ໃບຮັບຮອງບໍລິສັດຈັດລຳດັບຄວາມໜ້າເຊື່ອຖືຈາກຕ່າງປະເທດ
License to Operate a Foreign Credit Rating Agency
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 27.12.2017 | |
| ພາກສ່ວນຮັບຜິດຊອບ | ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ
(021 217770;) |
|
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບໍລິສັດຈັດລໍາດັບຄວາມໜ້າເຊື່ອຖືຈາກຕ່າງປະເທດ ທີ່ມີຈຸດປະສົງໃຫ້ບໍລິການຈັດລໍາດັບຄວາມໜ້າເຊື່ອຖື ໃນຂົງເຂດວຽກງານຫລັກຊັບ ໄດ້ແກ່ 1. ຈັດລໍາດັບຄຸນນະພາບ ແລະ ຄວາມສ່ຽງຂອງຫລັກຊັບ; 2. ຈັດລໍາດັບການຄຸ້ມຄອງບໍລິຫານ; ແລະ 3. ຈັດລໍາດັບຖານະການເງິນ |
|
| ເງື່ອນໄຂໃນການຂໍເອກະສານ |
1. ເປັນບໍລິສັດຈັດລຳດັບຄວາມໜ້າເຊື່ອຖືສາກົນ ຫຼື ເປັນບໍລິສັດຈັດລຳດັບຄວາມໜ້າເຊື່ອຖື ທີ່ນອນຢູ່ໃນບັນຊີລາຍຊື່ຂອງປະເທດທີ່ເປັນສະມາຊິກຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ ຂອງປະເທດທີ່ມີສາຍພົວພັນຮ່ວມມືໂດຍການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການຄຸ້ມຄອງວຽກງານຫຼັກຊັບຂອງ ສປປ ລາວ. 2. ມີຊື່ສຽງ ແລະ ປະສົບການໃນການຈັດລຳດັບຄວາມໜ້າເຊື່ອຖື 3. ມີລະບົບການຄຸ້ມຄອງບໍລິຫານພາຍໃນທີ່ຮັບປະກັນ 4. ມີຜູ່ຮັບຜິດຊອບຈັດລຳດັບຄວາມໜ້າເຊື່ອຖືທີ່ໄດ້ຮັບໃບຢັ້ງຢືນການຜ່ານຫຼັກສູດດ້ານວິຊາຊີບການເງິນ ແລະ ການລົງທຶນລະດັບສາກົນ, ໃບຢັ້ງຢືນວິຊາຊີບຈັດລຳດັບຄວາມໜ້າເຊື່ອຖື, ໃບຮັບຮອງເປັນຜູ່ຮັບຜິດຊອບຈັດລຳດັບຄວາມໜ້າເຊື່ອຖືຈາກອົງການຄຸ້ມຄອງວຽກງານຫຼັກຊັບຈາກຕ່າງປະເທດ ຢ່າງໜ້ອຍ 2 ຄົນ ພ້ອມທັງມີປະສົບການຈັດລຳດັບຄວາມໜ້າເຊື່ອຖືໃນຂົງເຂດວຽກງານຫຼັກຊັບຢ່າງໜ້ອຍ 2 ປີ 5. ມີຖານະການເງິນດີ ຫຼື ການເຄື່ອນໄຫວທຸລະກິດຕ້ອງມີກຳໄລ ໜຶ່ງປີຄືນຫຼັງ ກ່ອນການຍື່ນເອກະສານປະກອບຂໍຮັບຮອງຕໍ່ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ |
|
| ຄໍາເຫັນເພີ່ມເຕີມ |
ການໃຫ້ບໍລິການຈັດລໍາດັບຄວາມໜ້າເຊື່ອຖື ໂດຍບໍ່ໄດ້ຜ່ານການຮັບຮອງ ຈະຖືກປັບໄໝ 100 ລ້ານກີບ ລາຍລະອຽດເພີ່ມຕື່ມຕາມມາດຕາ 114 ຂອງລະບຽບສະບັບເລກທີ 002/ຄຄຊ ລົງວັນທີ 08 ທັນວາ 2015 |
|
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ຫລັກຊັບ | 21/ສພຊ | 10.12.2012 | ມາດຕາ 94-95 | "" |
| ລະບຽບວ່າດ້ວຍການຮັບຮອງບໍລິສັດຈັດລຳດັບຄວາມຫນ້າເຊື່ອຖືຈາກຕ່າງປະເທດ | 002/ຄຄຊ | 08.12.2015 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສຳເນົາໃບຢັ້ງຢືນການຜ່ານຫຼັກສູດທາງດ້ານວິຊາຊີບການເງິນ ແລະ ການລົງທຶນລະດັບສາກົນ | ||||
| ກົດລະບຽບຂອງບໍລິສັດ | ||||
| ແຜນການດຳເນີນທຸລະກິດ | ||||
| ໃບຄຳຮ້ອງ | ຕາມແບບພິມຂອງ ສຳນັກງານ ຄຄຊ |
|||
| ບົດລາຍງານການເຄື່ອນໄຫວທຸລະກິດ | ແລະ ເອກະສານລານງານການເງິນ ໜຶ່ງປີຄືນຫຼັງກ່ອນການຢື່ນເອກະສານປະກອບຂໍຮັບຮອງຕໍ່ສຳນັກງານ ຄຄຊ |
|||
| ໃບທະບຽນວິສາຫະກິດ | ຫຼຶ ສຳເນົາໃບອະນຸຍາດສ້າງຕັ້ງ |
|||
| ຊີວະປະຫວັດ | ຊີວະປະຫວັດຫຍໍ້ຂອງຜູ້ຮັບຜິດຊອບຈັດລຳດັບຄວາມໜ້າເຊື່ອຖື ຕາມແບບພິມຂອງສຳນັກງານ ຄຄຊ |
|||
| ໃບຢັ້ງຢືນວິຊາຊີບຈັດລຳດັບຄວາມໜ້າເຊື່ອຖື | ຫຼື ໃບຮັບຮອງເປັນຜູ້ຮັບຜິດຊອບຈັດລຳດັບຄວາມໜ້າເຊື່ອຖືຈາກອົງການຄຸ້ມຄອງວຽກງານຫຼັກຊັບຈາກຕ່າງປະເທດຂອງ ຜູ້ຮັບຜິດຊອບຈັດລຳດັບຄວາມໜ້າເຊື່ອຖື |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ອີເມວ: lsco@lsc.gov.la | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ບໍລິສັດຕ້ອງປະກອບເອກະສານ ແລະ ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ຄືກັບຕອນຂໍຮັບຮອງ ແລະ ຕ້ອງຍື່ນເອກະສານຕໍ່ ຄຄຊ ກ່ອນ 45 ວັນກ່ອນວັນໝົດອາຍຸການຮັບຮອງ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 20000000.00 | 0.00 | 20000000.00 |
| ຄຳເຫັນ |
ອີງໃສ່: ລະບຽບການເລກທີ 002/ຄຄຊ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 10000000.00 | 0.00 | 10000000.00 |
| ຄຳເຫັນ |
ອີງໃສ່: ລະບຽບການເລກທີ 002/ຄຄຊ, ນອກຈາກຄ່າຕໍ່ໃບຮັບຮອງ, ບໍລິສັດຕ້ອງຈ່າຍຄ່າຄຸ້ມຄອງປະຈໍາປີ ພາຍໃນໄຕມາດທີໜຶ່ງຂອງປີຖັດໄປນໍາ |
|||





