ໃບຢັ້ງຢືນ ຄຸນນະພາບນໍ້າມັນເຊື້ອໄຟ ປະຈໍາດ່ານ
Certificate of Fuel Quality at Checkpoint
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 05.01.2018 | |
| ພາກສ່ວນຮັບຜິດຊອບ | ກົມມາດຕະຖານ ແລະ ວັດແທກ
(021 ;) |
|
| LSIC | D - ການສະໜອງໄຟຟຟ້າ, ອາຍແກັສ ແລະ ອາຍເຢັນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ທີ່ມີຈຸດປະສົງຜະລິດ, ນໍາເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ຈໍາໜ່າຍ ນໍ້າມັນເຊື້ອໄຟ ປະເພດຕ່າງໆ ຢູ່ ສປປ ລາວ |
|
| ເງື່ອນໄຂໃນການຂໍເອກະສານ |
ເຊື້ອໄຟທີ່ຂໍກວດກາ ຕ້ອງມີຄຸນລັກສະນະທາງດ້ານຟິຊິກສາດ ແລະ ເຄມີສາດ ສອດຄ່ອງກັບ ມາດຕະຖານແຫ່ງຊາດ ທີ່ສະພາມາດຕະຖານແຫ່ງຊາດ ໄດ້ຮັບຮອງເອົາ ແລະ ປະກາດໃຊ້ |
|
| ຄໍາເຫັນເພີ່ມເຕີມ |
ພາຊະນະທຸກອັນທີ່ໃຊ້ບັນຈຸນໍ້າມັນເຊື້ອໄຟແຕ່ລະປະເພດ ຕ້ອງຕິດສະຫລາກ ແລະ ເຄື່ອງໝາຍໃສ່ດ້ານນອກ ທັງນີ້ ເນື້ອໃນຂອງສະຫລາກຕ້ອງມີພາສາລາວ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຕາຕະລາງຕິດຕາມການນໍາເຂົ້ານໍ້າມັນເຊື້ອໄຟ | ||||
| ໃບສະເໝີ | ||||
| ໃບຢັ້ງຢືນຄຸນນະພາບການນຳເຂົ້ານໍ້າມັນເຊື້ອໄຟຈາກປະເທດສົ່ງອອກ | ປະກອບກັບໃບອິນວອຍ ແລະ ໃບຢັ້ງຢືນຜົນການທົດລອງ (ບໍ່ກາຍ 6 ເດືອນ) |
|||
| ໃບອະນຸຍາດນຳເຂົ້ານ້ຳມັນ | ຈາກກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ |
|||
| ໃບຢັ້ງຢືນບໍລິມາດລົດບັນທຸກ | ຂອງລົດບັນທຸກນ້ຳມັນເຊື້ອໄຟ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກຳ ແລະ ການຄ້າ. | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | ເອກະສານເພື່ອຂໍກວດກາ ຕ້ອງໄດ້ຮັບການພິຈາລະນາ ແລະ ພາຍຫຼັງເອກະສານຄົບຖ້ວນ ແລະ ໄດ້ຜ່ານການກວດກາຕຄຸນະພາບນ້ຳມັນເຊື້ອໄຟ ທີ່ສອດຄ່ອງຕາມມາດຕະຖານແຫ່ງຊາດແລ້ວ, ຕ້ອງອອກໃບຢັ້ງຢືນພາຍໃນ 20-25 ນາທີຕໍ່ຄັນທຳອິດ, ເມື່ອຄັນຕໍ່ໄປແມ່ນໃຊ້ເວລາພຽງແຕ່ 3-5 ນາທີເທົ່ານັ້ນ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບຢັ້ງຍືນຄຸນະພາບນໍ້າມັນເຊື້ອໄຟໄດ້ກໍານົດນໍາໃຊ້ໄດ້ຄັ້ງດຽວເທົ່ານັ້ນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 30000.00 | 5000.00 | 35000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດ 003/ປປທ ໄດ້ກໍານົດຄ່າບໍລິການ ໄວ້ຄື 16 ກີບ/ລິດ. |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





