ໃບຮັບຮອງການເຄື່ອນໄຫວເປັນທະນາຄານດູແລຊັບສິນ
License to Establish a Custodian Bank
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 27.12.2017 | |
| ພາກສ່ວນຮັບຜິດຊອບ | ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ
(021 217770;) |
|
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ທະນາຄານທຸລະກິດພາຍໃນ ຫຼື ຕ່າງປະເທດທີ່ມີຈຸດປະສົງເຄື່ອນໄຫວເປັນທະນາຄານດູແລຊັບ ສິນທີ່ເຮັດໜ້າທີ່ເປັນຜູ້ຮັກສາ ແລະ ຄຸ້ມຄອງຊັບສິນຂອງຜູ້ລົງທຶນ, ສະສາງ-ຊໍາລະທຸລະກໍາຫລັກ ຊັບ ຢູ່ ສປປ ລາວ |
|
| ເງື່ອນໄຂໃນການຂໍເອກະສານ |
1. ເປັນທະນາຄານທຸລະກິດພາຍໃນ ຫຼື ສາຂາຂອງທະນາຄານທຸລະກິດຕ່າງປະເທດ 2. ມີຄວາມໝັ້ນຄົງທາງດ້ານການເງິນຕາມລະບຽບການທີ່ກ່ຽວຂ້ອງຂອງທະນາຄານແຫ່ງ ສປປ ລາວ ໄດ້ກຳນົດໄວ້ 3. ມີລະບົບການຄຸ້ມຄອງແລະບໍລິຫານຊັບສິນ, ການກວດກາພາຍໃນ ແລະ ບໍລິຫານຄວາມສ່ຽງລວມທັງລະບົບການຕິດຕາມບັນຊີເງິນແລະບັນຊີຫຼັກຊັບທີ່ຮັບປະກັນແລະຄ່ອງຕົວ 4. ມີລະບົບສະສາງ-ຊຳລະທຸລະກຳຫຼັກຊັບທີ່ຮັບປະກັນແລະຄ່ອງຕົວທັງພາຍໃນແລະຕ່າງປະເທດ 5. ມີລະບົບເຕັກໂນໂລຊີຂໍ້ມູນ-ຂ່າວສານເຊື່ອມໂຍງກັບພາກສ່ວນກ່ຽວຂ້ອງ ແລະ ສາມາດຮັບປະກັນຄວາມປອດໄພສູງ 6. ມີສັນຍາຮ່ວມກັບຕະຫຼາດຫຼັກຊັບລາວ (ສູນຮັບຝາກຫຼັກຊັບ) ແລະ ບໍລິສັດຫຼັກຊັບ 7. ຜູ້ບໍລິຫານ ແລະ ພະນັກງານຕ້ອງມີວຸດທິການສືກສາລະດັບປະລິນຢາຕີຂຶ້ນໄປ ໃນຂະແໜງການເງິນ-ການທະນາຄານ, ການບັນຊີ ຫຼື ຂົງເຂດອື່ນທີ່ກ່ຽວຂ້ອງ ແລະ ມິີປະສົບການໃນຂະແໜງການດັ່ງກ່າວ 3 ປີຂຶ້ນໄປ, ບໍ່ເຄີຍຖືກສານຕັດສິນລົງໂທດທາງອາຍາ ເປັນຕົ້ນໃນສະຖານສໍ້ໂກງຊັບ, ຍັກຍອກຊັບ, ການປອມແປງເອກະສານ, ການຮັບ ຫຼື ໃຫ້ສິນບົນ, ການສໍ້ລາດບັງຫຼວງ ຫຼື ການຟອກເງິນ ແລະ ບໍ່ເຄີຍກະທຳຜິດໃນຂະແໜງທຸລະກິດຫຼັກຊັບ 8. ມີພະແນກ ຫຼື ໜ່ວຍງານເກັບຮັກສາ ແລະ ຄຸ້ມຄອງຊັບສິນຂອງຜູ້ລົງທຶນ ຫຼື ເປັນຕົວແທນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ ແລະ ມີພະນັກງານວິຊາການທີ່ກ່ຽວຂ້ອງຕາມຕຳແໜ່ງງານໃນຈຳນວນເໝາະສົມ 9. ສຳລັບທະນາຄານທຸລະກິດຕ່າງປະເທດທີ່ມີຈຸດປະສົງເຄື່ອນໄຫວເປັນທະນາຄານດູແລະຊັບສິນຢູ່ ສປປ ລາວນອກຈາກມີເງື່ອນໄຂຕາມທີ່ກ່າວມາຂ້າງເທິງນີ້ແລ້ວຍັງຕ້ອງມີສັນຍາຮ່ວມກັບທະນາຄານທຸລະກິດໃດໜຶ່ງທີ່ຕັ້ງຢູ່ ສປປ ລາວ ເພື່ອເຮັດໜ້າທີ່ເປັນທະນາຄານຕົວແທນໃນການຊຳລະເງິນຫຼືຫຼັກຊັບ ແລະ ຕ້ອງມາຈາກປະເທດທີ່ອົງການຄຸ້ມຄອງຫຼັກຊັບຂອງ ສປປ ລາວ ມີສາຍພົວພັນຮ່ວມມືໂດຍການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ. 10. ມີເງື່ອນໄຂອື່ນໆຕາມການກຳນົດຂອງສຳນັກງານ ຄຄຊ |
|
| ຄໍາເຫັນເພີ່ມເຕີມ |
ພາຍຫຼັງໄດ້ຮັບໃບຮັບຮອງການເຄື່ອນໄຫວເປັນທະນາຄານດູແລຊັບສິນແລ້ວ ທະນາຄານດູແລ ຊັບສິນຕ້ອງປະກາດໃຫ້ມວນຊົນຊາບໂດຍຜ່ານພາຫະນະສື່ມວນຊົນຢ່າງໜ້ອຍ 5 ວັນລັດຖະການຕໍ່ເນື່ອງ ນັບແຕ່ວັນທີ່ໄດ້ຮັບໃບຮັບຮອງເປັນຕົ້ນໄປ. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບແຈ້ງໂທດ | ບໍ່ໃຫ້ເກີນ 3 ເດືອນ ຂອງຜູ້ບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງຂອງພະແນກ ຫຼື ໜ່ວຍງານເກັບຮັກສາ ແລະ ຄຸ້ມຄອງຊັບສິນຂອງຜູ້ລົງທຶນ ຫຼື ເປັນຕົວແທນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ |
|||
| ມະຕິກອງປະຊຸມສະພາບໍລິຫານ | ||||
| ສຳເນົາໃບທະບຽນວິສາຫະກິດ | ||||
| ບົດລາຍງານການເຄື່ອນໄຫວທຸລະກິດ | ||||
| ໃບຄຳຮ້ອງ | ຕາມແບບພິມຂອງສຳນັກງານ ຄຄຊ |
|||
| ຊີວະປະຫວັດ | ຂອງຜູ້ບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງຂອງພະແນກ ຫຼື ໜ່ວຍງານເກັບຮັກສາ ແລະ ຄຸ້ມຄອງຊັບສິນຂອງຜູ້ລົງທຶນ ຫຼື ເປັນຕົວແທນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ |
|||
| ກົດລະບຽບຂອງທະນາຄານ | ||||
| ແຜນການເຄື່ອນໄຫວທຸລະກິດເກັບຮັກສາ ແລະ ຄຸ້ມຄອງຊັບສິນຂອງຜູ້ລົງທຶນ ຫຼື ເປັນຕົວແທນຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ | ||||
| ຮ່າງສັນຍາກັບຕະຫຼາດຫຼັກຊັບລາວ (ສູນຮັບຝາກຫຼັກຊັບ) ແລະ ບໍລິສັດຫຼັກຊັບ | ||||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ຕາມການກຳນົດຂອງສະນັກງານ ຄຄຊ |
|||
| ໃບຢັ້ງຢືນວຸດທິການສຶກສາ | ພ້ອມທັງປະສົບການ, ການຝຶກອົບຮົມຂອງຜູ້ບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງຂອງພະແນກ ຫຼື ໜ່ວຍງານເກັບຮັກສາ ແລະ ຄຸ້ມຄອງຊັບສິນຂອງຜູ້ລົງທຶນ ຫຼື ເປັນຕົວແທນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ |
|||
| ເອກະສານລາຍງານການເງິນ | 2 ປີ ຄືນຫຼັງທີ່ໄດ້ຮັບການກວດສອບ ຍົກເວັ້ນທະນາຄານທີ່ສ້າງຕັ້ງໃໝ່ |
|||
| ໂຄງຮ່າງການຈັດຕັ້ງຂອງທະນາຄານ | ພ້ອມທັງກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະແນກ ຫຼື ໜ່ວຍງານເກັບຮັກສາ ແລະ ຄຸ້ມຄອງຊັບສິນຂອງຜູ້ລົງທຶນ ຫຼື ເປັນຕົວແທນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ອີເມວ: lsco@lsc.gov.la | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 45 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ບໍ່ຕ້ອງມີການຕໍ່ອາຍຸໃບຮັບຮອງ ແຕ່ ຕ້ອງໄດ້ມີການຊໍາລະຄ່າຄຸ້ມຄອງປະຈໍາປີ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 20000000.00 | 5000000.00 | 25000000.00 |
| ຄຳເຫັນ |
ອີງໃສ່: ລະບຽບ ເລກທີ 010/ຄຄຊ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ວິສາຫະກິດບໍ່ຕ້ອງຕໍ່ອາຍຸໃບອະນຸຍາດ ແຕ່ ຕ້ອງຊໍາລະຄ່າຄຸ້ມຄອງປະຈໍາປີ ຈຳນວນ 30,000,000 ກີບ |
|||





