ໃບອະນຸຍາດດຳເນີນທຸລະກິດຕົວແທນຂາຍປີ້ ແລະ ຈອງບ່ອນໂດຍສານທາງອາກາດ
License to Operate Air Ticket Sale and Reservation Agents
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 03.01.2018 | |
| ພາກສ່ວນຮັບຜິດຊອບ | ກົມການບິນພົນລະເຮືອນ
                                                         | 
                                                |
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງສ້າງຕັ້ງຕົວແທນຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດ ຊຶ່ງດຳເນີນທຸລະກິດ ຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດ ຊຶ່ງດຳເນີນກິດຈະການ ໃນນາມເປັນຕົວແທນ ຂອງບັນດາສາຍການບິນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ຕາມສັນຍາທີ່ໄດ້ເຮັດກັນ.  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1.ໄດ້ຂຶ້ນທະບຽນວິສາຫະກິດ ເພື່ອດຳເນີນທຸລະກິດຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດ ຢ່າງຖືກຕ້ອງ. 2. ໄດ້ເຮັດສັນຍາເປັນຕົວແທນຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດກັບບັນດາສາຍການບິນທີ່ກ່ຽວຂ້ອງ; 3. ມີບຸກຄະລາກອນທີ່ມີຄວາມຮູ້,ຄວາມສາມາດ ແລະ ມີປະສົບການ ເຊິ່ງມີປະກາດ ສະນີຍະບັດ ຫຼື ໃບຢັ້ງຢືນຄຸນນະວຸດຢ່າງຖືກຕ້ອງເປັນຕົ້ນຄື: (i) ນັກວິຊາການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ຢ່າງໜ້ອຍໜຶ່ງຄົນ; (ii) ພະນັກງານຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດທີ່ມີຄວາມຮູ້,ຄວາມສາມາດນຳໃຊ້ອຸປະກອນເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ມີຄວາມຮູ້ດ້ານພາສາອັງກິດຢ່າງດີ ຢ່າງໜ້ອຍ 2 ຄົນ; 4. ມີລະບົບພ້ອມດ້ວຍອຸປະກອນສື່ສານເຕັກໂນໂລຊີ ຂໍ້ມູນຂ່າວສານ ທີ່ສາມາດເຊື່ອມຕໍ່ກັບລະບົບສື່ສານດັ່ງກ່າວ ຂອງບັນດາສາຍການບິນ ແລະ ບັນດາບໍລິສັດຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດ ທັງພາຍໃນ ແລະ ຕ່າງປະເທດ; 5. ມີອຸປະກອນທີ່ທັນສະໄໝ ແລະ ພຽງພໍ ສຳຫລັບນຳໃຊ້ໃນການຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດ; 6. ຕ້ອງມີສຳນັກງານຖາວອນ ຫຼື ສາຂາຢູ່ ສປປ ລາວ.  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        ຂໍ້ມູນນີ້ແມ່ນຖືກເກັບກຳໃນປີ 2017. ສະນັ້ນອາດມີບາງຂໍ້ມູນທີ່ບໍ່ຖືກຕ້ອງກັບການປະຕິບັດຕົວຈິງໃນປັດຈຸບັນ. ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ກົມການບິນພົນລະເຮືອນເພື່ອຂໍຂໍ້ມູນເພີ່ມຕື່ມ.  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ໃບທະບຽນວິສາຫະກິດ ເພື່ອດຳເນີນທຸລະກິດຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດ,ໃນກໍລະນີເປັນສາຂາຂອງບໍລິສັດດັ່ງກ່າວ ຕ້ອງປະກອບໃບທະບຽນວິສາຫະກິດເປັນສາຂາ  | 
                                                            |||
| ໃບຢັ້ງຢືນຖານະທາງດ້ານການເງິນແລະຊັບສິນ | ບັນຊີອຸປະກອນສຳຫລັບສື່ສານທາງດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ສຳຫລັບການຂາຍປີ້ເຮືອບິນ ແລະ ຈອງບອນໂດຍສານທາງອາກາດ  | 
                                                            |||
| ສຳເນົາໜັງສືເດີນທາງຂອງອໍານວຍການ | ສຳເນົາບັດປະຈຳຕົວ ຫລື ໜັງສືຜ່ານແດນ  | 
                                                            |||
| ໃບຢັ້ງຢືນວຸດທິການສຶກສາ | ໃບປະກາດສະນີຍະບັດ ຫລື ເອກະສານຢັ້ງຢືນຄຸນນະວຸດທິ ຂອງນັກວິຊາການທີ່ກ່ຽວຂ້ອງ  | 
                                                            |||
| ບົດວິພາກເສດຖະກິດເຕັກນິກ | ບົດວິພາກເສດຖະກິດ ແລະ ກົດລະບຽບພາຍໃນ ວິສາຫະກິດ  | 
                                                            |||
| ສັນຍາຮ່ວມທຶນ, ສັນຍາສ້າງຕັ້ງ | ສຳເນົາສັນຍາເປັນຕົວແທນຂາຍປີ້ ແລະ ຈອງບ່ອນໂດຍສານທາງອາກາດ ກັບສານການບິນທີ່ກ່ຽວຂ້ອງ  | 
                                                            |||
| ໂຄງຮ່າງການຈັດຕັ້ງ ຫຼື ສະພາບໍລິຫານ | ໂຄງຮ່າງການຈັດຕັ້ງປະຈຸບັນ  | 
                                                            |||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | ໃນກໍລະນີ ຜູ້ຮ້ອງຂໍບໍ່ສາມາດມາພົວພັນວຽກຕົນເອງໄດ້ ຕ້ອງມີໃບມອບສິດ  | 
                                                            |||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ໃບຢັ້ງຍືນເງິນຄໍ້າປະກັນຈາກທະນາຄານທີ່ຫົວໜ່ວຍທຸລະກິດໄດ້ເປີດບັນຊີໄວ້ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ຖ້າບໍ່ອອກໃບອະນຸຍາດ, ກົມຕ້ອງຕອບເປັນລາຍລັກອັກສອນ ພ້ອມທັງອະທິບາຍເຫດຜົນໃຫ້ວິສາຫະກິດດັ່ງກ່າວຊາບ ພາຍໃນ 5 ວັນລັດຖະການ. ກົມການບິນພົນລະເຮືອນ ມີສິດ ແລະ ໜ້າທີ່ພິຈາລະນາ ການອອະນຸຍາດກິດຈະການຂາຍປີ້ເຮືອນບິນ ແລະ ຈອງບ່ອນໂດຍສານທາງອາກາດ ໃນຂອບເຂດທົ່ວປະເທດ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງໄດ້ຂໍອະນຸຍາດສືບຕໍ່ຄືນໃໝ່ 30 ວັນກ່ອນໝົດອາຍຸການນຳໃຊ້. ຖ້າຫາກຕ້ອງການສືບຕໍ່ດຳເນີນກິດຈະການໃນປີຕໍ່ໄປ,ຕົວແທນຂາຍປີ້ເຮືອບິນ ແລະ ຈອງບ່ອນໂດຍສານທາງອາກາດນັ້ນ ຕ້ອງໄດ້ປະກອບເອກະສານຍືນສະເໜີຕໍ່ ກົມການບິນພົນລະເຮືອນ ເພື່ອພິຈາລະນາ ແລະ ຕ້ອງປະຕິບັດໄດ້ຕາມເງື່ອນໄຂໃນກົດໝາຍ ແລະ ກົມຈະພິຈາລະນາຄໍາຮ້ອງຂໍຕໍ່ພາຍໃນ 5 ວັນລັດຖະການ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 750000.00 | 20000.00 | 770000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ສ່ວນຄ່າໃບຄຳຮ້ອງແມ່ນອີງຕາມການແຈ້ງຂອງເຈົ້າທີ່.  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 20000.00 | 375000.00 | 395000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ສ່ວນຄ່າໃບຄຳຮ້ອງແມ່ນອີງຕາມການແຈ້ງຂອງເຈົ້າທີ່.  | 
                                                |||





