ໃບອະນຸຍາດດຳເນີນທຸລະກິດ ດ້ານການຜະລິດອຸປະກອນໄອຊີທີ ແລະ ຊິ້ນສ່ວນ ເອເລັກໂຕຣນິກ
License to Operate ICT Equipment and Electronic Parts Manufacturing
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 30.12.2017 | |
| ພາກສ່ວນຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນທຸລະກິດດ້ານການຜະລິດ ອຸປະກອນທາງດ້ານ ICT ຊຶ່ງປະກອບມີ: ການຜະລິດອຸປະກອນຮາດແວ ເປັນຕົ້ນແມ່ນ: ພາກສ່ວນ ຫຼື ອົງປະກອບຂອງຄອມພິວເຕີ ແລະ ອຸປະກອນເອເລັກໂຕຣນິກອື່ນ ເປັນຕົ້ນ ໜ່ວຍຄວາມຈຳ, ໜ້າຈໍ, ແປ້ນພິມ, ເຄື່ອງພິມ, ໂທລະສັບ ແລະ ໂທລະພາບ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີທຶນ, ສຳນັກງານ, ອຸປະກອນ, ເຄື່ອງມືຢ່າງເໝາະສົມ; 2. ມີຜູ້ຊ່ຽວຊານ, ນັກວິຊາການທີ່ມີປະສົບການ ຈຳນວນເໝາະສົມກັບຂະໜາດຂອງທຸລະກິດ; 3. ມີບົດວິພາກເສດຖະກິດ-ເຕັກນິກ ຕາມແຕ່ລະປະເພດທຸລະກິດ. |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ | ||||
| ໃບຄຳຮ້ອງ | ||||
| ໃບປະກາສະນີຍະບັດ | ຫຼື ໃບຢັ້ງຢືນວຸດທິການສຶກສາ ທາງດ້ານໄອທີ ຫຼື ດ້ານທີ່ກ່ຽວຂ້ອງ |
|||
| ໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນຖານະການເງິນ | ຫຼື ບັນຊີການເຄື່ອນໄຫວທຸລະກິດ ຈາກທະນາຄານ ພາຍໃນ ສປປ ລາວ. |
|||
| ສຳເນົາບັດປະຈຳຕົວ | ຫຼື ສຳມະໂນຄົວ/ໜັງສືຜ່ານແດນ ຂອງອໍານວຍການ |
|||
| ສັນຍາອື່ນໆທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ | ສັນຍາເຊົ່າອາຄານ, ສັນຍາຮ່ວມທຸລະກິດ, ສັນຍາເຊົ່າເຄືອຂ່າຍ ແລະ ອື່ນໆ |
|||
| ຊີວະປະຫວັດ | ||||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບ 3x4 | 2 ໃບ |
|||
| ໃບອະນຸຍາດດຳເນີນທຸລະກິດ | ສະບັບເກົ່າ |
|||
| ໃບມອບສິດ | ກໍລະນີໃຫ້ຄົນອື່ນປະກອບເອກະສານແທນ ຫຼື ຕົວແທນຈາກບໍລິສັດ |
|||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ບົດສະຫຼຸບຂອງການເຄື່ອນໄຫວ | ||||
| ບົດສະຫຼຸບທາງດ້ານການເງິນ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | ຍັງບໍ່ທັນມີການກໍານົດກົດໝາຍກ່ຽວຂ້ອງ, ແຕ່ສຳລັບໄລຍະເວລາໃນການພິຈາລະນາປົກກະຕິແມ່ນບໍ່ກາຍ 30 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ການຂໍຕໍ່ໃບອະນຸຍາດນີ້ ຕ້ອງຍື່ນຕໍ່ກ່ອນວັນໝົດອາຍຸ 30 ວັນ, ພາຍຫຼັງໄດ້ຮັບໃບອະນຸຍາດແລ້ວ ຕ້ອງມີເຄື່ອນໄຫວດຳເນີນການ ທຸລະກິດ ພາຍໃນ ໜື່ງປີ, ຕ້ອງດຳເນີນທຸລະກິດສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ຕ້ອງປະກອບເອກະສານຢ່າງຄົບຖວນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 2000000.00 | 300000.00 | 0.00 | 2300000.00 |
| ຄຳເຫັນ |
ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 2000000.00 | 300000.00 | 0.00 | 2300000.00 |
| ຄຳເຫັນ |
ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012) |
|||





