ໃບອະນຸຍາດດຳເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ
License to Operate Software and Internet Information Service Center Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 30.12.2017 | |
| ພາກສ່ວນຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນທຸລະກິດ ທາງດ້ານຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຊຶ່ງການດໍາເນີນທຸລະກິດຊອບແວ ແມ່ນການເຄື່ອນໄຫວທາງທຸລະກິດ ໃນການບໍລິການສ້າງ, ພັດທະນາ, ຈໍາໜ່າຍ ແລະ ບໍລິການອື່ນໆ ດ້ານຊອບແວ ແລະ ການດໍາເນີນທຸລະກິດສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ແມ່ນການເຄື່ອນໄຫວທາງທຸລະກິດ ໃນການບໍລິການການສ້າງ, ພັດທະນາ ແລະ ສະໜອງບໍລິການຂໍ້ມູນຂ່າວສານໃນຮູບແບບເອເລັກໂຕຣນິກເຊັ່ນ: ການສ້າງ, ພັດທະນາ ແລະ ໃຫ້ບໍລິການຂໍ້ຄວາມ, ຮູບພາບ, ສຽງ, ວິດີໂອ ໃນຮູບແບບຂໍ້ມູນເອເລັກໂຕຣນິກທີ່ສະແດງຜົນຜ່ານອຸປະກອນເອເລັກໂຕຣນິກທີ່ມີການເຊື່ອມຕໍ່ກັບອິນເຕີເນັດ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີວິຊາການທີ່ກ່ຽວຂ້ອງກັບປະເພດຂອງການບໍລິການ; 2. ມີສະຖານທີ່ຕັ້ງເໝາະສົມ; 3. ບໍ່ຢູ່ໃນຊ່ວງໄລຍະທີ່ຖືກອາຍັດຊັບສິນ, ຢູ່ໃນຂະບວນການລົ້ມລະລາຍ ຫຼື ຖືກສານຕັດສິນເປັນຜູ້ລົ້ມລະລາຍ ຕາມກົດໝາຍຂອງ ສປປ ລາວ 4. ຕ້ອງໃຫ້ບໍລິການໄດ້ ໂດຍສອດຄ່ອງກັບ ມາດຕະຖານເຕັກນິກ ແລະ ມາດຕະຖານຄວາມປອດໄພ ທີ່ລະບຸໄວ້ໃນ ຂໍ້ຕົກລົງເລກທີ 143/ປທສ ເຊັ່ນ ຕ້ອງຮອງຮັບຕົວອັກສອນພາສາລາວມ ມີປະສິດທິພາບ ໄດ້ມາດຕະຖານເຕັກນິກສາກົນ ISO/IEC 29110 |
|
| ຄໍາເຫັນເພີ່ມເຕີມ |
1. ດໍາເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະຖືກປັບໃໝ 10,000,000 ກີບ; 2. ບໍ່ຕໍ່ໃບອະນຸຍາດ ພາຍໃນ 30 ວັນ ຫລັງຈາກໃບອະນຸຍາດໝົດອາຍຸແລ້ວ ຈະຖືກປັບໃໝ 1,000,000 ກີບ; 3. ນໍາໃບອະນຸຍາດໃຫ້ຜູ້ອື່ນນໍາໃຊ້, ເຊົ່າ ຫຼື ໂອນ ຈະຖືກປັບໃໝ 5,000,000 ກີບ. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ | ||||
| ໃບປະກາສະນີຍະບັດ | ຫຼື ໃບຢັ້ງຢືນວຸດທິການສຶກສາ ທາງດ້ານໄອທີ ຫຼື ດ້ານທີ່ກ່ຽວຂ້ອງ |
|||
| ໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນຖານະການເງິນ | ຫຼື ບັນຊີການເຄື່ອນໄຫວທຸລະກິດ ຈາກທະນາຄານ ພາຍໃນ ສປປ ລາວ |
|||
| ໃບຢັ້ງຢືນທີ່ຢູ່ | ||||
| ສຳເນົາບັດປະຈຳຕົວ | ຫຼື ສຳມະໂນຄົວ/ໜັງສືຜ່ານແດນ ຂອງອໍານວຍການ |
|||
| ສັນຍາອື່ນໆທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ | ສັນຍາເຊົ່າອາຄານ, ສັນຍາຮ່ວມທຸລະກິດ, ສັນຍາເຊົ່າເຄືອຂ່າຍ ແລະ ອື່ນໆ |
|||
| ຊີວະປະຫວັດ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ໃນກໍລະນີເອກະສານບໍ່ຖືກຕ້ອງ, ບໍ່ຄົນຖ້ວນ ຫຼື ບໍ່ມີເງື່ອນໄຂໄດ້ຮັບອະນຸຍາດ, ຕ້ອງແຈ້ງໃຫ້ຜູ້ຂໍອະນຸຍາດຮັບຊາບ ພາຍໃນກໍານົດເວລາ 5 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ການຕໍ່ອາຍຸໃບອະນຸຍາດ ຕ້ອງປະກອບເອກະສານທີ່ລະບຸໄວ້ ກ່ອນວັນໝົດອາຍຸ ຢ່າງໜ້ອຍ 30 ວັນ ໂດຍອົງການຄຸ້ມຄອງ ຈະໃຊ້ເວລາພິຈາລະນາພາຍໃນ 5 ວັນລັດຖະການ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 500000.00 | 50000.00 | 0.00 | 550000.00 |
| ຄຳເຫັນ |
ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 500000.00 | 50000.00 | 0.00 | 550000.00 |
| ຄຳເຫັນ |
ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012) |
|||





