ໃບອະນຸຍາດດຳເນີນກິດຈະການ ສູນກາງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ບໍລິການ Cloud
License to Operate an Internet Data Center and Cloud Service
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 31.10.2017 | |
| ພາກສ່ວນຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ
                                                         | 
                                                |
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນກິດຈະການໃຫ້ເຊົ່າພື້ນທີ່ຕິດຕັ້ງອຸປະກອນ, ເຊົ່າບ່ອນວາງເຄື່ອງເຊີເວີ, ເຊົ່າໃຊ້ເຊີເວີ, ເຊົ່າພື້ນທີ່ເຊີເວີ, ເຊົ່າໃຊ້ຊອບແວຣ, ເຊົ່າໃຊ້ຖານຂໍ້ມູນ ແລະ ອື່ນໆ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ.  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        ຜູ້ຮ້ອງຂໍຕ້ອງປະຕິບັດໃຫ້ສອດຄ່ອງກັບ ມາດຕະຖານດັ່ງຕໍ່ໄປນີ້: 1. ມາດຕະຖານດ້ານທີ່ຕັ້ງ - ຕ້ອງຢູ່ໃນສະຖານທີ່ເໝາະສົມ, ໂຄງສ້າງອາຄານ ຕ້ອງມີຝາອາຄານໜາຢ່າງໜ້ອຍ 20 cm ມີລະບົບປ້ອງກັນໄຟໄໝ້ ຕາມມາດຕະຖານ TIA-942, ພື້ນທີ່ຫ້ອງ ຕ້ອງສາມາດຮອງຮັບນໍ້າໜັກໄດ້ບໍ່ຕໍ່າກວ່າ 800 kg/sq.m; 2. ມາດຕະຖານດ້ານເຕັກນິກ - ຕ້ອງເຊື່ອມຕໍ່ຫາສູນອິນເຕີເນັດແຫ່ງຊາດໂດຍກົງ ຫລື ຜ່ານຜູ້ໃຫ້ບໍລິການອິນເຕີເນັດ, ຕ້ອງມີອຸປະກອນຕິດຕາມ ແລະ ເກັບກໍາຂໍ້ມູນທັງໝົດຂອງລູກຄ້າ ແລະ ຕ້ອງມີລະບົບເກັບກໍາຂໍ້ມູນສໍາຮອງ; ອຸປະກອນທີ່ໃຊ້ຕ້ອງຖືກຕ້ອງຕາມມາດຕະຖານເຕັກນິກ ຜ່ານການກວດສອບ ແລະ ຮັບຮອງມາດຕະຖານ ໂດຍອຸປະກອນທັງໝົດ ຕ້ອງຕັ້ງຢູ່ໃນ ສປປ ລາວ; ຕ້ອງເຮັດແຜນການຕິດຕັ້ງເຄືອຂ່າຍອຸປະກອນຕ່າງໆ ໃຫ້ສອດຄ່ອງກັບ ເຕັກໂນໂລຊີ ແລະ ມາດຕະຖານ ທີ່ກະຊວງ ກໍານົດໄວ້ແຕ່ລະໄລຍະ; 3. ມາດຕະຖານດ້ານຄວາມປອດໄພ - ຕ້ອງມີລະບຽບການລະອຽດ ໃນການຄຸ້ມຄອງ, ການບໍາລຸງຮັກສາ ແລະ ລະບົບແກ້ໄຂບັນຫາສຸກເສີນຕ່າງໆ ໂດຍສະເພາະ ວິທີການທີ່ເໝາະສົມ ແລະ ທັນການ ເພື່ອຮັບປະກັນວ່າ ຂໍ້ມູນທັງໝົດຂອງຜູ້ໃຊ້ບໍລິການ ມີຄວາມປອດໄພ ເຊັ່ນ Firewall, Anti-DOS, Filtering  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        1. ໃບອະນຸຍາດແບບທີ 1 ສຳລັບຜູ້ບໍລິການສູນກາງຂໍ້ມູນຂ່າວສານຜ່ານອິນເຕີເນັດ ຂະໜາດໃຫຍ່ ທີ່ມີອາຄານສະຖານທີ່ເປັນຂອງຕົນເອງ; 2. ໃບອະນຸຍາດແບບທີ 2 ສຳລັບຜູ້ບໍລິການສູນກາງຂໍ້ມູນຂ່າວສານຜ່ານອິນເຕີເນັດ ຂະໜາດກາງທີ່ບໍ່ມີອາຄານເປັນຕົນເອງ ແຕ່ມີຫ້ອງເປັນຂອງຕົນເອງ; 3. ໃບອະນຸຍາດແບບທີ 3 ສຳລັບຜູ້ບໍລິການສູນກາງຂໍ້ມູນຂ່າວສານຜ່ານອິນເຕີເນັດ ທີ່ໃຊ້ພື້ນທີ່ໃນຫ້ອງສູນກາງຂໍ້ມູນຂ່າວສານຂອງຜູ້ອື່ນ. 1. ທຳອິດ ແມ່ນຈະອອກໃບອະນຸຍາດຊົ່ວຄາວ ຊຶ່ງມີອາຍຸການ 1 ປີ ແລະ ຫາກສາມາດປະຕິບັດໄດ້ 60% ຂອງແຜນການໃນປີທໍາອິດ ແມ່ນຈະໄດ້ຮັບການອອກໃບອະນຸຍາດສົມບູນ ທັງນີ້ ຖ້າວ່າຜູ້ໄດ້ຮັບໃບອະນຸຍາດຊົ່ວຄາວແລ້ວ ຖ້າຫາກບໍ່ສາມາດປະຕິບັດໄດ້ 60% ຂອງແຜນການໃນປີທຳອິດ ສາມາດຕໍ່ໃບອະນຸຍາດຊົ່ວຄາວໄດ້ອີກພຽງ 01 ຄັ້ງເທົ່ານັ້ນ ໂດຍຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນຕໍ່ຂະແໜງ ປທສ ພິຈາລະນາ; 2. ດໍາເນີນກິດຈະການ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 50,000,000 ກີບ; 3. ບໍ່ເລີ່ມດໍາເນີນການ ພາຍໃນ 1 ປີ ຫຼື ບໍ່ສາມາດປະຕິບັດໃຫ້ໄດ້ຕາມແຜນຢ່າງໜ້ອຍ 60% ຂອງແຜນການແຕ່ລະປີ ຈະຖືກປັບໃໝ 20,000,000 ກີບ 4. ນຳໃບອະນຸຍາດໃຫ້ຜູ່ອື່ນນຳໃຊ້, ເຊົ່າ ຫຼື ໂອນ ຈະຖືກປັບໃໝ 20,000,000 ກີບ; 5. ຕໍ່ໃບອະນຸຍາດດໍາເນີນກິດຈະການຊ້າກ່ອນກໍານົດ 30 ວັນ ຈະຖືກປັບໃໝ 20,000,000 ກີບ  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບປະກາສະນີຍະບັດ | ຫຼື ໃບຢັ້ງຢືນວຸດທິການສຶກສາ ທາງດ້ານໄອທີ ຫຼື ດ້ານທີ່ກ່ຽວຂ້ອງ  | 
                                                            |||
| ໃບຢັ້ງຢືນຖານະການເງິນ | ບັນຊີການເຄື່ອໄຫວທຸລະກິດ ຈາກທະນາຄານ ພາຍໃນ ສປປ ລາວ  | 
                                                            |||
| ຮູບຖ່າຍຂອງອໍານວຍການ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບຊີວະປະຫວັດຂອງຜູ້ອຳນວຍການ | ||||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວຂອງອໍານວຍການ | ||||
| ສຳເນົາໜັງສືເດີນທາງຂອງອໍານວຍການ | ||||
| ຊີວະປະຫວັດຂອງຊ່ຽວຊານສະເພາະດ້ານ | ||||
| ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ | ||||
| ໃບທະບຽນວິສາຫະກິດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | 1. ໃບອະນຸຍາດແບບທີ 1 ໃຊ້ເວລາພິຈາລະນາ ພາຍໃນ 30 ວັນລັດຖະການ 2. ໃບອະນຸຍາດແບບທີ 2 ໃຊ້ເວລາພິຈາລະນາ ພາຍໃນ 20 ວັນລັດຖະການ 3. ໃບອະນຸຍາດແບບທີ 3 ໃຊ້ເວລາພິຈາລະນາ ພາຍໃນ 15 ວັນລັດຖະການ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 60 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | 1. ອາຍຸໃບອະນຸຍາດ ແມ່ນ ແບ່ງເປັນ 2 ໄລຍະຄື: (i) ໄລຍະທີ 1 ອອກໃບອະນຸຍາດຊົ່ວຄາວ ມີອາຍຸ 1 ປີ ແລະ (ii) ໄລຍະທີ II ອອກໃບອະນຸຍາດສົມບູນ ຊຶ່ງມີອາຍຸ - 5 ປີສໍາລັບ ແບບທີ 1, 3 ປີສໍາລັບ ແບບທີ 2 ແລະ 2 ປີ ສໍາລັບ ແບບທີ 3 2. ການຍື່ນຕໍ່ໃບອະນຸຍາດນີ້ ຕ້ອງຍື່ນໃບຄຳຮ້ອງຂໍຕໍ່ ກ່ອນວັນໝົດອາຍຸ ຢ່າງໜ້ອຍ 30 ວັນ ໂດຍຕ້ອງປະຕິບັດຕາມເງື່ອນໄຂ ແລະ ຍື່ນເອກະສານຕາມທີ່ກໍານົດໄວ້ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 5000000.00 | 50000.00 | 0.00 | 5050000.00 | 
| ຄຳເຫັນ | 
                                                        ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012)  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ບໍ່ມີ | 5000000.00 | 50000.00 | 0.00 | 5050000.00 | 
| ຄຳເຫັນ | 
                                                        ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012)  | 
                                                |||





