາລະນາກວດສອບຜ່ານຂະແໜງການກ່ຽວຂ້ອງ ກ່ອນການຂຶ້ນທະບຽນດໍາເນີນທຸລະກິດ. (ອີງຕາມ ດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີປະເພດຄວບຄຸມ ສະບັບເລກທີ 68/ນຍ, ລົງວັນທີ 28 ເມສາ 2008; ບັນຊີ ກ.02-68/ນຍ.2012 ບັນຊີປະເພດຄວບຄຸມ ຫຼື ບັນຊີປະເພດທຸລະກິດ ທີ່ຕ້ອງກວດສອບຜ່ານຂະແໜງການກ່ຽວຂ້ອງ ກ່ອນການຂຶ້ນທະບຽນວິສາຫະກິດ). ພາຍຫຼັງບຸກຄົນ ຫຼື ນິຕິບຸກຄົນ ໄດ້ຮັບອະນຸຍາດໃຫ້ດໍາເນີນວິສາຫະກິດບັນຊີຈາກຂະແໜງການເງິນ ແລະ ໄດ້ໃບທະບຽນວິສາຫະກິດຈາກຂະແໜງອຸດສາຫະກໍາ ແລະ ການຄ້າແລ້ວ ຕ້ອງໄປຈົດທະບຽນເປັນສະມາຊິກນິຕິບຸກຄົນຂອງສະພາວິຊາຊີບນັກບັນຊີແລະ ນັກກວດສອບ. (ມາດຕາ 42 ວັກ2) |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບແຈ້ງໂທດ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບປະກາສະນີຍະບັດ ຫຼື ໃບຢັ້ງຢືນທີ່ປຶກສາບັນຊີ | ||||
| ໜັງສືມອບສິດ | ໃບມອບສິດໃຫ້ບຸກຄົນທີ່ຮັບຜິດຊອບພົວພັນເອກະສານ (ຖ້າມີ) |
|||
| ໃບຢັ້ງຢືນການປະກອບທຶນ | ||||
| ເອກະສານຢັ້ງຢືນການມອບສິດ ຫຼື ຖ່າຍໂອນຕ່າງໆຂອງບໍລິສັດແມ່ | ຖ້າມີ |
|||
| ຊີວະປະຫວັດ | ລະອຽດ |
|||
| ກົດລະບຽບຂອງບໍລິສັດ | ||||
| ຮູບຖ່າຍຂອງອໍານວຍການ | ຮູບຖ່າຍບໍ່ເກີນສາມເດືອນ ຂະໜາດ 3x4 ຈຳນວນ 2 ໃບ |
|||
| ໃບແຕ່ງຕັ້ງບຸກຄົນຮັບຜິດຊອບ, ຮັບໜ້າທີ່ປະຈໍາຢູ່ ສປປ ລາວ ຂອງບໍລິສັດແມ່ | ||||
| ໜັງສືສະເໜີ | ||||
| ໃບປະກາສະນີຍະບັດ | ຂອງວິຊາສະເພາະ |
|||
| ບັດສະມາຊິກ ຫຼື ໃບຢັ້ງຢືນ ການເປັນສະມາຊິກ ຂອງອົງການຈັດຕັ້ງວິຊາຊີບການບັນຊີ | ||||
| ໃບຢັ້ງຢືນຜ່ານງານ (ບັນຊີ ແລະ/ຫຼື ກວດສອບ) | ||||
| ບັດປະຈຳຕົວ ຫລື ໜັງສືຜ່ານແດນ | ສຳເນົາ |
|||
| ສຳມະໂນຄົວ | ສຳເນົາ |
|||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ພ້ອມແຜນວາດທີ່ຕັ້ງ |
|||
| ບົດລາຍງານສະພາບການເຄື່ອນໄຫວຂອງບໍລິສັດແມ່ໄລຍະຜ່ານມາ | ຖ້າມີ |
|||
| ສັນຍາສ້າງຕັ້ງບໍລິສັດ | ຂອງຂາຮຸ້ນ |
|||
| ບົດວິພາກເສດຖະກິດ | ແຜນການ 3 ປີ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມບັນຊີ, ກະຊວງການເງິນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ກະຊວງການເງິນຈະພິຈາລະນາອອກໃບອະນຸຍາດພາຍໃນກໍານົດ 10 ວັນລັດຖະການນັບແຕ່ວັນໄດ້ຮັບສໍານວນຄໍາຮ້ອງຂອງຜູ້ຮ້ອງຂໍຈາກຂະແໜງການອຸດສາຫະກໍາແລະການຄ້າເປັນຕົ້ນໄປ ເມື່ອເຫັນວ່າມີເງື່ອນໄຂຄົບຖ້ວນ. ພາຍຫຼັງທີ່ບຸກຄົນ ຫຼື ນິຕິບຸກຄົນ ໄດ້ຮັບອະນຸຍາດໃຫ້ດຳເນີນວິສາຫະກິດບັນຊີຈາກຂະແໜງການເງິນ ແລະ ໄດ້ຮັບທະບຽນວິສາຫະກິດຈາກຂະແໜງການອຸດສາຫະກຳ ແລະ ການຄ້າແລ້ວ ຕ້ອງໄດ້ໄປຈົດທະບຽນເປັນສະມາຊິກນິຕິບຸກຄົນຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ເພື່ອອອກໃບຕິດຕາມການດໍາເນີນທຸລະກິດປະຈໍາປີ ໃຫ້ແກ່ບັນດາວິສາຫະກິດທີ່ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດບັນຊີ. ບັນດາວິສາຫະກິດຕ້ອງລາຍງານການເຄື່ອນໄຫວ, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນໃຫ້ກະຊວງການເງິນເປັນປະຈໍາປີ. ການລາຍງານຕ້ອງປະກອບດ້ວຍເອກະສານຕົ້ນຕໍດັ່ງນີ້: 1. ຜົນການເຄື່ອນໄຫວວຽກງານປະຈຳປີ, ໂຄງປະກອບການຈັດຕັ້ງ, ອັດຕາສ່ວນພະນັກງງານວິຊາການຂອງຕົນ ແລະ ການປະຕິບັດພັນທະຕາມທີ່ໄດ້ກຳນົດໄວ້ໃນຂໍ້ 6 ມາດຕາ 50 ຂອງກົດໝາຍສະບັບນີ້: 2. ເອກະສາລາຍງານການເງິນປະຈຳປີ 3. ການປະກັນໄພຄ່າເສຍຫາຍດ້ານວິຊາຊີບ 4. ການຍົກລະດັບການສຶກສາດ້ານວິຊາຊີບໃຫ້ພະນັກງານໃນວິສາຫະກິດຂອງຕົນ 5. ບົດລາຍງານຄວາມໂປ່ງໃສ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 500000.00 | 0.00 | 500000.00 |
| ຄຳເຫັນ |
ອີງຕາມ ມາດຕາ 8 ຂອງ ລັດຖະບັນຍັດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ. |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





