ໃບອະນຸຍາດລົງທຶນ ຂອງກິດຈະການທົ່ວໄປໃນບັນຊີຄວບຄຸມ
License for investment in Controlled Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 27.12.2017 | |
| ພາກສ່ວນຮັບຜິດຊອບ | ກົມສົ່ງເສີມການລົງທຶນ
|
|
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ແລະ ນິຕິບຸກຄົນທີ່ມີຈຸດປະສົງດຳເນີນທຸລະກິດຕາມປະເພດທຸລະກິດ ຄື ປະເພດທຸລະກິດທີ່ມີຜົນກະທົບຕໍ່ຄວາມໝັ້ງຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄວາມປະເພນີອັນດີງາມຂອງຊາດ ແລະ ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ທີ່ໄດ້ລະບຸໄວ້ໃນບັນຊີຄວບຄຸມທີ່ລັດຖະບານເປັນຜູ້ກຳນົດ. |
|
| ເງື່ອນໄຂໃນການຂໍເອກະສານ |
ຜູ້ຮ້ອງຂໍຕ້ອງປະຕິບັດຕາມເງື່ອນໄຂ ແລະ ຄຸນສົມບັດທີ່ກໍານົດໄວ້ ສໍາລັບ ແຕ່ລະປະເພດທຸລະກິດ ໃນບັນຊີຄວບຄຸມດັ່ງກ່າວ |
|
| ຄໍາເຫັນເພີ່ມເຕີມ |
ໃບອະນຸຍາດລົງທຶນກິດຈະການໃນບັນຊີຄວບຄຸມ ແມ່ນຈະໄດ້ອອກພ້ອມ ໃບທະບຽນວິສາຫະກິດ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 25 | 1. ຫ້ອງການບໍລິການ ການລົງທຶນປະຕູດຽວ ຕ້ອງສົ່ງເອກະສານຄໍາຮ້ອງຂໍຄໍາເຫັນນໍາຂະແໜງການ ກ່ຽວຂ້ອງພາຍໃນ 2 ວັນລັດຖະການ ເພື່ອຄົ້ນຄວ້າ ແລະ ຕອບກັບ ພາຍໃນ 8 ວັນລັດຖະການ 2. ພາຍຫລັງມີຄໍາເຫັນດີຈາກຂະແໜງການກ່ຽວຂ້ອງ, ຫ້ອງການບໍລິການ ຕ້ອງນໍາສະເໜີ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາ ພາຍໃນ 10 ວັນລັດຖະການ 3. ພາຍຫລັງມີຄໍາເຫັນດີຈາກຄະນະກໍາມະການ, ຕ້ອງອອກໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດ ພາຍໃນເວລາ 5 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 250000.00 | 70000.00 | 50000.00 | 370000.00 |
| ຄຳເຫັນ |
ກົດໝາຍກ່ຽວຂ້ອງ (ລວມທັງ ລັດຖະບັນຍັດປະທານປະເທດ) ບໍ່ໄດ້ລະບຸຄ່າທໍານຽມ ແລະ ຄ່າບໍລິການໄວ້ ແຕ່ເຈົ້າໜ້າທີ່ແຈ້ງວ່ານອກຈາກຄ່າທຳນຽມ ແລະ ຄ່າແບບຟອມແລ້ວ, ຜູ້ສະເໜີຕ້ອງໄດ້ຈ່າຍຄ່າຮັບຮອງກົດລະບຽບ 50,000 ກີບ. ສະນັ້ນ, ຄ່າທໍານຽມທັງໝົດ ແມ່ນ 420,000 ກີບ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





