ໃບຮັບຮອງບໍລິສັດປະເມີນມູນຄ່າຊັບສິນ
Certificate for Assets Valuation Company
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 27.12.2017 | |
| ພາກສ່ວນຮັບຜິດຊອບ | ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ
(021 217770;) |
|
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບໍລິສັດປະເມີນມູນຄ່າຊັບສິນທີ່ມີຈຸດປະສົງໃຫ້ບໍລິການປະເມີນມູນຄ່າຊັບສິນໃນຂົງເຂດວຽກງານຫຼັກຊັບ |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີທຶນຈົດທະບຽນຕໍ່າສຸດ 500 ລ້ານກີບ; 2. ເປັນບໍລິສັດປະເມີນມູນຄ່າຊັບສິນ ທີ່ນອນຢູ່ໃນບັນຊີລາຍຊື່ຂອງປະເທດທີ່ເປັນສະມາຊິກຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ ຫຼື ຂອງປະເທດທີ່ມີສາຍພົວພັນຮ່ວມມືໂດຍການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການຄຸ້ມຄອງວຽກງານຫຼັກຊັບຂອງ ສປປ ລາວ; 3. ມີຊື່ສຽງ ແລະ ປະສົບການໃນການປະເມີນມູນຄ່າຊັບສິນ; 4. ມີລະບົບການຄຸ້ມຄອງບໍລິຫານພາຍໃນທີ່ຮັບປະກັນ; 5. ມີຜູ່ປະເມີນມູນຄ່າຊັບສິນຢ່າງໜ້ອຍ 2 ຄົນ ທີ່ມີໃບຢັ້ງຢືນຜ່ານຫຼັກສູດການປະເມີນມູນຄ່າຊັບສິນ ຫຼື ໃບຢັ້ງຢືນຜູ່ປະເມີນມູນຄ່າຊັບສິນຈາກອົງການຄຸ້ມຄອງວຽກງານຫຼັກຊັບ ແລະ ສະມາຄົມປະເມີນມູນຄ່າຊັບສິນທີ່ກ່ຽວຂ້ອງຈາກພາຍໃນ ຫຼື ຕ່າງປະເທດ; 6. ມີຖານະການເງິນດີ ຫຼື ການເຄື່ອນໄຫວທຸລະກິດຕ້ອງມີກຳໄລ ໜຶ່ງປີຄືນຫຼັງກ່ອນການຍື່ນເອກະສານປະກອບການຂໍຮັບຮອງຕໍ່ສຳນັກງານ ຄຄຊ ຍົກເວັ້ນບໍລິສັດປະເມີນມູນຄ່າຊັບສິນທີ່ສ້າງຕັ້ງຂຶ້ນໃໝ່. |
|
| ຄໍາເຫັນເພີ່ມເຕີມ |
1. ກໍລະນີໃຫ້ບໍລິການປະເມີນມູນຄ່າຊັບສິນ ໂດຍບໍ່ໄດ້ຜ່ານການຮັບຮອງ ຈະຖືກປັນໄໝ 100 ລ້ານກີບ 2. ການປະເມີນມູນຄ່າຊັບສິນ ທີ່ບໍ່ຕິດພັນກັບ ວຽກງານຫລັກຊັບ ຕ້ອງໄດ້ຮັບອະນຸຍາດຈາກ ສຳນັກງານ ຄຄຊ 3. ຄຳເຫັນອື່ນຕາມທີ່ກຳນົດໄວ້ໃນມາດຕາ 17 ຂອງລະບຽບສະບັບເລກທີ 003/ຄຄຊ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ແຜນການດຳເນີນທຸລະກິດ | ||||
| ສຳເນົາໃບທະບຽນວິສາຫະກິດ | ||||
| ກົດລະບຽບຂອງບໍລິສັດ | ||||
| ໃບຄຳຮ້ອງ | ຕາມແບບພິມຂອງສຳນັກງານ ຄຄຊ |
|||
| ໃບແຈ້ງໂທດ | ບໍ່ກາຍ 3 ເດືອນ, ໃບຢັ້ງຢືນທີ່ຢູ່ ຫຼື ໜັງສືຜ່ານແດນ, ຮູບ 3x4 ຈຳນວນ 2 ໃບ ຂອງຜູ້ປະເມີນມູນຄ່າຊັບສິນ ແລະ ຄະນະອຳນວຍການ |
|||
| ບັນຊີລາຍຊື່ພະນັກງານ | ດ້ານການປະເມີນມູນຄ່າຊັບສິນທີ່ມີໃບຢັ້ງຢືນຜ່ານຫຼັກສູດການປະເມີນຊັບສິນ ຫຼື ໃບຢັ້ງຢືນຜູ້ປະເມີນມູນຄ່າຊັບສິນ ຈາກອົງການຄຸ້ມຄອງວຽກງານຫຼັກຊັບ ແລະ ສະມາຄົມປະເມີນມູນຄ່າຊັບສິນ ທີ່ກ່ຽວຂ້ອງຈາກພາຍໃນ ຫຼື ຕ່າງປະເທດ |
|||
| ຊີວະປະຫວັດ | ຂອງຜູ້ປະເມີນມູນຄ່າຊັບສິນ |
|||
| ບົດລາຍງານການເຄື່ອນໄຫວທຸລະກິດ | ແລະ ເອກະສານລາຍງານການເງິນ ໜຶ່ງປີຄືນຫຼັງກ່ອນຍື່ນເອກສານປະກອບການຂໍຮັບຮອງຕໍ່ສຳນັກງານ ຄຄຊ ຍົກເວັ້ນບໍລິສັດປະເມີນມູນຄ່າຊັບສິນທີ່ສ້າງຕັ້ງຂຶ້ນໃໝ່ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ອີເມວ: lsco@lsc.gov.la | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງຕໍ່ອາຍຸ ຢ່າງໜ້ອຍ 45 ວັນກ່ອນວັນໝົດອາຍຸການຮັບຮອງ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ອີງຕາມ ລະບຽບຄະນະກໍາມະການຄຸ້ມຄອງຫລັກຊັບ ເລກທີ 003/ຄຄຊ, ຄ່າທຳນຽມແມ່ນ - ໃບຮັບຮອງບໍລິສັດ 20,000,000 ກີບ - ໃບຮັບຮອງຜູ້ປະເມີນ 2,000,000 ກີບ/ຄົນ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ອີງຕາມລະບຽບວ່າດ້ວຍ ການຮັບຮອງບໍລິສັດປະເມີນມູນຄ່າຊັບສິນ, ຄ່າຕໍ່ໃບຮັບຮອງໃຫ້ບໍລິສັດປະເມີນມູນຄ່າຊັບສິນແມ່ນຈຳນວນ 10,000,000 ກີບ ແລະ ຜູ້ປະເມີນມູນຄ່າຊັບສິນ 2,000,000 ກີບ/ຄົນ ໝາຍເຫດ: ຫາກບໍ່ໄດ້ເຊັນສັນຍາໃຫ້ບໍລິການດ້ານການປະເມີນມູນຄ່າຊັບສິນໃຫ້ແກ່ກຸ່ມເປົ້າໝາຍພາຍໃນປີນັ້ນແມ່ນຈະບໍ່ໄດ້ເສຍຄ່າຄຸ້ມຄອງປະຈຳປີ. |
|||





