ດາວໂຫຼດຂໍ້ມູນ

ໃບອະນຸຍາດນໍາໃຊ້ ຫຼື ຈັດຈໍາໜ່າຍໂປຣແກຣມບັນຊີ

Permit to Use and Sell Accounting Programmes

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບອະນຸຍາດນໍາໃຊ້ ຫຼື ຈັດຈໍາໜ່າຍໂປຣແກຣມບັນຊີ
ປະເພດເອກະສານ ອື່ນໆ
ວັນທີແກ້ໄຂຂໍ້ມູນລ່າສຸດ 04.01.2018
ພາກສ່ວນຮັບຜິດຊອບ ກົມບັນຊີ
LSIC M - ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ
ຜູ້ທີ່ສາມາດຍື່ນຂໍເອກະສານ
ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍບັນຊີ ແລະ ການຈັດຕັ້ງທີ່ກ່ຽວຂ້ອງທີ່ນຳໃຊ້ ແລະ ພັດທະນາໂປຣແກຣມບັນຊີຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ
ເງື່ອນໄຂໃນການຂໍເອກະສານ
ເງື່ອນໄຂການຂໍອະນຸຍາດ ພັດທະນາໂປຣແກຣມບັນຊີເພື່ອຈຳໜ່າຍທົ່ວໄປຕ້ອງມີເງື່ອນໄຂດັ່ງນີ້:
1. ມີໃບທະບຽນວິສາຫະກິດ, ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ ຫຼື ໃບຢັ້ງຢືນການມອບພັນທະອາກອນປະຈຳປີ ຂອງປີຜ່ານມາ, ໃບຕິດຕາມການຖືບັນຊີ ແລະ ໃບອະນຸຍາດຈາກກະຊວງໄປສະນີ
2. ມີພະນັກງານບັນຊີປະຈຳ, ມີນັກຊ່ຽວຊານບັນຊີ ຫຼື ອາດຈ້າງນັກຊ່ຽວຊານບັນຊີເປັນທີ່ປຶກສາ
3. ກໍລະນີນຳໃຊ້ໂປຣແກຣມບັນຊີສຳເລັດຮູບ ຫຼື ໂປຣແກຣມບັນຊີທີ່ມີລິຂະສິດ ຕ້ອງມີໃບອະນຸຍາດ ຫຼື ໃບສັນຍາຊື້-ຂາຍ ຈາກເຈົ້າຂອງໂປຣແກຣມ
ເງື່ອນໄຂການຂໍອະນຸຍາດນຳໃຊ້ ຫຼື ພັດທະນາໂປຣແກຣບັນຊີເພື່ອຊົມໃຊ້ເອງຕ້ອງມີເງື່ອນໄຂດັ່ງນີ້:
ຫົວໜ່ວຍຖືບັນຊີສາມາດພັດທະນາໂປຣແກຣມບັນຊີດ້ວຍຕົນເອງ ຫຼື ວ່າຈ້າງໃຫ້ພາກສ່ວນອື່ນພັດທະນາ ເພື່ອຮັບປະກັນການບັນທຶກບັນຊີ ແລະ ການສ້າງເອກະສານລາຍງານການເງິນໃຫ້ຖືກຕ້ອງຕາມບຽບກົດໝາຍການບັນຊີກຳນົດ. ເງື່ອນໄຂການຂໍອະນຸຍາດ ຕ້ອງປະກອບມີດັ່ງນີ້: 
1. ໜັງສືສະເໜີ ຫຼື ເອກະສານຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ
2. ປະກອບເອກະສານ ຫຼື ໃບອະນຸຍາດຕ່າງໆທີ່ກ່ຽວຂ້ອງສຳລັບຜູ້ພັດທະນາ
3. ມີພະນັກງານບັນຊີປະຈຳ, ມີນັກຊ່ຽວຊານບັນຊີ ຫຼື ອາດຈ້າງນັກຊ່ຽວຊານບັນຊີເປັນທີ່ປຶກສາ
4. ກໍລະນີນຳໃຊ້ໂປຣແກຣມບັນຊີທີ່ມີການພັດທະນາມາແລ້ວ (ໄດ້ຈົດລິຂະສິດແລ້ວ) ຕ້ອງມີໃບອະນຸຍາດ ຫຼື ໃບສັນຍາຊື້-ຂາຍ ຈາກເຈົ້າຂອງໂປຣແກຣມ
ຄໍາເຫັນເພີ່ມເຕີມ
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພັດທະນາຊຸດຄຳສັ່ງໂປຣແກຣມບັນຊີກ່ອນຈະນຳໃຊ້ເອງ ຫຼື ຈຳໜ່າຍ ຕ້ອງໄດ້ຜ່ານການກວດກາ, ທົດສອບຄວາມຖືກຕ້ອງຕາມ, ຕາມກົດໝາຍ ແລະ ລະບຽບການບັນຊີ, ມາດຕະຖານບັນຊີ ແລະ ໄດ້ຮັບອະນຸຍາດ ຈາກກະຊວງການເງິນ.
- ຫ້າມບຸກຄົນຫຼືນິຕິບຸກຄົນທີ່ໄດ້ຮັບອະນຸຍາດໃຫ້ພັດທະນາຊຸດຄໍາສັ່ງໂປຣແກຣມບັນຊີເພື່ອຮັບໃຊ້ໃນການຄຸ້ມຄອງສະເພາະພາຍໃນຂອງຕົນນໍາເອົາຊຸດຄໍາສັ່ງດັ່ງກ່າວໄປຈໍາໜ່າຍທົ່ວໄປ.

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ລັດຖະບັນຍັດຂອງປະທານປະເທດ ສປປ ລາວ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ 003/ປທທ 26.12.2012 ມາດຕາ 8
ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂປຣແກຣມບັນຊີ 1835/ກງ 14.07.2020 ໝວດ 1, ມາດຕາ 4 ໝວດທີ 5, ມາດຕາ 15 ໝວດ 6, ມາດຕາ 19
ກົດໝາຍວ່າດ້ວຍ ການບັນຊີ (ສະບັບປັບປຸງ) 47/ສພຊ 26.12.2013 ໝວດທີ 3, ມາດຕາ 21

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ເອກະສານສຳລັບຫົວໜ່ວຍຖືບັນຊີທີ່ພັດທະນາໂປຣແກຣມບັນຊີ ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງການເງິນ-ການບັນຊີຂອງຕົນ ການກະ ທຳ ທີ່ຢັ້ງຢືນ
 - ໜັງສືສະເໜີ
- ສັນຍາການພັດທະນາໂປຣແກຣມບັນຊີ
- ປຶ້ມຄູ່ມືການນຳໃຊ້ໂປຣແກຣມບັນຊີ
- ປະກອບເອກະສານ ຫຼື ໃບອະນຸຍາດຕ່າງໆທີ່ກ່ຽວຂ້ອງຂອງຫົວໜ່ວຍຖືບັນຊີ ແລະ ຜູ້ພັດທະນາໂປຣແກຣມບັນຊີ
 
ເອກະສານສຳລັບໂປຣແກຣມບັນຊີ ທີ່ນຳໃຊ້ສະເພາະໂຄງການ ຫຼື ວິສາຫະກິດຕ່າງໆ ການກະ ທຳ ທີ່ຢັ້ງຢືນ
 ໃຫ້ປະກອບເອກະສານຄືກັບການປະກອບເອກະສານຂໍອະນຸຍາດພັດທະນາໂປຣແກຣມບັນຊີເພື່ອຈຳໜ່າຍທົ່ວໄປ 
ເອກະສານຂໍອະນຸຍາດພັດທະນາໂປຣແກຣມບັນຊີເພື່ອຈຳໜ່າຍທົ່ວໄປ ການກະ ທຳ ທີ່ຢັ້ງຢືນ
 - ໃບສະເໜີ ທີ່ວິສາຫະກິດສາມາດຮ່າງຂື້ນເອງ;
- ປຶ້ມຄູ່ມືນໍາໃຊ້ໂປຣແກຣມບັນຊີ;
- ໃບມອບສິດຈາກເຈົ້າຂອງໂປຣແກຣມ ຫຼື ສັນຍາຊື້ຂາຍ (ກໍລະນີນໍາໃຊ້ເຄື່ອງໝາຍການຄ້າຂອງຜູ້ອື່ນ);
- ປະຫວັດການເຄື່ອນໄຫວຜ່ານມາ ຂອງບໍລິສັດໂປຣແກຣມບັນຊີ;
- ໃບຢັ້ງຢືນທີ່ຕັ້ງສຳນັກງານ;
- ໃບຢັ້ງຢືນການມອບພັນທະອາກອນປະຈຳປີ ຂອງປີຜ່ານມາ;
- ໃບທະບຽນວິສາຫະກິດ, ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ, ໃບຕິດຕາມການຖືບັນຊີ ແລະໃບອະນຸຍາດຈາກກະຊວງໄປສະນີ; 
 

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ກົມບັນຊີ, ກະຊວງການເງິນ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 15 ກະຊວງການເງິນຈະພິຈາລະນາອອກໃບອະນຸຍາດພາຍໃນ 15 ວັນລັດຖະການ ພາຍຫຼັງຜ່ານຂະບວນການກວດກາເອກະສານ, ບົດທົດສອບຕົວຈິງ ແລະ ມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້. ໃນກໍລະນີທີ່ບໍ່ສາມາດອອກໃບຕິດຕາມໂປຣແກຣມບັນຊີ, ກະຊວງການເງິນ ຈະແຈ້ງເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນໃຫ້ຜູ້ຮ້ອງຂໍພາຍໃນ 15 ວັນລັດຖະການ.
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ບໍ່ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 0
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ໃບອະນຸຍາດດັ່ງກ່າວຈະມີຜົນນໍາໃຊ້ໄດ້ກໍ່ຕໍ່ເມື່ອມີໃບຕິດຕາມປະຈໍາປີ ແລະ ມີການລາຍງານເປັນປົກກະຕິ.
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0.00 500000.00 0.00 500000.00
ຄຳເຫັນ
ອີງຕາມ ມາດຕາ 8 ຂອງ ລັດຖະບັນຍັດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ ແລະ ນິຕິກໍາກ່ຽວຂ້ອງ ທີ່ຖືກຮັບຮອງເປັນແຕ່ລະໄລຍະ.
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ບໍ່ມີ 0.00 0.00 0.00 0.00
ຄຳເຫັນ

                                                    
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY