ໃບອະນຸຍາດດຳເນີນທຸລະກິດດ້ານການບໍລິການຈຳໜ່າຍອຸປະກອນ ໄອຊີທີ
License to Operate an ICT distribution service business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 17.01.2018 | |
| ພາກສ່ວນຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຈຸດປະສົງດຳເນີນທຸລະກິດຈຳໜ່າຍອຸປະກອນໄອຊີທີ,ການຈຳໜ່າຍດັ່ງກ່າວ ແມ່ນການນຳເອົາອຸປະກອນໄອຊີທີ ອອກຂາຍຍົກ ຫລື ຂາຍຍ່ອຍໃຫ້ແກ່ບຸກຄົນ,ນິຕິບຸກຄົນ ຫລື ອົງການຈັດຕັ້ງພາຍໃນ ສປປ ລາວ. |
|
| ເງື່ອນໄຂໃນການຂໍເອກະສານ |
1.ມີທຶນທີ່ພຽງພໍ; 2. ມີບຸກຄະລາກອນທີ່ມີຄວາມຮູ້ລະດັບຊັ້ນກາງຂຶ້ນໄປ ແລະ ມີປະສົບການດ້ານໄອຊີທີ ຢ່າງໜ້ອຍ 1 ປີ; 3. ມີສະຖານທີ່, ບ່ອນເກັບມ້ຽນ, ພາຫະນະຂົນສົ່ງ ແລະ ອຸປະກອນຮັບໃຊ້ ໃນການປະຕິບັດວຽກງານດ້ານຕ່າງໆ ຢ່າງພຽງພໍ ແລະ ເໝາະສົມກັບຂະໜາດຂອງກິດຈະການ; 4. ມີແຜນດຳເນີນທຸລະກິດຢ່າງຈະແຈ້ງ ແລະ ສາມາດປະຕິບັດໄດ້. |
|
| ຄໍາເຫັນເພີ່ມເຕີມ |
1. ການດໍາເນີນກິດຈະການ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໄໝ 10,000,000 ກີບ; 2. ນຳໃບອະນຸຍາດໃຫ້ຜູ້ອື່ນນຳໃຊ້, ເຊົ່າ ຫຼື ໂອນຈະຖືກປັບໃໝ 5,000,000 ກີບ; 3. ຕໍ່ໃບອະນຸຍາດດໍາເນີນທຸລະກິດ ຊ້າກ່ອນກໍານົດ 30 ວັນ ຈະຖືກປັບໄໝ 1,000,000 ກີບ; |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ສຳເນົາບັດປະຈຳຕົວ | ຫຼື ສຳມະໂນຄົວ/ໜັງສືຜ່ານແດນ ຂອງອໍານວຍການ |
|||
| ໃບປະກາສະນີຍະບັດ | ຫຼື ໃບຢັ້ງຢືນວຸດທິການສຶກສາ ທາງດ້ານໄອທີ ຫຼື ດ້ານທີ່ກ່ຽວຂ້ອງ |
|||
| ໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນຖານະການເງິນ | ຫຼື ບັນຊີການເຄື່ອນໄຫວທຸລະກິດ ຈາກທະນາຄານ ພາຍໃນ ສປປ ລາວ |
|||
| ສັນຍາອື່ນໆທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ | ສັນຍາເຊົ່າອາຄານ, ສັນຍາຮ່ວມທຸລະກິດ, ສັນຍາເຊົ່າເຄືອຂ່າຍ ແລະ ອື່ນໆ |
|||
| ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ຊີວະປະຫວັດ | ||||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | 1. ຕ້ອງບໍ່ຢູ່ໃນຊ່ວງຖືກອາຍັດຊັບ ຫຼື ຖືກໂຈະໃບອະນຸຍາດ; 2. ຕ້ອງບໍ່ເຄີຍຖືກ ຮິບຊັບ ຫຼື ຖອນໃບອະນຸຍາດ; 3. ຕ້ອງດໍາເນີນທຸລະກິດນຳເຂົ້າ ຫຼື ຈໍາໜ່າຍ ອຸປະກອນໄອຊີທີ ໂດຍສອດຄ່ອງກັບລະບຽບກົດໝາຍ ທີ່ກ່ຽວຂ້ອງ; 4. ຕ້ອງຍື່ນໃບຄຳຮ້ອງຂໍຕໍ່ກ່ອນວັນໝົດອາຍຸຢ່າງໜ້ອຍ30 ວັນລັດຖະການ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 200000.00 | 50000.00 | 0.00 | 250000.00 |
| ຄຳເຫັນ |
ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 200000.00 | 50000.00 | 0.00 | 250000.00 |
| ຄຳເຫັນ |
ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 |
|||





