ໃບຢັ້ງຢືນຜົນການກວດທຽບ, ສອບທຽບ ແລະ ກວດຄືນໝໍ້ນັບໄຟຟ້າ
Certificate of Electricity Meter Inspection
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 02.01.2018 | |
| ພາກສ່ວນຮັບຜິດຊອບ | ກົມມາດຕະຖານ ແລະ ວັດແທກ
(021 ;) |
|
| LSIC | D - ການສະໜອງໄຟຟຟ້າ, ອາຍແກັສ ແລະ ອາຍເຢັນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕະບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດກ່ຽວກັບການບໍລີການ, ການນໍາເຂົ້າ ແລະ ຈຳໜ່າຍໝໍ້ນັບໄຟຟ້າທຸກປະເພດ ພາຍໃນ ສປປ ລາວ ແລະ ຕ້ອງໄດ້ຂື້ນທະບຽນ ແລະ ກວດສອບຄວາມຖືກຕ້ອງຈາກກົມມາດຕະຖານ ແລະ ວັດແທກ ກ່ອນການໃຫ້ບໍລິການ. |
|
| ເງື່ອນໄຂໃນການຂໍເອກະສານ |
ຜູ້ຂໍໃບອະນຸຍາດຕ້ອງເປັນບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທັງພາຍໃນ ແລະຕ່າງປະ ເທດ ທີ່ມີໃບອະນຸຍາດດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ. |
|
| ຄໍາເຫັນເພີ່ມເຕີມ |
- ກົມມາດຕະຖານ ແລະ ວັດແທກ ຂື້ນທະບຽນ ແລະ ກວດສອບຄວາມຖືກຕ້ອງໜໍ້ນັບໄຟຟ້າທີ່ເຂົ້າມາໃໝ່. - ໝໍ້ນັບໄຟທີ່ຕິດຕັ້ງແລ້ວ 2 ປີໃດແມ່ນກົມມອບໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີເປັນຜູ້ກວດຄືນຄວາມຖືກຕ້ອງຮ່ວມກັບສາຂາໄຟຟ້າຂອງແຂວງ. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຢັ້ງຍືນຄຸນະພາບຈາກຕົ້ນທາງ | ||||
| ໃບສະເໝີ | ||||
| ໃບທະບຽນວິສາຫະກິດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກຳ ແລະ ການຄ້າ. | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | - ຄໍາຮ້ອງ ຂໍໃບອະນຸຍາດ ຕ້ອງໄດ້ຮັບການພິຈາລະນາ ພາຍໃນ 3 ວັນລັດຖະການ. - ພາຍຫຼັງເອກະສານຄົບຖ້ວນ ຈະໄດ້ດຳເນີນການກວດສອບຄວາມຖືກຕ້ອງ ແລະ ອອກໃບຢັ້ງຢືນ ບໍ່ໃຫ້ເກີນ 7 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ການຢັ້ງຢືນຜົນການສອບທຽບໝໍ້ນັບໄຟຟ້າແມ່ນກຳນົດໃຊ້ໄດ້ 2 ປີ ແລ້ວສອບທຽບຄືນໃໝ່ ໂດຍມອບໃຫ້ພະແນກຂັ້ນແຂວງຈັດຕັ້ງປະຕິບັດ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດ 003/ປປທ ຄ່າບໍລິການແມ່ນຄິດໄລ່ເປັນຕໍ່ໜ່ວຍໝໍ້ນັບໄຟຟ້າ: ມາດຕາ 74 (9.7) ຄ່າບໍລິການ ກວດສອບກົງເຕີໄຟຟ້າ ມີດັ່ງນີ້: - ກົງເຕີໄຟຟ້າ 01 ຝາ : 1,500 ກີບ/ໜ່ວຍ/2 ປີ - ກົງເຕີໄຟຟ້າ 03 ຝາ : 2,500 ກີບ/ໜ່ວຍ/2 ປີ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດ 003/ປປທ ໂດຍທີ່ຄ່າທໍານຽມ ແລະ ຄ່າບໍລິການ ໄດ້ລະບຸໄວ້ດັ່ງນີ້: ມາດຕາ 74 (9.7) ຄ່າບໍລິການ ກວດສອບກົງເຕີໄຟຟ້າ ມີດັ່ງນີ້: - ກົງເຕີໄຟຟ້າ 01 ຝາ : 1,500 ກີບ/ໜ່ວຍ/2 ປີ - ກົງເຕີໄຟຟ້າ 03 ຝາ : 2,500 ກີບ/ໜ່ວຍ/2 ປີ |
|||





