ໃບຢັ້ງຢືນການອະນຸມັດອະນຸສິດທິບັດ
Certificate of Petty Patent
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 27.09.2017 | |
| ພາກສ່ວນຮັບຜິດຊອບ | ກົມຊັບສິນທາງປັນຍາ
                                                         | 
                                                |
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ຜູ້ເປັນເຈົ້າຂອງ ສິ່ງປະດິດ ຊຶ່ງໝາຍເຖີງ ຜົນງານການປະດິດໃໝ່ ທີ່ໄດ້ຈາກການປັບປຸງທາງດ້ານເຕັກນິກ ດ້ວຍການນໍາໃຊ້ເຕັກນິກທີ່ບໍ່ສູງຄືການປະດິດສ້າງ, ເພື່ອປັບປຸງຜະລິດຕະພັນ ຫຼື ກຳມະວິທີການຜະລິດໃໝ່; ແລະ ເປັນຜູ້ທີ່ມີຈຸດປະສົງຈະໄດ້ຮັບການປົກປ້ອງສິ່ງປະດິດດັ່ງກ່າວໃນຂອບເຂດ ສປປ ລາວ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        ອີງຕາມກົດໝາຍຊັບສິນທາງປັນຍາ ມາດຕາ 26 ບຸກຄົນທີ່ມີສິດໄດ້ຮັບການປົກປ້ອງສິດ ມີດັ່ງນີ້: (i) ເປັນພົນລະເມືອງລາວ ຫລື ຜູ້ທີ່ມີທີ່ຢູ່ອາໄສ ຢູ່ ສປປ ລາວ ຫລື ນິຕິບຸກຄົນ ຫລື ການຈັດຕັ້ງທີ່ສ້າງຕັ້ງຂຶ້ນ ພາຍໃຕ້ກົດໝາຍຂອງ ສປປ ລາວ; (ii) ບຸກຄົນທີ່ມີສັນຊາດ ຫລື ມີທີ່ຢູ່ອາໄສຢູ່ ປະເທດໃດໜຶ່ງ ຊຶ່ງເປັນພາຄີຂອງສົນທິສັນຍາປາຣີ ຫລື ຂໍ້ຕົກລົງສາກົນອື່ນ ກ່ຽວກັບ ການປົກປ້ອງຊັບສິນອຸດສາຫະກໍາ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ; (iii) ບຸກຄົນ ທີ່ມີທີ່ຢູ່ອາໄສ ຢູ່ ສປປ ລາວ ຫລື ຢູ່ໃນອານາເຂດ ຂອງປະເທດທີ່ເປັນພາຄີຂອງສົນທິສັນຍາປາຣີ ແລະ ຂໍ້ຕົກລົງສາກົນອື່ນໆ ກ່ຽວກັບ ການປົກປ້ອງຊັບສິນອຸດສາຫະກຳ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ; (IV) ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ມີສະຖານທີ່ດໍາເນີນການຄ້າ ແລະ ອຸດສາຫະກໍາຕົວຈິງ ແລະ ມີປະສິດທິຜົນ ຢູ່ໃນອານາເຂດຂອງປະເທດໃດໜຶ່ງ ທີ່ເປັນພາຄີຂອງ ສົນທິສັນຍາປາຣີ ຫລື ຂໍ້ຕົກລົງສາກົນອື່ນ ກ່ຽວກັບ ການປົກປ້ອງຊັບສິນອຸດສາຫະກໍາ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ - ສິ່ງປະດິດ ທີ່ຈະໄດ້ຮັບອະນຸສິດທິບັດ ຕ້ອງມີເງື່ອນໄຂ ຄື: (i) ຕ້ອງແມ່ນສິ່ງປະດິດໃໝ່ ຊຶ່ງຜ່ານມາບໍ່ໄດ້ເປັນທີ່ຮູ້ຈັກ ຫລື ຖືກນໍາໃຊ້ ໃນ ສປປ ລາວ ພາຍໃນ 1 ປີກ່ອນວັນຍື່ນຄໍາຮ້ອງ; (ii) ຕ້ອງມີການປັບປຸງເຕັກນິກໃໝ່ ທີ່ພົວພັນເຖີງຂັ້ນຕອນການປະດິດສ້າງ ຊຶ່ງອາດມີຂັ້ນຕອນຕໍ່າກວ່າ ຂັ້ນຕອນການປະດິດສ້າງ; ແລະ (iii) ຕ້ອງສາມາດນໍາໃຊ້ໃຫ້ເປັນປະໂຫຍດໃນຂົງເຂດອຸດສາຫະກໍາ, ຫັດຖະກໍາ, ກະສິກໍາ, ການປະມົງ, ການຄ້າ, ການບໍລິການ ແລະ ອື່ນໆ (ກົດໝາຍຊັບສິນທາງປັນຍາ ມາດຕາ 14)  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        - ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ຢູ່ຕ່າງປະເທດ ຊຶ່ງມີຈຸດປະສົງຂໍຈົດທະບຽນຊັບສິນທາງປັນຍາ ຢູ່ ສປປ ລາວ ຕ້ອງໄດ້ມີຜູ້ຕາງໜ້າ ທີ່ຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ເພື່ອດໍາເນີນທຸລະກໍາ ທີ່ກ່ຽວຂ້ອງກັບ ວຽກງານຊັບສິນທາງປັນຍາ ຢູ່ ສປປ ລາວ (ກົດໝາຍຊັບສິນທາງປັນຍາ ມາດຕາ 27) - ສໍານວນຄໍາຮ້ອງຂໍຈົດທະບຽນ ແລະ ເອກະສານຄັດຕິດອື່ນໆ ສາມາດເຮັດເປັນພາສາລາວ ຫລື ອັງກິດກໍ່ໄດ້. ຖ້າວ່າຄໍາຮ້ອງຂໍ ຫລື ເອກະສານທີ່ໄດ້ເຮັດເປັນພາສາອັງກິດ, ຕ້ອງຍື່ນສະບັບແປເປັນພາສາລາວ ໂດຍໄດ້ຮັບການຢັ້ງຍືນຄວາມຖືກຕ້ອງພາຍໃນ 90 ວັນຫລັງຈາກວັນໄດ້ຍື່ນຄໍາຮ້ອງຂໍ (ກົດໝາຍຊັບສິນທາງປັນຍາ ມາດຕາ 37) - ສິ່ງປະດິດ ທີ່ຈະໄດ້ຮັບອະນຸສິດທິບັດ ຕ້ອງມີເງື່ອນໄຂ ຄື: (i) ຕ້ອງແມ່ນສິ່ງປະດິດໃໝ່ ຊຶ່ງຜ່ານມາບໍ່ໄດ້ເປັນທີ່ຮູ້ຈັກ ຫລື ຖືກນໍາໃຊ້ ໃນ ສປປ ລາວ ພາຍໃນ 1 ປີກ່ອນວັນຍື່ນຄໍາຮ້ອງ; (ii) ຕ້ອງມີການປັບປຸງເຕັກນິກໃໝ່ ທີ່ພົວພັນເຖີງຂັ້ນຕອນການປະດິດສ້າງ ຊຶ່ງອາດມີຂັ້ນຕອນຕໍ່າກວ່າ ຂັ້ນຕອນການປະດິດສ້າງ; ແລະ (iii) ຕ້ອງສາມາດນໍາໃຊ້ໃຫ້ເປັນປະໂຫຍດໃນຂົງເຂດ ອຸດສາຫະກໍາ, ຫັດຖະກໍາ, ກະສິກໍາ, ການປະມົງ, ການຄ້າ, ການບໍລິການ ແລະ ອື່ນໆ (ກົດໝາຍຊັບສິນທາງປັນຍາ ມາດຕາ 14)  | 
                                                |
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ 2017) | 38/ສພຊ | 15.11.2017 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແຕ້ມ | ໃນກໍລະນີຈຳເປັນ  | 
                                                            |||
| ບົດສັງເຂບ | ||||
| ໃບຄຳຮ້ອງ | ຕາມແບບພິມ  | 
                                                            |||
| ໃບມອບສິດ | ທີ່ບົ່ງບອກຊື່ ແລະ ທີ່ຢູ່ຂອງຜຸ້ຕາງໜ້າ ຢູ່ ສປປ ລາວ ໃນກໍລະນີ ທີ່ຍື່ນຄໍາຮ້ອງຜ່ານຜູ້ຕາງໜ້າ  | 
                                                            |||
| ບົດອະທິບາຍກ່ຽວກັບສິ່ງປະດິດຢ່າງຈະແຈ້ງ ແລະ ຄົບຖ້ວນ | ||||
| ບົດອະທິບາຍກ່ຽວກັບຂໍ້ຮຽກຮ້ອງຂໍຮັບສິດ | ທີ່ກຳນົດຫົວຂໍ້ທີ່ຈະປົກປ້ອງຢ່າງຈະແຈ້ງ  | 
                                                            |||
| ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 360 | 1. ກົມຈະກວດສອບຄໍາຮ້ອງຂໍຈົດທະບຽນເບື້ອງຕົ້ນ ເພື່ອຮັບປະກັນວ່າ ຄໍາຮ້ອງຂໍນັ້ນ ຄົບຖ້ວນຖືກຕ້ອງຕາມແບບຟອມ ແລະ ໄດ້ຈ່າຍຄ່າທໍານຽມແລ້ວ ຫລືບໍ່ກ່ອນ 2. ພາຍຫລັງການກວດສອບເບື້ອງຕົ້ນ: (i) ກໍຈະຈັດພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບຊັບສິນອຸດສາຫະກໍາໃນເດືອນທີສິບເກົ້ານັບແຕ່ວັນຍື່ນຄໍາຮ້ອງ; ແລະ (ii) ດໍາເນີນການກວດສອບເນື້ອໃນເພື່ອກໍານົດໃຫ້ຮູ້ວ່າມີຄວາມສອດຄ່ອງກັບເງື່ອນໄຂຕາມທີ່ກໍານົດໄວ້ໃນກົດໝາຍ ຫລືບໍ່ ໃນຂອບໄລຍະເວລາ 12 ເດືອນນັບແຕ່ວັນຍື່ນຄໍາຮ້ອງຂໍ. ແຕ່ກໍລະນີຜູ້ຮ້ອງຂໍໄດ້ເຮັດການຄົ້ນຫາ ຫລື ກວດສອບໂດຍອົງການອື່ນມາກ່ອນແລ້ວ, ຜູ້ຮ້ອງຂໍສາມາດສະໜອງສໍາເນົາຂອງບົດລາຍງານຈາກອົງການດັ່ງກ່າວ ແລະ ສະເໜີໃຫ້ກົມຮັບຮອງເອົາ. | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 120 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ເພື່ອຮັກສາອາຍຸການປົກປ້ອງນັ້ນ, ເຈົ້າຂອງອະນຸສິດທິບັດຕ້ອງຈ່າຍຄ່າທໍານຽມລ່ວງໜ້າແຕ່ລະປີ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 710000.00 | 0.00 | 100000.00 | 810000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະດໍາລັດ 03/ປທ ຄ່າບໍລິການການຈົດທະບຽນແມ່ນຄໍານວນຕາມແຕ່ລະຂັ້ນຕອນຂອງການກວດສອບການຂໍຈົດທະບຽນ ລວມທັງໝົດຕໍ່າສຸດ 710,000 ກີບ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 1800000.00 | 0.00 | 5750000.00 | 7550000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະດໍາລັດ 03/ປທ 1. ຄ່າທໍານຽມຈົດທະບຽນ ສໍາລັບໄລຍະເວລາ 10 ປີຂອງອາຍຸການຄຸ້ມຄອງ ແມ່ນຄິດໄລ່ໃນ ອັດຕາດັ່ງນີ້: i) ປີທີ 1 = 200,000 ກີບ; ii) ປີທີ 2 = 150,000 ກີບ; iii) ປີທີ 3 = 200,000 ກີບ; iv) ປີທີ 4 = 300,000 ກີບ; v) ປີທີ 5 = 400,000 ກີບ; vi) ປີທີ 6 = 500,000 ກີບ; vii) ປີທີ 7 = 700,000 ກີບ; viii) ປີທີ 8 = 900,000 ກີບ; ix) ປີທີ 9 = 1,100,000 ກີບ; x) ປີທີ 10 = 1,300,000 ກີບ ຄ່າບໍລິການເພື່ອຮັກສາອາຍຸການຂອງອະນຸສິດທິບັດ ແມ່ນເກັບນັບຈາກປີທີ 2 ໃນອັດຕາ ປີລະ 200,000 ກີບ  | 
                                                |||





