ໃບທະບຽນເຮືອ
Vessel Registration Certificate
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ການຈົດທະບຽນອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 17.11.2017 | |
| ພາກສ່ວນຮັບຜິດຊອບ | ກົມທາງນໍ້າ
|
|
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຕ້ອງເປັນເຈົ້າຂອງເຮືອ ຊຶ່ງອາດແມ່ນບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງໃດໜຶ່ງ ທີ່ມີເອກະສານຢັ້ງຢືນຄວາມເປັນກໍາມະສິດຂອງເຮືອ ຢ່າງຖືກຕ້ອງຕາມກົດໝາຍ |
|
| ເງື່ອນໄຂໃນການຂໍເອກະສານ | ||
| ຄໍາເຫັນເພີ່ມເຕີມ |
ກົມທາງນໍ້າ ຈະຂຶ້ນທະບຽນເຮືອ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ຕາມປະເພດຕ່າງໆ ດັ່ງນີ້: - ເຮືອຂົນສົ່ງຜູ້ໂດຍສານ ແລະ ເຮືອຂົນສົ່ງສິນຄ້າລະຫວ່າງປະເທດທຸກຂະໜາດ; - ເຮືອຂົນສົ່ງໂດຍສານ ແລະ ເຮືອທ່ອງທ່ຽວຂະໜາດບັນຈຸເກີນ 100 ບ່ອນນັ່ງ; - ເຮືອຂົນສົ່ງສິນຄ້າ ຂະໜາດບັນທຸກເກີນ 300 ໂຕນ; - ເຮືອແພຮ້ານອາຫານຂະໜາດບັນຈຸເກີນ 100 ຄົນ; - ເຮືອຂຸດຄົ້ນຫີນ-ແຮ່-ຊາຍ ແລະ ເຮືອກໍ່ສ້າງຂະໜາດໃຫຍ່. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບຖ່າຍດ້ານຂ້າງຂວາ ເຕັມລຳ ຕາມລວງຍາວຂອງເຮືອ ໃນສະພາບລອຍຕົວ ຂະໜາດ 10x15 ຊັງຕີແມັດ | ||||
| ໃບອະນຸຍາດນໍາເຂົ້າ, ໃບນໍາສົ່ງສິນຄ້າ ແລະ ໃບຮັບເງິນຄ່າເຮືອ | ||||
| ໃບຢັ້ງຍືນການເສຍພາສີ ຫລື ຍົກເວັ້ນພາສີ ກໍລະນີການນໍາເອົາເຮືອເຂົ້າມາຈາກຕ່າງປະເທດ | ||||
| ໃບຢັ້ງຍືນທີ່ກ່ຽວຂ້ອງເຖິງ ກໍາມະສິດຂອງເຮືອໃນປະຈຸບັນ | ||||
| ໃບຢັ້ງຍືນຍົກເລີກທະບຽນເຮືອ ກໍລະນີເຮືອເຄີຍໄດ້ຂຶ້ນທະບຽນຢູ່ຕ່າງປະເທດ | ກໍລະນີເຮືອເຄີຍໄດ້ຂຶ້ນທະບຽນຢູ່ຕ່າງປະເທດ |
|||
| ໃບຢັ້ງຢືນທີ່ຢູ່ | ຈາກອຳນາດການປົກຄອງບ້ານອາຍຸບໍ່ເກີນ 03 ເດືອນ |
|||
| ໃບຄຳຮ້ອງ | ||||
| ສຳເນົາບັດປະຈຳຕົວ | ສຳລັບພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ |
|||
| ໜັງສືຜ່ານແດນ | ສຳລັບຄົນຕ່າງປະເທດ |
|||
| ສຳເນົາໃບທະບຽນວິສາຫະກິດ | ສຳລັບນິຕິບຸກຄົນ |
|||
| ໃບຢັ້ງຢືນການກວດກາເຕັກນິກເຮືອ | ||||
| ໃບຢັ້ງຢືນການຕໍ່ເຮືອ | ແລະ ສຳເນົາໃບທະບຽນວິສາຫະກິດຂອງອູ່ຕໍ່ເຮືອກໍລະນີຈ້າງອູ່ຕໍ່ເຮືອສ້າງໃຫ້ |
|||
| ໃບຢັ້ງຢືນການສ້າງເຮືອ | ແລະ ສຳເນົາສຳມະໂນຄົວ ຂອງຜູ້ຕໍ່ເຮືອ ກໍລະນີຈ້າງບຸກຄົນຕໍ່ໃຫ້; |
|||
| ສັນຍາຊື້ຂາຍ | ຫລື ໃບໂອນກຳມະສິດເຮືອ ກໍລະນີຫາກມີການຊື້-ຂາຍ |
|||
| ໃບຢັ້ງຢືນຄວາມປອດໄພທາງດ້ານເຕັກນິກ ແລະ ສິ່ງແວດລ້ອມຂອງເຮືອ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມທາງນໍ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | - ຖ້າຫາກເອກະສານຍັງບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ເຈົ້າຂອງເຮືອ ຊາບຢ່າງຊ້າບໍ່ໃຫ້ເກີນ 07 ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ ເພື່ອແກ້ໄຂໃຫ້ສົມບູນ; - ເມື່ອເຫັນວ່າເອກະສານຄົບຖ້ວນແລ້ວ, ກໍລົງກວດກາສະພາບຕົວຈິງຂອງເຮືອ ແລະ ກວດກາສະພາບເຕັກນິກຂອງເຮືອ. ຖ້າມີຈຸດບົກພ່ອງ ກໍຕ້ອງແຈ້ງໃຫ້ເຈົ້າຂອງເຮືອ ເພື່ອແກ້ໄຂ ຫລື ປັບປຸງສະພາບຂອງເຮືອໃຫ້ຖືກຕ້ອງເກັບຂໍ້ມູນທີ່ແຈ້ງຢູ່ໃນເອກະສານດັ່ງກ່າວ, ເມື່ອໄດ້ແກ້ໄຂ ຫລື ປັບປຸງສຳເລັດແລ້ວກໍແຈ້ງໃຫ້ອົງການຄຸ້ມຄອງທະບຽນເຮືອລົງກວດກາຕື່ມອີກ. - ຫາກເຫັນວ່າສະພາບຂອງເຮືອຖືກຕ້ອງກັບຂໍ້ມູນແລ້ວ ເຈົ້າໜ້າທີ່ ກໍອອກໃບທະບຽນເຮືອ ໃຫ້ເຈົ້າຂອງເຮືອຢ່າງຊ້າບໍ່ເກີນ 10 ວັນລັດຖະການ ນັບແຕ່ວັນທີ່ໄດ້ຜ່ານການກວດກາສະພາບຕົວຈິງຂອງເຮືອ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 60 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ສໍາລັບໃບທະບຽນແມ່ນກໍານົດ 5 ປີ, ພາຍຫຼັງທີ່ທະບຽນໝົດກໍານົດຜູ້ປະກອບການຕ້ອງໄດ້ເຮັດໃບຄໍາຮ້ອງມາເພື່ອຂໍຕໍ່ໃບທະບຽນເຮືອໃຫມ່ ແລະ ຄະນະກວດກາເຕັກນິກຈະໄດ້ລົງໄປກວດເບິ່ງສະພາບເຮືອຕົວຈິງ ຖ້າເຮືອບໍ່ຢູ່ໃນສະພາບປົກກະຕິ ຕ້ອງໄດ້ມີການດັດແກ້ ແລະ ສ້ອມແປງຄືນໃຫມ່ ໃຫ້ຢູ່ໃນສະພາບປົກກະຕິສາມາດເດີນເຮືອໄດ້ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 50000.00 | 250000.00 | 0.00 | 300000.00 |
| ຄຳເຫັນ |
ຄ່າບໍລິການ ແລະ ຄ່າທໍານຽມ ແມ່ນອີງຕາມປະເພດຂອງເຮືອ ຊຶ່ງແຕ່ລະປະເພດຈະແຕກຕ່າງກັນ ໂດຍໄດ້ກໍານົດໄວ້ໃນ ລັດຖະບັນຍັດຂອງປະທານປະເທດ ເລກທີ 003/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





