ການຂໍອະນຸຍາດດຳເນີນທຸລະກິດໃນກິດຈະການ ຊົນລະປະທານ
License to Operate Irrigation Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 28.12.2017 | |
| ພາກສ່ວນຮັບຜິດຊອບ | ກົມຊົນລະປະທານ
                                                         | 
                                                |
| LSIC | E - ການສະໜອງນໍ້າ, ລະບາຍນໍ້າເສຍ, ການບໍລິຫານຈັດການ ແລະ ເຄື່ອນໄຫວບໍາບັດສິ່ງເສດເຫລືອ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນໃດຫນຶ່ງຫຼືຜູ້ປະກອບການ ທີ່ມີຈຸດປະສົງເນີນທຸລະກິດທາງດ້ານ ຊົນລະປະທານທີ່ປະກອບດ້ວຍ (i) ຂະແໜງກໍ່ສ້າງ ແລະ ສ້ອມແປງຊົນລະປະທານ, (ii) ຂະແໜງສຶກສາ,ສຳຫຼວດ-ອອກແບບ ຊົນລະປະທານ (iii) ຂະແໜງໃຫ້ຄຳປຶກສາດ້ານຄຸ້ມງານການກໍ່ສ້າງຊົນລະປະທານ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ມີວິສະວະກອນຊົນລະປະທານທີ່ມີປະສົບການເຮັດວຽກຢ່າງຫນ້ອຍ 5 ປີໃນຈໍານວນທີ່ກໍານົດວ້ໃນແຕ່ລະຂັ້ນຂອງທຸລະກິດຊົນລະປະທານ. 2. ຜູ້ຈັດການຂອງບໍລິສັດຢ່າງໜ້ອຍຕ້ອງຈົບວິຊາສະເພາະທາງດ້ານຊົນລະປະທານແລະຜູ້ອຳ ນວຍການບໍລິສັດແມ່ນຕ້ອງມີໃບປະກາດດ້ານວິສະວະກອນຊົນລະປະທານ. 3. ຕ້ອງມີທຶນແລະອຸປະກອນພຽງພໍດັ່ງທີ່ໄດ້ກໍານົດໄວ້ໃນແຕ່ລະຂະແຫນງທຸລະກິດຊົນລະປະ ທານ, ໃຫ້ບໍລິສັດມີທຶນໝູນວຽນຢ່າງຫນ້ອຍ 30% ຂອງຊັບສົມບັດຄົງທີ່ທັງຫມົດ 4. ຕ້ອງມີເງື່ອນໄຂ ຂອງບໍລິສັດຊົນລະປະທານຄົບຖ້ວນ  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        - ທຸລະກິດຊົນລະປະທານ 3 ຊັ້ນ, ເຊິ່ງລວມມີ ຊັ້ນ 1, ຊັ້ນ 2 ກົມຊົນລະປະທານ ຄົ້ນຄວ້າພິຈາລະນາ ແລະ ນຳສະເໜີ ກະຊວງກະສິກຳ ແລະ ປ່າໄມ້. - ຊັ້ນ 3 ຂະແໜງຊົນລະປະທານ ຄົ້ນຄວ້າພິຈາລະນາ ແລະ ນຳສະເໜີ ພະແນກກະສິກຳ ແລະ ແຂວງ, ນະຄອນຫຼວງວຽງຈັນ  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບັນຊີລາຍຊື່ພະນັກງານ | ແລະ ໂຄງຮ່າງການຈັດຕັ້ງ ຂອງບໍລິສັດ.  | 
                                                            |||
| ກົດລະບຽບວິສາຫະກິດ | ||||
| ໃບແຈ້ງໂທດ | ||||
| ໃບແຈ້ງໂທດ | ແລະ ບັດປະຈຳຕົວ ໃບຊີວະປະຫວັດຫຍໍ້ຂອງຫົວໜ້າບໍລິສັດ;  | 
                                                            |||
| ບັນຊີຊັບສົມບັດຄົງທີ່ | ຕະຫຼອດເຖິງອຸປະກອນເຄື່ອງມື, ພ້ອມດ້ວຍການຢັ້ງຢືນກຳມະສິດຈາກອົງການກ່ຽວຂ້ອງ ແລະ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ).  | 
                                                            |||
| ບັນຊີຊັບສົມບັດຄົງທີ່ | ພາຫະນະກົນຈັກ, ອຸປະກອນ ແລະ ເຄື່ອງມືຕ່າງໆຂອງບໍລິສັດ (ຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ), ກອບປີ່ໃບທະບຽນລົດ, ຖ່າຍຮູບພາບກົນຈັກໜັກ ແລະ ເຄື່ອງມືຮັບໃຊ້;  | 
                                                            |||
| ແຜນວາດທີ່ຕັ້ງສຳນັກງານ | ||||
| ຮູບ 3x4 | ຈຳນວນ 4 ໃບ  | 
                                                            |||
| ໃບປະກາດດ້ານວິຊາການ | ລວມທັງປະຫວັດຫຍໍ້ຂອງວິສະວະກອນ ພ້ອມສັນຍາຜູກພັນລະຫວ່າງວິຊາການ ແລະ ບໍລິສັດ. ເຊັນຢັ້ງຢືນຈາກຫ້ອງການບ້ານວິສາຫະກິດຕັ້ງຢູ່.  | 
                                                            |||
| ໃບຄຳຮ້ອງ | ||||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | in case that the owner of the enterprise could not proceed the application by themselves  | 
                                                            |||
| ສະຫຼຸບໃບດູນດ່ຽງ ລາຍຮັບ-ລາຍຈ່າຍ | ||||
| ໃບອະນຸຍາດລົງທຶນ | ສຳລັບຄົນຕ່າງປະເທດ  | 
                                                            |||
| ບົດວິພາກເສດຖະກິດເຕັກນິກ | ດ້ານຊົນລະປະທານ  | 
                                                            |||
| ຊີວະປະຫວັດ | ຂອງເຈົ້າຂອງບໍລິດສັດ ແລະ ໃບຢັ້ງຢືນທີ່ຢູ່  | 
                                                            |||
| ໃບຢັ້ງຢືນຖານະການເງິນ | ຈາກທະນາຄານ  | 
                                                            |||
| ບັດປະຈຳຕົວ | ສະເນົາ  | 
                                                            |||
| ສັນຍາສ້າງຕັ້ງວິສາຫະກິດ | ສຳລັບລັດວິສາຫະກິດປະສົມ ແລະ ບໍລິສັດ  | 
                                                            |||
| ໃບຢັ້ງຢືນຜົນງານໃນໄລຍະຜ່ານມາຂອງວິສະວະກອນ ຫຼື ວິສາຫະກິດ. | ||||
| ບັນຊີເງີນຝາກທະນາຄານ | ສຳເນົາ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ຫາກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ ຫຼື ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ.  | 
                                                            |||
| ກົດລະບຽບວິສາຫະກິດ | ||||
| ບົດວິພາກເສດຖະກິດ | ||||
| ບັນຊີລາຍຊື່ພະນັກງານ | ແລະ ໂຄງຮ່າງການຈັດຕັ້ງ ຂອງບໍລິສັດ.  | 
                                                            |||
| ໃບປະກາດດ້ານວິຊາການ | ດ້ານຊົນລະປະທານ (ຕ້ອງCOPYສີ), ລວມທັງໃບຊິວະປະຫວັດຫຍໍ້ວິຊາການ,ສັນຍາຜູກພັນລະຫວ່າງບໍລີສັດກັບວິຊາການ; ເຊັນຢັ້ງຢືນຈາກຫ້ອງການບ້ານວິສາຫະກິດຕັ້ງຢູ່.  | 
                                                            |||
| ຮູບ 3x4 | ຈຳນວນ 4 ໃບ  | 
                                                            |||
| ໃບດຸ່ນດ່ຽງລາຍຮັບ-ລາຍຈ່າຍປະຈຳປີ | ||||
| ໃບອະນຸຍາດເຄື່ອນໄຫວວິສາຫະກິດຂະແໜງຊົນລະປະທານທີ່ໃກ້ຈະໝົດອາຍຸ. | ||||
| ໃບທະບຽນອາກອນພາຍໃນທີ່ໃກ້ຈະໝົດອາຍຸ | ||||
| ໃບທະບຽນວິສາຫະກິດ | ||||
| ໃບສະຫຼຸບຜົນງານໃນໜື່ງປີຜ່ານມາ | ພ້ອມໃຫ້ມີການຢັ້ງຢືນຈາກຂະແໜງ ຫຼື ເຈົ້າຂອງໂຄງການຄັກແນ່.  | 
                                                            |||
| ໃບຢັ້ງຢືນກວດກາຄຸນນະພາບການກໍ່ສ້າງ | ພ້ອມໃຫ້ມີການຢັ້ງຢືນຈາກຂະແໜງການ ຫຼື ເຈົ້າຂອງໂຄງການ.  | 
                                                            |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | ອີງຕາມ ຂໍ້ຕົກລົງ ສະບັບເລກທີ 0104/ກປ.2002, ລົງວັນທີ 31/01/2002 ໄດ້ລະບຸໄລຍະເວລາໃນການພິຈາລະນາເອກະສານແມ່ນບໍ່ກາຍ 30 ວັນລັດຖະການ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | 1. ຂັ້ນການຕໍ່ອາຍຸຈະຕ້ອງດໍາເນີນການພາຍໃນ 15 ນັບແຕ່ມື້ໝົດກຳນົດການນຳໃຊ້ ໃບອະນຸຍາດດັ່ງກ່າວ ຖ້າກາຍກຳນົດນີ້ແລ້ວ ທາງຂະແໜງການຈະບໍ່ພິຈາລະນາ ນອກຈາກມີເຫດຜົນພຽງພໍ ແຕ່ບໍ່ໃຫ້ກາຍ 30 ວັນ. 2 . ຜູ້ສະຫມັກຕ້ອງຍືນເອກະສານປະກອບຕາມທີ່ໄດ້ກໍານົດໄວ້ ເພື່ອສະແດງໃຫ້ເຫັນວ່າ ທາງບໍລິສັດໃຫ້ການຮ່ວມມືໃນການສະໜອງເອກະສານໃຫ້ທາງເຈົ້າໜ້າທີ່ ເພື່ອຈະສະດວກໃນຂັ້ນຕອນຂອງການຕໍ່ໃບອະນຸຍາດໃນກິດຈະການຊົນລະປະທານ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 0.00 | 0.00 | 0.00 | 
| ຄຳເຫັນ | 
                                                        ສຳລັບຄ່າທຳນຽມຂໍອອກອະນຸຍາດດຳເນີນທຸລະກິດ ແມ່ນ ກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ເກັບ ແລະ ອີງຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 003/ປປທ, ລົງວັນທີ່ 26/12/2012.  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 0.00 | 0.00 | 0.00 | 
| ຄຳເຫັນ | 
                                                        - ສຳລັບຄ່າທຳນຽມຂອງການຕໍ່ ອອກອະນຸຍາດ ດຳເນີນທຸລະກິດ ແມ່ນ ກົມແຜນການ ແລະ ການເງີນ, ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ເກັບ ແລະ ອີງຕາມລັດຖະບັນຍັດຂອງປະທານ ປະເທດ ເລກທີ 003/ປປທ, ລົງວັນທີ່ 26/12/2012. - ສຳລັບຄ່າບໍລິການວິຊາການລົງກວດກາຕົວຈິງແມ່ນມອບໃຫ້ຜູ້ປະກອບການເປັນຜູ້ຮັບຜິດຊອບ.  | 
                                                |||





