ໃບອະນຸຍາດສ້າງຕັ້ງບໍລິສັດ ແລະ ຮ້ານຈໍາໜ່າຍປຶ້ມ ແລະ ສິ່ງພິມ
License to Establish a Book and Publication Distributing Company and Store
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 28.12.2017 | |
| ພາກສ່ວນຮັບຜິດຊອບ | ກົມພິມຈໍາໜ່າຍ
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ແລະ ການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງ ບໍລິສັດ ແລະ ຮ້ານຈຳໜ່າຍປື້ມ ແລະ ສິ່ງພິມ, ຊຶ່ງໃນນີ້ການຈຳໜ່າຍແມ່ນລວມມີ ນຳເອົາຜະລິດຕະພັນພິມຈໍາໜ່າຍອອກຂາຍ, ໃຫ້ເຊົ່າ, ໃຫ້ຍືມ, ແຈກຢາຍ, ວາງສະແດງ ຫລື ສົ່ງອອກ, ນໍາເຂົ້າ ປື້ມ ແລະ ສິ່ງພິມອື່ນ |
|
| ເງື່ອນໄຂໃນການຂໍເອກະສານ |
ເງື່ອນໄຂໃນການສ້າງບໍລິສັດຕ້ອງມີເງື່ອນໄຂດັ່ງນີ້: 1. ຊື່, ຈຸດປະສົງ, ເປົ້າໝາຍຮັບໃຊ້ຂອງຕົນ ແລະ ບົດວິພາກເສດຖະກິດ 2. ສະຖານທີ່, ພາຫະນະ, ອຸປະກອນເຕັກນິກ, ທຶນເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ 3. ມີບຸກຄະລາກອນທີ່ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດດ້ານການຕະຫຼາດ 4. ໄດ້ຮັບອະນຸມັດຈາກຂະແໜງການທີ່ກ່ຽວຂ້ອງ |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບົດວິພາກເສດຖະກິດເຕັກນິກ | ||||
| ໃບຄຳຮ້ອງ | ||||
| ຊີວະປະຫວັດ | ||||
| ໃບຢັ້ງຢືນວຸດທິການສຶກສາ | ||||
| ໃບແຈ້ງໂທດ | ||||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວ | ||||
| ໃບຢັ້ງຢືນສິດນໍາໃຊ້ອາຄານ ຫຼື ທີ່ດິນ | ||||
| ຮູບ 3x4 | ຈຳນວນ 2 ໃບ |
|||
| ໃບຢັ້ງຢືນທີ່ຢູ່ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບອະນຸຍາດສະບັບກ່ອນທີ່ໄດ້ຮັບການອະນຸຍາດມາແລ້ວ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ບົດສະຫຼຸບຂອງການເຄື່ອນໄຫວ | ຂອງບໍລິສັດໃນໄລຍະປີຜ່ານມາ |
|||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ໃບຢັ້ງຢືນສິດນໍາໃຊ້ອາຄານ ຫຼື ທີ່ດິນ | ||||
| ຮູບ 3x4 | ||||
| ໃບຢັ້ງຢືນທີ່ຢູ່ | ກໍລະນີຍົກຍ້າຍສະຖານທີ່ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມພິມຈໍາໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 7 | ອີງຕາມເຈົ້າໜ້າທີ່ແນະນຳ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 100000.00 | 0.00 | 200000.00 |
| ຄຳເຫັນ |
ອີງຕາມມາດຕາ 51 ຂອງ ລັດຖະດໍາລັດປະທານປະເທດ ເລກທີ 03/ປປທ ແບບຟອມແມ່ນຊື້ຢູ່ທີ່ກົມພິມຈຳໜ່າຍ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 100000.00 | 0.00 | 200000.00 |
| ຄຳເຫັນ |
ອີງຕາມມາດຕາ 51 ຂອງ ລັດຖະດໍາລັດປະທານປະເທດ ເລກທີ 03/ປປທ ແບບຟອມແມ່ນຊື້ຢູ່ທີ່ກົມພິມຈຳໜ່າຍ |
|||





