ໃບອະນຸຍາດສ້າງຕັ້ງຫ້ອງການຜູ້ຕາງໜ້າ
Permit to Establish a Representative Office
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 27.12.2017 | |
| ພາກສ່ວນຮັບຜິດຊອບ | ກົມສົ່ງເສີມການລົງທຶນ
|
|
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ນິຕິບຸກຄົນຕ່າງປະເທດທີ່ມີຈຸດປະສົງສ້າງຕັ້ງຫ້ອງການຜູ້ຕາງໜ້າ ຊຶ່ງແມ່ນ ຫ້ອງການປະສານງານຕາງໜ້າໃຫ້ບໍລິສັດແມ່ ໃນການສຶກສາຊ່ອງທາງການລົງທຶນ ແລະ ພົວພັນກັບພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ຢູ່ ສປປ ລາວ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ກິດຈະການຂອງການຂໍສ້າງຕັ້ງຫ້ອງການຜູ້ຕາງໜ້າໃນ ສປປ ລາວ ຕ້ອງແມ່ນບົນພື້ນຖານກິດຈະການຂອງບໍລິສັດແມ່; 2. ບໍລິສັດແມ່ຕ້ອງມີຖານະເປັນນິຕິບຸກຄົນຕາມກົດໝາຍຕ່າງປະເທດ 1 ປີຂຶ້ນໄປ. |
|
| ຄໍາເຫັນເພີ່ມເຕີມ | ||
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ) | 14/ສພຊ | 17.11.2016 | ໝວດທີ 7 (ມາດຕາ 55 ແລະ ມາດຕາ 56) | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໜັງສືມອບສິດ | ||||
| ໃບຄຳຮ້ອງ | ||||
| ສຳເນົາໃບທະບຽນວິສາຫະກິດ | ||||
| ສໍາເນົາພາດສະປອດ / ໜັງສືຜ່ານແດນ | ||||
| ຊີວະປະຫວັດ | ||||
| ໃບຢັ້ງຢືນຖານະການເງິນ ແລະ ໃບລາຍງານບັນຊີສຳຮອງຢູ່ທະນາຄານທີ່ມີການເຄື່ອນໄຫວຍ້ອນຫຼັງໄລຍະ 90 ວັນຂຶ້ນໄປ | ||||
| ສັນຍາເຊົ່າທີ່ຕັ້ງສໍານັກງານ | ||||
| ກົດລະບຽບວິສາຫະກິດ | ||||
| ແຜນປະກອບພະນັກງານ, ລາຍຊື່ພະນັກງານ | ||||
| ລາຍການຊັບສິນ | ||||
| ແຜນວາດທີ່ຕັ້ງຂອງວິສາຫະກິດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ສຳລັບການຂໍຕໍ່ອາຍຸການຂອງຫ້ອງການຜູ້ຕາງໜ້າແມ່ນສາມາດຕໍ່ໄດ້ 2 ເທື່ອ ແຕ່ລະເທື່ອແມ່ນມີອາຍຸການ 1 ປີ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 50000.00 | 320000.00 | 50000.00 | 420000.00 |
| ຄຳເຫັນ |
ກົດໝາຍກ່ຽວຂ້ອງ (ລວມທັງ ລັດຖະບັນຍັດປະທານປະເທດ) ບໍ່ໄດ້ລະບຸຄ່າທໍານຽມ ແລະ ຄ່າບໍລິການໄວ້ ແຕ່ເຈົ້າໜ້າທີ່ແຈ້ງວ່າ ຄ່າໃຊຈ່າຍທັງໝົດ ແມ່ນ 420,000 ກີບ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 100000.00 | 0.00 | 100000.00 |
| ຄຳເຫັນ |
ກົດໝາຍກ່ຽວຂ້ອງ (ລວມທັງ ລັດຖະບັນຍັດປະທານປະເທດ) ບໍ່ໄດ້ລະບຸຄ່າທໍານຽມ ແລະ ຄ່າບໍລິການໄວ້ ແຕ່ເຈົ້າໜ້າທີ່ແຈ້ງວ່າ ຄ່າທໍານຽມທັງໝົດ ສໍາລັບການຕໍ່ອາຍຸ ແມ່ນ 100,000 ກີບຕໍ່ເທື່ອ. |
|||





