ໃບອະນຸຍາດດໍາເນີນກິດຈະການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີ
License to provide ICT Installation and Reparation Service
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 31.10.2017 | |
| ພາກສ່ວນຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫລື ນິຕິບຸກຄົນ ທີ່ມີຈຸດປະສົງໃຫ້ບໍລິການຕິດຕັ້ງດ້ານໄອຊີທີ (ນໍາເອົາອຸປະກອນໄອຊີທີ ຫລື ຊອບແວ ຕິດຕັ້ງໃນສະຖານທີ່ໃດໜຶ່ງ ຫລື ຄອມພິວເຕີໃດໜຶ່ງ) ຫລື ບໍລິການສ້ອມແປງດ້ານໄອຊີທີ (ບໍາລຸງຮັກສາ, ປົວແປງອຸປະກອນໄອຊີທີ ຫລື ຊອບແວ ໃຫ້ມີສະພາບພ້ອມໃຊ້ງານ) ທັງນີ້ ການບໍລິການດັ່ງກ່າວ ລວມມີ: 1. ການຕິດຕັ້ງ ແລະ ສ້ອມແປງອຸປະກອນໄອຊີທີຂະໜາດນ້ອຍ; 2. ການຕິດຕັ້ງ ແລະ ສ້ອມແປງລະບົບເຊີເວີ; 3. ການຕິດຕັ້ງ ແລະ ສ້ອມແປງລະບົບຮັກສາຄວາມປອດໄພ; ແລະ 4. ການຕິດຕັ້ງ ແລະ ສ້ອມແປງລະບົບເຄືອຂ່າຍ |
|
| ເງື່ອນໄຂໃນການຂໍເອກະສານ |
1. ຕ້ອງມີວິຊາການທີ່ກ່ຽວຂ້ອງກັບປະເພດຂອງການບໍລິການ - ຕ້ອງມີຄວາມຮູ້ດ້ານວິຊາສະເພາະ ທີ່ກ່ຽວຂ້ອງກັບ ຂະແໜງການເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍມີໃບຢັ້ງຍືນຈາກສະຖາບັນການສຶກສາ ຫລື ບໍລິສັດທີ່ຖືກຮັບຮອງ ໂດຍກະຊວງສຶກສາທິການ ແລະ ກີລາ ຫລື ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ 2. ຕ້ອງບໍ່ຢູ່ໃນຊ່ວງໄລຍະທີ່ຖືກອາຍັດຊັບສິນ, ຢູ່ໃນຂະບວນການລົ້ມລະລາຍ ຫຼື ຖືກສານຕັດສິນເປັນຜູ້ລົ້ມລະລາຍ ຕາມກົດໝາຍຂອງ ສປປ ລາວ; 3. ຕ້ອງມີທີ່ຕັ້ງສຳນັກງານ ຫຼື ຮ້ານທີ່ແນ່ນອນ ແລະ ມີເຄື່ອງມື, ອຸປະກອນ ແລະ ຊິ້ນສ່ວນຮັບໃຊ້ໃນການຕິດຕັ້ງ ແລະ ສ້ອມແປງທີໄດ້ມາດຕະຖານ ຫລື ໄດ້ຮັບການຢັ້ງຍືນຕາມລະບຽບການ ແລະ ມາດຕະຖານເຕັກນິກ ຕາມການກໍານົດຂອງ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ບັດປະຈຳຕົວ | ຫຼື ໜັງສືຜ່ານແດນ ຂອງຜູ້ຂໍອະນຸຍາດ |
|||
| ຊີວະປະຫວັດ | ຂອງຜູ້ບໍລິຫານ |
|||
| ໃບຢັ້ງຢືນວຸດທິການສຶກສາ | ຂອງຜູ້ບໍລິຫານ ແລະ ພະນັກງານວິຊາການ |
|||
| ໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນຖານະການເງິນ | ຫຼື ບັນຊີເງິນເຄື່ອນໄຫວທຸລະກິດ |
|||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ຕາມຄວາມຈໍາເປັນ ຕາມທີ່ເຫັນວ່າສົມຄວນ ຈາກຂະແໜງການຄຸ້ມຄອງ. |
|||
| ບົດວິພາກເສດຖະກິດເຕັກນິກ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ໃນກໍລະນີເອກະສານບໍ່ຖືກຕ້ອງ, ຄົບຖ້ວນ ຫຼື ບໍ່ມີເງື່ອນໄຂໄດ້ຮັບອະນຸຍາດ, ຕ້ອງແຈ້ງໃຫ້ຜູ້ຂໍອະນຸຍາດຊາບ ພາຍໃນກໍານົດເວລາ 5 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງຍື່ນຄຳຮ້ອງຂໍຕໍ່ ກ່ອນວັນໝົດອາຍຸຢ່າງໜ້ອຍ 30 ວັນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 200000.00 | 50000.00 | 50000.00 | 300000.00 |
| ຄຳເຫັນ |
ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປທ, ລົງວັນທີ 26 ທັນວາ 2012). ສໍາລັບຄ່າແບບຟອມຄໍາຮ້ອງແມ່ນບໍ່ໄດ້ລະບຸໄວ້ໃນນິຕິກໍາໃດເທື່ອ. |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 200000.00 | 50000.00 | 50000.00 | 300000.00 |
| ຄຳເຫັນ |
ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປທ, ລົງວັນທີ 26 ທັນວາ 2012). ສໍາລັບຄ່າແບບຟອມຄໍາຮ້ອງແມ່ນບໍ່ໄດ້ລະບຸໄວ້ໃນນິຕິກໍາໃດເທື່ອ. |
|||





