ດາວໂຫຼດຂໍ້ມູນ

ໃບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວບໍລິການໂຮງໝໍເອກະຊົນ

License to Operate a Private Hospital

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວບໍລິການໂຮງໝໍເອກະຊົນ
ປະເພດເອກະສານ ໃບອະນຸຍາດດໍາເນີນທຸລະກິດ
ວັນທີແກ້ໄຂຂໍ້ມູນລ່າສຸດ 26.01.2018
ພາກສ່ວນຮັບຜິດຊອບ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ
LSIC
ຜູ້ທີ່ສາມາດຍື່ນຂໍເອກະສານ
ບຸກຄົນ ຫຼື ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ
ເງື່ອນໄຂໃນການຂໍເອກະສານ
(1) ຂະໜາດໂຮງໝໍເອກະຊົນ:
ໂຮງໝໍເອກະຊົນຕ້ອງປະກອບ ອຸປະກອນການເເພດ, ຕຽງນອນ, ຜູ້ປະກອບວິຊາຊີບປີ່ນປົວຕາມລະດັບຂັ້ນຂອງໂຮງໝໍເອກະຊົນ ແລະ ຕາມເງື່ອນໄຂມາດຕະຖານດັ່ງນີ້:
- ຂັ້ນ 1: ໂຮງໝໍຂະໜາດໃຫຍ່ຫລາຍກວ່າ 100 ຕຽງນອນຂຶ້ນເມືອ ໃນລະດັບການປິ່ນປົວຂັ້ນສູງສຸດ
- ຂັ້ນ 2: ໂຮງໝໍຂັ້ນກາງ 51-100 ຕຽງ ໃນລະດັບການປິ່ນປົວຂັ້ນສູງ
- ຂັ້ນ3: ໂຮງໝໍຂະໜາດນ້ອຍ 30-50 ຕຽງ ໃນລະດັບການປິ່ນປົວຂັ້ນກາງ.

(2) ບຸກຄະລາກອນໂຮງໝໍເອກະຊົນ:
- ຜູ້ອຳນວຍການຝ່າຍວິຊາການແພດຂອງໂຮງໝໍເອກະຊົນ ທີ່ຕ່າງປະ ເທດມາລົງທຶນດຳເນີນກິດຈະການໂຮງໝໍເອກະຊົນ ຕ້ອງມີທ່ານໝໍທີ່ເປັນສັນຊາດລາວ ຢ່າງໜ້ອຍ 01 ທ່ານ ທີ່ມີເງື່ອນໄຂ, ມາດຕະຖານທາງດ້ານວິຊາການ ແລະ ປະສົບການດ້ານການປິ່ນປົວ 10 ປີຂຶ້ນໄປ ເປັນພະນັກງານບຳນານ ຫຼື ບຳເນັດ.
- ວີຊາຊີບປິ່ນປົວທີ່ເຮັດວຽກໃນໂຮງໝໍເອກະຊົນ ທັງຄົນລາວ ແລະ ຄົນຕ່າງປະເທດ ຕ້ອງມີໃບຢັ້ງຢືນວິຊາຊີບປິ່ນປົວທີ່ອອກໃຫ້ໂດຍ ກະຊວງສາທາລະນະສຸກ.
- ການນຳເອົາຜູ້ປະກອບວິຊາຊີບປິ່ນປົວ, ນັກເຕັກນິກອື່ນໆທີ່ເປັນຄົນຕ່າງປະເທດເຂົ້າມາປະຕິບັດວິຊາການໃນໂຮງໝໍເອກະຊົນ ອະນຸຍາດໃຫ້ບໍ່ເກີນ 20% ຂອງຈໍານວນທັງໝົດ.
- ການບັນຈຸພະນັກງານເຂົ້າໃນໂຮງໝໍເອກະຊົນ ມີດັ່ງນີ້:
* ຂັ້ນ 1: ຈໍານວນພົນໃນອັດຕາ 2,5-3 ຄົນຕໍ່ຕຽງ, ທ່ານໝໍ 1ຄົນ ຕໍ່ພະຍາບານ 4-5 ຄົນ, ທ່ານໝໍ 1 ຄົນ ຕໍ່ 4 ຕຽງ.
* ຂັ້ນ 2: ຈໍານວນພົນໃນອັດຕາ 2-2, 5-3 ຄົນຕໍ່ຕຽງ, ທ່ານໝໍ 1 ຄົນ ຕໍ່ພະຍາບານ 5 ຄົນ, ທ່ານໝໍ 1 ຄົນ ຕໍ່ 5 ຕຽງ
* ຂັ້ນ 3: ຈໍານວນພົນໃນອັດຕາ 1,8 – 2 ຄົນຕໍ່ຕຽງ, ທ່ານໝໍ 1 ຄົນ ຕໍ່ພະຍາບານ 3-4ຄົນ, ທ່ານໝໍ 1 ຄົນ ຕໍ່ 5 ຕຽງ.

(3) ເງື່ອນໄຂ ແລະ ມາດຕະຖານໂຮງໝໍເອກະຊົນ:
- ການລົງທືນຂອງຕ່າງປະເທດສາມາດຮ່ວມທຶນຈົດທະບຽນຮ່ວມກັບ ບຸກຄົນ, ນິຕິບຸກຄົນ ພາຍໃນປະເທດ ເພື່ອຂໍອະນຸຍາດດຳເນີນກິດຈະການໂຮງໝໍເອກະຊົນ ຕ້ອງມີອັດຕາສ່ວນການລົງທຶນຫຼາຍກວ່າ 49% ຂຶ້ນໄປຂອງທຶນທັງໝົດໃນການສ້າງຕັ້ງໂຮງໝໍເອກະຊົນ.
- ສະຖານທີ່ຕັ້ງຂອງໂຮງໝໍເອກະຊົນຕ້ອງຢູ່ຫ່າງຈາກບ້ານປະຊາຊົນ ຢ່າງຫນ້ອຍ 30-50 ແມັດ, ມີຮົ້ວ ຫຼື ກໍາແພງຮອບແດນ, ມີລະບົບບຳບັດນໍ້າເສຍ, ຮັບປະກັນນໍ້າເປື້ອນ ໃຫ້ອອກສູ່ລະບົບລະບາຍນໍ້າເສຍຂອງຕົວເມືອງ, ມີລະບົບກຳຈັດທຳລາຍສີ່ງທີ່ເປິະເປື້ອນ, ຮັບປະກັນບໍ່ໃຫ້ມີຜົນສະທ້ອນດ້ານມົນລະພິດເຖີງຜູ້ຢູ່ໃກ້ຄຽງ ແລະ ສະພາບແວດລ້ອມ.
- ເນື້ອທີ່ດິນປຸກສ້າງໂຮງໝໍເອກະຊົນ:
* ຂັ້ນ 1: ເນື້ອທີ່ດິນປຸກສ້າງບໍ່ຕໍ່າກ່ວາ 5.000 ຕາແມັດ, ອາຄານສູງບໍ່ເກີນ 5 ຊັ້ນ, ຕັ້ງຢູ່ເທດສະບານຂອງແຂວງໃຫຍ່.
* ຂັ້ນ 2: ເນື້ອທີ່ດິນປຸກສ້າງບໍ່ຕໍ່າກ່ວາ 4.000 ຕາແມັດ, ອາຄານສູງບໍ່ເກີນ 4 ຊັ້ນ, ຕັ້ງຢູ່ເທດສະບານຂອງແຂວງທີ່ບໍ່ໃຫຍ່.
* ຂັ້ນ 3: ເນື້ອທີ່ດິນປຸກສ້າງບໍ່ຕໍ່າກ່ວາ 3.000 ຕາແມັດ, ອາຄານສູງບໍ່ເກີນ 2 ຊັ້ນ, ຕັ້ງຢູ່ບັນດາເມືອງຕ່າງໆ.           
ຄໍາເຫັນເພີ່ມເຕີມ
1.ຂັ້ນຕອນການດຳເນີນກິດຈະການຂອງໂຮງໝໍເອກະຊົນ (ການຂໍອະນຸຍາດລົງທຶນ)
- ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງສາງຕັ້ງ ແລະ ເຄື່ອນໄຫວບໍລິການໂຮງໝໍເອກະຊົນ ຕ້ອງປະຕິບັດຕາມກົດໝາຍສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ແລະ ຕາມຂັ້ນຕອນ ຕ້ອງຍື່ນເອກະສານຂໍລົງທຶນນຳກະຊວງແຜນການ ແລະ ການລົງທຶນ ແລະ ປະກອບເອກະສານລົງທຶນຕາມແບບຟອມຂອງການຂໍລົງທຶນທີ່ກະຊວງແຜນການ ແລະ ການລົງທຶນ ອອກໃຫ້, ກະຊວງແຜນການ ແລະ ການລົງທຶນ ຈະສົ່ງເອກະສານມາໃຫ້ກະຊວງສາທາລະນະສຸກ ຄົ້ນຄວ້າພິຈາລະນາ, ພ້ອມດຽວກັນເຈົ້າຂອງລົງທຶນຕ້ອງປະກອບເອກະສານຕາມແບບພິມຂອງກະຊວງສາທາລະນະສຸກ (ເອກະສານຊ້ອນທ້າຍ 1), ພາຍຫຼັງໄດ້ຄົ້ນຄວ້າມີຄຳເຫັນແລ້ວ ກະຊວງສາທາລະນະສຸກຈະສົ່ງຄຳເຫັນໄປໃຫ້ກະຊວງແຜນການ ແລະ ການລົງທຶນ ພາຍໃນ 8-9 ວັນລັດຖະການ (ຖ້າມີເອກະສານຄົບຖ້ວນ), ຖ້າເອກະສານບໍ່ຄົບຈະແຈ້ງຕອບສົ່ງກັບຄືນບໍ່ກາຍ 15 ວັນລັດຖະການ. 
- ເມື່ອເຈົ້າຂອງລົງທຶນໄດ້ຮັບໃບອະນຸຍາດລົງທຶນຈາກກະຊວງແຜນການ ແລະ ການລົງທຶນ ແລະ ເອກະສານຈາກຂະແໜງການອື່ນທີ່ກ່ຽວຂ້ອງກັບການຂໍອະນຸຍາດປຸກສ້າງໂຮງໝໍແລ້ວ, ພາຍໃນກຳນົດ 90 ວັນ ຕ້ອງມີການເຄື່ອນໄຫວ ແລະ ດຳເນີນການກໍ່ສ້າງໂຮງໝໍ ຕາມລະບຽບການ

2. ຂັ້ນຕອນການຍື່ນຄຳຮ້ອງຂໍດຳເນີນກິດຈະການໂຮງໝໍເອກະຊົນ (ເປີດບໍລິການເປັນທາງການ)
ພາຍຫຼັງສຳເລັດການປຸກສ້າງຕຶກອາຄານໂຮງໝໍ, ປະກອບເຄື່ອງມື-ອຸປະກອນການແພດ ຄົບຊຸດ ແລະ ບຸກຄະລາກອນຄົບຖ້ວນ, ຜູ້ລົງທຶນຕ້ອງໄດ້ເຮັດຄຳຮ້ອງຕາມແບບພິມຂອງກະຊວງສາທາລະນະສຸກອອກໃຫ້ (ເອກະສານຊ້ອນທ້າຍ 2). ຫຼັງຈາກນັ້ນ, ກະຊວງສາທາລະນະສຸກຈະໄດ້ລົງກວດກາຄວາມພ້ອມຂອງໂຮງໝໍກ່ອນອອກໃບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວບໍລິການໂຮງໝໍເອກະຊົນ ເປັນທາງການ.

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ຄຳແນະນຳການຈັດຕັ້ງປະຕິບັດດຳລັດວ່າດ້ວຍໂຮງໝໍເອກະຊົນ 1333/ສທ 16.11.2017
ໜັງສືແນະນຳກ່ຽວກັບຄຳແນະນຳການຈັດຕັ້ງປະຕິບັດ ເລກທີ 1333/ສທ 2928/ກປຟ 28.12.2018 ""
ກົດໝາຍວ່າດ້ວຍ ການປິ່ນປົວ (ສະບັບປັບປຸງ) 58/ສພຊ 24.12.2014 ມາດຕາ 20
ດຳລັດ ວ່າດ້ວຍໂຮງໝໍເອກະຊົນ 151/ລບ 28.04.2014 ມາດຕາ 6 ແລະ ມາດຕາ 10 ໝວດທີ 4 ການຂໍອະນຸຍາດດໍາເນີນກິດຈະການໂຮງໝໍເອກະຊົນ (ມາດຕາ 15 ຫາມາດຕາ 17)

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ເອກະສານສຳລັບການຂໍອະນຸຍາດລົງທຶນ (ການດຳເນີນກິດຈະການໂຮງໝໍເອກະຊົນ) ການກະ ທຳ ທີ່ຢັ້ງຢືນ
 1. ບົດສະເໜີໂຄງການ ຫຼື ບົດວິພາກເສດຖະກິດ-ເຕັກນິກ (ຕາມແບບພິມຂອງກະຊວງສາທາລະນະສຸກ);
2. ໃບຢັ້ງຢືນທີ່ຕັ້ງໂຮງໝໍເອກະຊົນ ຂອງອຳນາດການປົກຄອງທ້ອງຖີ່ນ;
3. ເອກະສານເຫັນດີໃຫ້ປຸກສ້າງຂອງຂະແໜງຄຸ້ມຄອງເຄຫາ-ຜັງເມືອງ ແລະ ສີ່ງແວດລ້ອມ;
 
ເອກະສານສຳລັບການຍື່ນຄຳຮ້ອງຂໍດຳເນີນກິດຈະການໂຮງໝໍ (ເປີດບໍລິການເປັນທາງການ) ການກະ ທຳ ທີ່ຢັ້ງຢືນ
 1. ຄຳຮ້ອງຂໍສ້າງຕັ້ງ ແລະ ເຄື່ອນໄຫວບໍລິການໂຮງໝໍເອກະຊົນ (ຕາມແບບພິມຂອງກະຊວງສາທາລະນະສຸກ);
2. ໂຄງຮ່າງກົງຈັກ ແລະ ການຈັດຕັ້ງຂອງໂຮງໝໍທີ່ຈະເປີດບໍລິການ;
3. ບັນຊີລາຍຊື່ບຸກຄະລາກອນ ແລະ ເອກະສານທີ່ກ່ຽວຂ້ອງດ້ານການສືກສາ ແລະ ວິຊາຊີບຂອງແຕ່ລະຕຳແໜ່ງງານພ້ອມໃບປະກອບວິຊາຊີບປິ່ນປົວທີ່ອອກໃຫ້ໂດຍ ກະຊວງສາທາລະນະສຸກ ທັງຄົນລາວ ແລະ ຄົນຕ່າງປະເທດ;
4. ບັນຊີລາຍຊື່ອຸປະກອນການແພດ ແລະ ເອກະສານທີ່ກ່ຽວຂ້ອງພ້ອມຮູບພາບ;
5. ໃບອະນຸຍາດເຫັນດີໃຫ້ລົງທຶນຂອງກະຊວງສາທາລະນະສຸກ;
6. ໃບອະນຸຍາດລົງທຶນຂອງລັດຖະບານ ຫຼື ກະຊວງແຜນການ ແລະ ການລົງທຶນ;
7. ໃບທະບຽນວິສາຫະກິດ (ກະຊວງ ອຸດສາຫະກໍາ ແລະ ການຄ້າ)
8. ໃບຢັ້ງຢືນເສຍອາກອນ(ກະຊວງການເງິນ)
9. ໃບຢັ້ງຢືນສິ່ງແວດລ້ອມ (ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ);
10. ສຳເນົາບັດປະຈຳຕົວ ຖ້າເປັນຄົນລາວ, ໜັງສືຜ່ານແດນ ຖ້າເປັນຄົນຕ່າງປະເທດ;
11. ໃບອະນຸຍາດປຸກສ້າງ (ພະແນກໂຍທາທິການ ແລະ ຂົນສົ່ງ).
 

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 30
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 60
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ແລ້ວສະເໜີຂໍຕໍ່ນຳກົມປິ່ນປົວ ແລະ ຟຶ້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ແລະ ຈະຕໍ່ໃຫ້ແຕ່ຜູ້ທີ່ເຄື່ອນໄຫວຖືກຕ້ອງເທົ່ານັ້ນ.
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0.00 0.00 0.00 0.00
ຄຳເຫັນ
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເລກທີ 003/ປປທ, ຄ່າທຳນຽມໃນການອອກໃບອະນຸຍາດແມ່ນເກັບ 5 ປີ/ຄັ້ງ ຕາມຂັ້ນຂອງໂຮງໝໍຄື: 
1. ຂັ້ນ 1 = 1.500.000 ກີບ
2. ຂັ້ນ 2 = 400.000ກີບ
3. ຂັ້ນ 3 = 200.000 ກີບ
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0.00 0.00 0.00 0.00
ຄຳເຫັນ
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເລກທີ 003/ປປທ, ຄ່າທຳນຽມໃນການອອກໃບອະນຸຍາດແມ່ນເກັບ 5 ປີ/ຄັ້ງ ຕາມຂັ້ນຂອງໂຮງໝໍຄື: 
1. ຂັ້ນ 1 = 1.500.000 ກີບ
2. ຂັ້ນ 2 = 400.000ກີບ
3. ຂັ້ນ 3 = 200.000 ກີບ
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY