ໃບອະນຸຍາດດໍາເນີນທຸລະກິດກວດສອບ
License to Operate Auditing Enterprise
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 04.01.2018 | |
| ພາກສ່ວນຮັບຜິດຊອບ | ກົມບັນຊີ
|
|
| LSIC | M - ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງສ້າງຕັ້ງ ຫຼື ຮ່ວມທຶນ ກັບວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ຢູ່ ສປປ ລາວ. |
|
| ເງື່ອນໄຂໃນການຂໍເອກະສານ |
ຜູ້ສະເໜີຂໍໃບອະນຸຍາດ ຕ້ອງມີເງື່ອນໄຂ ດັ່ງນີ້: 1. ເປັນນັກຊ່ຽວຊານບັນຊີ ຫຼື ວິສາຫະກິດກວດສອບຕ່າງປະເທດ; 2. ເປັນສະມາຊິກຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ; 3. ບໍ່ເປັນລັດຖະກອນ, ບໍ່ເປັນເຈົ້າຂອງ, ບໍ່ເປັນຂາຮຸ້ນ ຫຼື ພະນັກງານ ຂອງວິສາຫະກິດໃດໜຶ່ງ 4. ບໍ່ເຄີຍຖືກລົງວິໄນ ຫຼື ຖືກສານຕັດສິນລົງໂທດ ໃນສະຖານະສໍ້ໂກງ ຫຼື ກ່ຽວກັບການກະທໍາຜິດດ້ານການເງິນ, ການບັນຊີ; 5. ຕ້ອງມີນັກຊ່ຽວຊານບັນຊີ ຢ່າງໜ້ອຍ 2 ຄົນຂຶ້ນໄປ ແລະ ພະນັກງານລະດັບຊັ້ນສູງຂຶ້ນໄປ ກໍລະນີເປັນວິສາຫະກິດສ່ວນບຸກຄົນ; 6. ມີຂາຮຸ້ນຢ່າງໜ້ອຍ 3/5 ຂອງຜູ້ຖືຮຸ້ນທັງໝົດ ເປັນນັກຊ່ຽວຊານບັນຊີ ແລະ ເປັນຜູ້ບໍລິຫານ ແລະ ພະນັກງານລະດັບຊັ້ນສູງຂຶ້ນໄປ ກໍລະນີມີຂາຮຸ້ນສອງຄົນຂຶ້ນໄປ. |
|
| ຄໍາເຫັນເພີ່ມເຕີມ |
ຂະແໜງການນີ້ ເປັນຂະແໜງການທີ່ຈັດຢູ່ໃນບັນຊີປະເພດທຸລະກິດຄວບຄຸມທີ່ມີຄວາມອ່ອນໄຫວສູງ, ຕິດພັນກັບວຽກງານບັນຊີ-ການເງິນ ຂອງຫົວໜ່ວຍທຸລະກິດ ທີ່ຕ້ອງມອບພັນທະໃຫ້ລັດຕາມລະບຽບກົດໝາຍ, ຊຶ່ງຈໍາເປັນຕ້ອງໄດ້ພິຈາລະນາກວດສອບຜ່ານຂະແໜງການກ່ຽວຂ້ອງ ກ່ອນການຂຶ້ນທະບຽນດໍາເນີນທຸລະກິດ. (ອີງຕາມ ດໍາລັດ ວ່າດ້ວຍການຮັບຮອງເອົາ ບັນຊີປະເພດຄວບຄຸມ ສະບັບເລກທີ 68/ນຍ, ລົງວັນທີ 28 ເມສາ 2008; ບັນຊີ ກ.02-68/ນຍ.2012 ບັນຊີປະເພດ ຄວບຄຸມ ຫຼື ບັນຊີປະເພດທຸລະກິດທີ່ຕ້ອງກວດສອບຜ່ານຂະແໜງການກ່ຽວຂ້ອງ ກ່ອນການຂຶ້ນທະບຽນວິສາຫະກິດ). ພາຍຫຼັງໄດ້ຮັບອະນຸຍາດດໍາເນີນວິສາຫະກິດກວດສອບ ແລະ ໄດ້ຂຶ້ນທະບຽນວິສາຫະກິດແລ້ວ, ພາຍໃນກໍານົດເວລາ 30 ວັນ ຜູ້ອໍານວຍການ ຫຼື ຜູ້ຮຸ້ນສ່ວນຮັບຜິດຊອບງານຕ້ອງໄດ້ຮັບອະນຸຍາດເປັນນັກກວດສອບຕາມກົດໝາຍຈາກກະຊວງການເງິນ (ມາດຕາ 44, ວັກ 2). |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບປະກາສະນີຍະບັດ ຫຼື ໃບຢັ້ງຢືນທີ່ປຶກສາບັນຊີ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບຢັ້ງຢືນການປະກອບທຶນ | ||||
| ເອກະສານຢັ້ງຢືນການມອບສິດ ຫຼື ຖ່າຍໂອນຕ່າງໆຂອງບໍລິສັດແມ່ | ຖ້າມີ |
|||
| ຊີວະປະຫວັດ | ລະອຽດ |
|||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ພ້ອມແຜນວາດທີ່ຕັ້ງ |
|||
| ຮູບຖ່າຍຂອງອໍານວຍການ | ຮູບຖ່າຍບໍ່ເກີນສາມເດືອນ ຂະໜາດ 3x4 ຈຳນວນ 2 ໃບ |
|||
| ໃບແຈ້ງໂທດ | ||||
| ໜັງສືສະເໜີ | ຂໍອະນຸຍາດດຳເນີນວິສາຫະກິດກວດສອບ |
|||
| ໃບປະກາສະນີຍະບັດ | ໃນວິຊາສະເພາະ |
|||
| ບັດສະມາຊິກ ຫຼື ໃບຢັ້ງຢືນ ການເປັນສະມາຊິກ ຂອງອົງການຈັດຕັ້ງວິຊາຊີບການບັນຊີ | ||||
| ໃບແຕ່ງຕັ້ງບຸກຄົນຮັບຜິດຊອບ, ຮັບໜ້າທີ່ປະຈໍາຢູ່ ສປປ ລາວ ຂອງບໍລິສັດແມ່ | ຖ້າມີ |
|||
| ໃບຢັ້ງຢືນຜ່ານງານ (ບັນຊີ ແລະ/ຫຼື ກວດສອບ) | ||||
| ບັດປະຈຳຕົວ ຫລື ໜັງສືຜ່ານແດນ | ສຳເນົາ |
|||
| ສຳມະໂນຄົວ | ສຳເນົາ |
|||
| ບົດລາຍງານສະພາບການເຄື່ອນໄຫວຂອງບໍລິສັດແມ່ໄລຍະຜ່ານມາ | ||||
| ສັນຍາສ້າງຕັ້ງບໍລິສັດ | ຂອງຂາຮຸ້ນ (ຖ້າມີ) |
|||
| ກົດລະບຽບຂອງບໍລິສັດ | ||||
| ບົດວິພາກເສດຖະກິດ | ແຜນການ 3 ປີ |
|||
| ໃບມອບສິດ | ໃຫ້ບຸກຄົນທີ່ຮັບຜິດຊອບພົວພັນເອກະສານ (ຖ້າມີ) |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມບັນຊີ, ກະຊວງການເງິນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ກະຊວງການເງິນຈະພິຈາລະນາອອກໃບອະນຸຍາດພາຍໃນກໍານົດ 10 ວັນລັດຖະການ ນັບແຕ່ວັນໄດ້ຮັບສໍານວນຄໍາຮ້ອງຂອງຜູ້ສະເໜີຂໍຈາກຂະແໜງການອຸດສາຫະກໍາ ແລະ ການຄ້າ ເປັນຕົ້ນໄປ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ວິສາຫະກິດທີ່ໄດ້ໃບອະນຸຍາດດໍາເນີນທຸລະກິດກວດສອບຕ້ອງລາຍງານການເຄື່ອນໄຫວ, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນໃຫ້ກະຊວງການເງິນເປັນປະຈໍາປີ (ມາດຕາ 63) ເພື່ອອອກໃບຕິດຕາມການດໍາເນີນທຸລະກິດປະຈໍາປີ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 500000.00 | 0.00 | 500000.00 |
| ຄຳເຫັນ |
ອີງຕາມ ມາດຕາ 8 ຂອງ ລັດຖະບັນຍັດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ ແລະ ນິຕິກໍາທີ່ກ່ຽວຂ້ອງ ທີ່ຖືກຮັບຮອງ ເປັນແຕ່ລະໄລຍະ. |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





