ດາວໂຫຼດຂໍ້ມູນ

ໃບທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນຈຳກັດ

Certificate for Enterprise Registration of Limited Partnership Enterprise

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນຈຳກັດ
ປະເພດເອກະສານ ໃບຢັ້ງຢືນ
ວັນທີແກ້ໄຂຂໍ້ມູນລ່າສຸດ 05.01.2018
ພາກສ່ວນຮັບຜິດຊອບ ກົມທະບຽນວິສາຫະກິດ
(021 412011;)
LSIC ທຸກພາກສ່ວນ
ຜູ້ທີ່ສາມາດຍື່ນຂໍເອກະສານ
ຜູ້ທີ່ມີຈຸດປະສົງຈະລົງທຶນ ຫຼື ດຳເນີນທຸລະກິດຢູ່ໃນ ສປປ ລາວ
ເງື່ອນໄຂໃນການຂໍເອກະສານ
ບໍ່ມີ
ຄໍາເຫັນເພີ່ມເຕີມ
• ຖ້າຫາກທຶນຈົດທະບຽນຕໍ່າກວ່າ ຫ້າຮ້ອຍລ້ານກີບ ຈະຕ້ອງຍື່ນຄຳຮ້ອງຢູ່ຂັ້ນແຂວງ ບ່ອນທີ່ວິສາຫະກິດຕັ້ງຢູ່
• ຖ້າຫາກທຶນຈົດທະບຽນແມ່ນ ຫ້າຮ້ອຍລ້ານກີບ ຂຶ້ນໄປ ແມ່ນຍື່ນຄຳຮ້ອງຢູ່ ພະແນກ ອຸດສາຫະກຳ ແລະ ການຄ້າ ບ່ອນທີ່ສຳນັກງານຕັ້ງຢູ່ ເວັ້ນເສຍແຕ່ວ່າ ທີ່ຕັ້ງສຳນັກງານແມ່ນຕັ້ງຢູ່ນະຄອນຫຼວງວຽງຈັນ ແມ່ນສາມາດເລືອກວ່າຈະຍື່ນຄຳຮ້ອງຢູ່ກະຊວງ ອຸດສາຫະກຳ ແລະ ການຄ້າ ຫຼື ຈະຍື່ນຢູ່ ພະແນກ  ອຸດສາຫະກຳ ແລະ ການຄ້າ ປະຈຳນະຄອນຫຼວງວຽງຈັນ ກໍໄດ້

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ກົດໝາຍວ່າດ້ວຍ ວິສາຫະກິດ (ສະບັບປັບປຸງ) 46/ສພຊ 26.12.2013 ພາກ​ທີ II ວິ​ສາ​ຫະ​ກິດ ໝວດ​ທີ 2 ການ​ຂຶ້ນ​ທະ​ບຽນ​ວິ​ສາ​ຫະ​ກິດ (ມາດ​ຕາ 14 ຫາ ມາດ​ຕາ 18) ພາກ​ທີ IV ວິ​ສາ​ຫະ​ກິດ​ຮຸ້ນ​ສ່ວນ ໝວດ​ທີ 3 ວິ​ສາ​ຫະ​ກິດ​ຮຸ້ນ​ສ່ວນ​ຈຳ​ກັດ (ມາດ​ຕາ 75)
ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ 0023/ອຄ.ກທຄວ 09.01.2019
ລັດຖະບັນຍັດຂອງປະທານປະເທດ ສປປ ລາວ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ 003/ປທທ 26.12.2012
ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ)2024 33/ສພຊ 29.12.2022

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ສໍາເນົາບັດປະຈໍາຕົວ / ສໍາມະໂນຄົວ / ໜັງສືຜ່ານແດນ ການກະ ທຳ ທີ່ຢັ້ງຢືນ
 ​ຈຳນວນ 3​ ສະບັບ 
ໃບຄຳຮ້ອງແຈ້ງຂຶ້ນໃບທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນຈຳກັດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບ ຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ຄຳປະຕິຍານພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງ ກະຊວງ ອຸດສາຫະ ກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ປະຫວັດຫຍໍ້ຜູ້ລົງທຶນ ຫຼື ຄົນຕ່າງປະເທດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງ ກະຊວງ ອຸດສາຫະ ກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ໃບແຈ້ງລາຍການກິດຈະການທີ່ສະເໜີປະກອບທຸລະກິດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງ ກະຊວງ ອຸດສາຫະ ກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ຮູບ 3x4 ການກະ ທຳ ທີ່ຢັ້ງຢືນ
 ຮູບ 3 ແຜ່ນຂອງຜູ້ຈັດການທີ່ຕົກລົງໃຫ້ຕິດໃສ່ໃບທະບຽນວິສາຫະກິດ ຮູບຖ່າຍບໍ່ໃຫ້ເກີນ 3 ເດືອນ 
ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ ການກະ ທຳ ທີ່ຢັ້ງຢືນ
 ໃບມອບສັນທະ ຫຼື ໃບມອບສິດຂອງຜູ້ທີ່ຖືກມອບໝາຍໃຫ້ແຈ້ງຂຶ້ນທະບຽນວິສາຫະກິດ ກໍລະນີຜູ້ອໍານວຍການບໍ່ໄດ້ມາເອງ ແບບຟອມໃບມອບສັນທະ ແມ່ນອີງຕາມແບບຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຈຳນວນ 3 ສະບັບ 
ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນຈຳກັດ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບ ຟອມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ ຈຳນວນ 3 ສະບັບ 
ໃບມອບສິດອຳນາດຈາກວິສາຫະກິດແມ່ ການກະ ທຳ ທີ່ຢັ້ງຢືນ
 ໃນກໍລະນີ ນິຕິບຸກຄົນແຈ້ງຂຶ້ນທະບຽນວິສາຫະກິດ ຕ້ອງມີໃບມອບສິດອຳນາດຈາກວິສາຫະກິດແມ່, ສໍາເນົາໃບທະບຽນວິສາຫະກິດພ້ອມກັບສະບັບ ແປພາສາລາວ ທີ່ໄດ້ຮັບການຢັ້ງຢືນຈາກວິສາຫະກິດທີ່ໄດ້ອະນຸຍາດແປພາສາ  ຄັດຕິດກັບໃບຄຳຮ້ອງມາພ້ອມທຸກລາຍການລວມທັງຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ແລະ ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນຈຳກັດ ຕ້ອງປະກອບມາຢ່າງລະ 3 ສະບັບ
 

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ກົມທະບຽນວິສາຫະກິດ, ກະຊວງອຸດສະຫະກຳ ແລະ ການຄ້າ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 10 ໄດ້ກຳນົດໄວ້ຢູ່ໃນຂໍ້ຕົກລົງຂອງກະຊວງອຸດສະຫະກຳ ແລະ ການຄ້າວ່າດ້ວຍການຂຶ້ນທະບຽນວິສາຫະກິດ ເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ໄດ້ກຳນົດໄລຍະເວລາໃນການອອກໃບທະບຽນຊ້າສຸດບໍ່ກາຍ 10​ ວັນລັດຖະການ ນັບແຕ່ມື້ອອກເອກະສານເປັນຕົ້ນໄປ
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ບໍ່ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 0
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ໃບທະບຽນວິສາຫະກິດນີ້ ຈະອອກຄັ້ງດຽວ ຕະຫຼອດໄລຍະການດຳເນີນທຸລະກິດ (ຍົກເວັ້ນ ຖ້າຜູ້ລົງທຶນມີຈຸດປະສົງປ່ຽນແປງເນື້ອໃນຂອງໃບທະບຽນວິສາຫະກິດ)
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 90000.00 0.00 0.00 90000.00
ຄຳເຫັນ
90,000 ກີບ ບວກກັບຄ່າທໍານຽມໃນການອອກໃບທະບຽນວິສາຫະກິດ ຊຶ່ງຈະອີງຕາມທຶນຈົດທະບຽນຂອງບໍລິສັດ ຕາມອັດຕາລະຫວ່າງ 20,000 ກີບ ຫາ 5,000,000 ກີບ ໂດຍອີງຕາມຂໍ້ມູນດັ່ງລຸ່ມນີ້:
1, ທຶນຈົດທະບຽນແຕ່ 1.000.000 ກີບ ລົງມາ, ບໍ່ມີຄ່າທຳນຽມ
2. ທຶນຈົດທະບຽນຫຼາຍກວ່າ 1.000.000 ກີບ ຫາ 10.000.000 ກີບ, ຄ່າທຳນຽມ 20.000 ກິບ
3. ທຶນຈົດທະບຽນຫຼາຍກວ່າ 10.000.000 ກີບ ຫາ 20.000.000 ກີບ, ຄ່າທຳນຽມ 50.000 ກີບ
4. ທຶນຈົດທະບຽນຫຼາຍກວ່າ 20.000.000 ກີບ ຫາ 50.000.000 ກີບ, ຄ່າທຳນຽມ 100.000 ກີບ
5. ທຶນຈົດທະບຽນຫຼາຍກວ່າ 50.000.000 ກີບ ຫາ 100.000.000 ກີບ, ຄ່າທຳນຽມ 300.000 ກີບ
6. ທຶນຈົດທະບຽນຫຼາຍກວ່າ 100.000.000 ກີບ ຫາ 400.000.000 ກີບ, ຄ່າທຳນຽມ 500.000 ກີບ
7. ທຶນຈົດທະບຽນຫຼາຍກວ່າ 400.000.000 ກີບ ຫາ 1.000.000.000 ກີບ, ຄ່າທຳນຽມ 1.000.000 ກີບ
8. ທຶນຈົດທະບຽນຫຼາຍກວ່າ 1.000.000.000 ກີບ ຫາ 10.000.000.000 ກີບ, ຄ່າທຳນຽມ 2.600.000 ກີບ
9. ທຶນຈົດທະບຽນຫຼາຍກວ່າ 10.000.000.000 ກີບ ຫາ 20.000.000.000 ກີບ, ຄ່າທຳນຽມ 4.000.000 ກີບ
10. ທຶນຈົດທະບຽນຫຼາຍກວ່າ 20.000.000.000 ກີບ ຂຶ້ນໄປ, ຄ່າທຳນຽມ 6.000.000 ກິບ
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ບໍ່ມີ 0.00 0.00 0.00 0.00
ຄຳເຫັນ
ບໍ່ມີການຕໍ່ໃບທະບຽນວິສາຫະກິດ ແຕ່ຖ້າຫາກມີການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດແມ່ນ 40.000 ກີບ. ສ່ວນການປ່ຽນແປງເນື່ອງຈາກການເພີ່ມທຶນຈົດທະບຽນວິສາຫະກິດແມ່ນ ຈະອີງຕາມທຶນຈົດທະບຽນຂອງບໍລິສັດ ຕາມອັດຕາລະຫວ່າງ 20,000 ກີບ ຫາ 5,000,000 ກີບ ໂດຍອີງຕາມຕາຕະລາງທີ່ລະບຸໄວ້ໃນຄຳເຫັນຕາມຂ້າງເທິງ
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY