ໃບຢັ້ງຍືນແບບຜັງວົງຈອນລວມ
Certificate for the Registration of Layout-design of Integrated Circuits
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 27.09.2017 | |
| ພາກສ່ວນຮັບຜິດຊອບ | ກົມຊັບສິນທາງປັນຍາ
                                                         | 
                                                |
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ຜູ້ເປັນເຈົ້າຂອງແບບຜັງວົງຈອນລວມ ຊຶ່ງໝາຍເຖີງ ການຈັດວາງວົງຈອນລວມທີ່ສະແດງອອກໃນຮູບແບບສາມມິຕິໃດກໍຕາມຊຶ່ງຢ່າງໜ້ອຍມີສ່ວນປະກອບໜຶ່ງທີ່ໃຊ້ການໄດ້ ແລະ ສ່ວນເຊື່ອມຕໍ່ບາງສ່ວນ ຫລື ທັງໝົດຂອງວົງຈອນລວມ ຫລື ການຈັດວາງວົງຈອນລວມ ໃນຮູບແບບສາມມິຕິເຫລົ່ານັ້ນເຮັດຂຶ້ນມາເພື່ອວົງຈອນລວມ ທີ່ມີຈຸດປະສົງສໍາລັບການຜະລິດ ແລະ ເຈົ້າຂອງຕ້ອງການໄດ້ຮັບການປົກປ້ອງສິດເໜືອ ແຜນຜັງວົງຈອນລວມດັ່ງກ່າວໃນ ສປປ ລາວ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        ບຸກຄົນທີ່ມີສິດໄດ້ຮັບການປົກປ້ອງສິດ ມີດັ່ງນີ້: (i) ເປັນພົນລະເມືອງລາວ ຫລື ຜູ້ທີ່ມີທີ່ຢູ່ອາໄສ ຢູ່ ສປປ ລາວ ຫລື ນິຕິບຸກຄົນ ຫລື ການຈັດຕັ້ງທີ່ສ້າງຕັ້ງຂຶ້ນ ພາຍໃຕ້ກົດໝາຍຂອງ ສປປ ລາວ; (ii) ບຸກຄົນທີ່ມີສັນຊາດ ຫລື ມີທີ່ຢູ່ອາໄສຢູ່ ປະເທດໃດໜຶ່ງ ຊຶ່ງເປັນພາຄີຂອງສົນທິສັນຍາປາຣີ ຫລື ຂໍ້ຕົກລົງສາກົນອື່ນ ກ່ຽວກັບ ການປົກປ້ອງຊັບສິນອຸດສາຫະກໍາ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ; (iii) ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ມີສະຖານທີ່ດໍາເນີນການຄ້າ ແລະ ອຸດສາຫະກໍາຕົວຈິງ ແລະ ມີປະສິດທິຜົນ ຢູ່ໃນອານາເຂດຂອງປະເທດໃດໜຶ່ງ ທີ່ເປັນພາຄີຂອງ ສົນທິສັນຍາປາຣີ ຫລື ຂໍ້ຕົກລົງສາກົນອື່ນ ກ່ຽວກັບ ການປົກປ້ອງຊັບສິນອຸດສາຫະກໍາ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ - ເງື່ອນໄຂສິ່ງທີ່ຈະໄດ້ຮັບໃບຢັ້ງຍືນແບບຜັງວົງຈອນລວມ ຄື 1) ຕ້ອງເປັນແບບຜັງຕົ້ນສະບັບ ທີ່ບໍ່ຄືຂອງຄົນອື່ນ ທີ່ເກີດຈາກສະຕິປັນຍາ ຂອງຜູ້ປະດິດສ້າງ ແລະ ເປັນສິ່ງທີ່ໂດດເດັ່ນ ໃນວົງການນັກສ້າງແບບຜັງ ແລະ ຜູ້ຜະລິດວົງຈອນລວມ; 2) ເປັນແບບຜັງ ທີ່ມີການປະສານກັນ ລະຫວ່າງ ສ່ວນປະກອບ ແລະ ສ່ວນເຊື່ອມຕໍ່ ຊຶ່ງໂດຍທົ່ວໄປແລ້ວຈະຕ້ອງໄດ້ຮັບການປົກປ້ອງ ໂດຍສະເພາະໃນກໍລະນີ ທີ່ມີການຕອບສະໜອງເງື່ອນໄຂຂອງຂໍ້ 1; 3) ຍື່ນຄໍາຮ້ອງຂໍຈົດທະບຽນ ກ່ອນວັນທີ່ນໍາເອົາແບບຜັງວົງຈອນລວມໄປສະແຫວງຫາຜົນປະໂຫຍດທາງການຄ້າໃນທົ່ວໂລກ ໂດຍເຈົ້າຂອງສິດ ຫຼື ພາຍໃນກໍານົດເວລາ ສອງ ປີ ນັບແຕ່ວັນທີ່ໄດ້ສະແຫວງຫາຜົນປະໂຫຍດເປັນຕົ້ນໄປ (ມາດຕາ 17, ກົດໝາຍວ່າດ້ວຍຊັບສິນທາງປັນຍາ)  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        - ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ຢູ່ຕ່າງປະເທດ ຊຶ່ງມີຈຸດປະສົງຂໍຈົດທະບຽນຊັບສິນທາງປັນຍາ ຢູ່ ສປປ ລາວ ຕ້ອງໄດ້ມີຕົວແທນທີ່ຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ເພື່ອດໍາເນີນທຸລະກໍາທີ່ກ່ຽວຂ້ອງກັບວຽກງານຊັບສິນທາງປັນຍາ ຢູ່ ສປປ ລາວ - ສໍານວນຄໍາຮ້ອງຂໍຈົດທະບຽນ ແລະ ເອກະສານຄັດຕິດອື່ນໆ ສາມາດເຮັດເປັນພາສາລາວ ຫລື ອັງກິດກໍ່ໄດ້. ຖ້າວ່າ ຄໍາຮ້ອງຂໍ ຫລື ເອກະສານ ທີ່ໄດ້ເຮັດເປັນພາສາອັງກິດ, ຕ້ອງຍື່ນສະບັບແປ ເປັນພາສາລາວ ໂດຍໄດ້ຮັບການຢັ້ງຢືນຄວາມຖືກຕ້ອງ ພາຍໃນ 90 ວັນຫລັງຈາກວັນໄດ້ຍື່ນຄໍາຮ້ອງຂໍ - ເງື່ອນໄຂສິ່ງທີ່ຈະໄດ້ຮັບໃບຢັ້ງຍືນແບບຜັງວົງຈອນລວມ ຄື 1) ຕ້ອງເປັນແບບຜັງຕົ້ນສະບັບ ທີ່ບໍ່ຄືຂອງຄົນອື່ນ ທີ່ເກີດຈາກສະຕິປັນຍາ ຂອງຜູ້ປະດິດສ້າງ ແລະ ເປັນສິ່ງທີ່ໂດດເດັ່ນ ໃນວົງການນັກສ້າງແບບຜັງ ແລະ ຜູ້ຜະລິດວົງຈອນລວມ; 2) ເປັນແບບຜັງ ທີ່ມີການປະສານກັນ ລະຫວ່າງ ສ່ວນປະກອບ ແລະ ສ່ວນເຊື່ອມຕໍ່ ຊຶ່ງໂດຍທົ່ວໄປແລ້ວຈະຕ້ອງໄດ້ຮັບການປົກປ້ອງ ໂດຍສະເພາະໃນກໍລະນີ ທີ່ມີການຕອບສະໜອງເງື່ອນໄຂຂອງຂໍ້ 1; 3) ຍື່ນຄໍາຮ້ອງຂໍຈົດທະບຽນ ກ່ອນວັນທີ່ນໍາເອົາແບບຜັງວົງຈອນລວມໄປສະແຫວງຫາຜົນປະໂຫຍດທາງການຄ້າໃນທົ່ວໂລກ ໂດຍເຈົ້າຂອງສິດ ຫຼື ພາຍໃນກໍານົດເວລາ ສອງ ປີ ນັບແຕ່ວັນທີ່ໄດ້ສະແຫວງຫາຜົນປະໂຫຍດເປັນຕົ້ນໄປ (ມາດຕາ 17, ກົດໝາຍວ່າດ້ວຍຊັບສິນທາງປັນຍາ)  | 
                                                |
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ 2017) | 38/ສພຊ | 15.11.2017 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບົດສັງເຂບ | ||||
| ໃບຄຳຮ້ອງ | ຕາມແບບພິມ  | 
                                                            |||
| ໃບຢັ້ງຢືນການຊໍາລະຄ່າທໍານຽມ | ||||
| ໃບມອບສິດ | ທີ່ບົ່ງບອກຊື່ ແລະ ທີ່ຢູ່ຂອງຜຸ້ຕາງໜ້າ ຢູ່ ສປປ ລາວ ໃນກໍລະນີ ທີ່ຍື່ນຄໍາຮ້ອງຜ່ານຜູ້ຕາງໜ້າ  | 
                                                            |||
| ບົດອະທິບາຍກ່ຽວກັບການນໍາໃຊ້ທາງການຄ້າຄັ້ງທຳອິດຂອງແບບຜັງ ຫຼື ວົງຈອນລວມທີ່ເຊື່ອມຕໍ່ເຂົ້າກັນໃນທາງການຄ້າຄັ້ງທຳອິດ | ||||
| ແຜນວາດຂອງແບບຜັງວົງຈອນລວມເພື່ອສາມາດຈໍາແນກແບບຜັງ | ||||
| ບົດອະທິບາຍກ່ຽວກັບການເຮັດໜ້າທີ່ທາງດ້ານເອເລັກໂຕນິກ | ບົດອະທິບາຍ ກ່ຽວກັບ ການເຮັດໜ້າທີ່ທາງດ້ານເອເລັກໂຕນິກ ທີ່ວົງຈອນລວມທຳງານ ຫຼື ຈຸດປະສົງ ທີ່ຈະນໍາໃຊ້ເພື່ອເຮັດໃຫ້ວົງຈອນລວມທາງດ້ານເອເລັກໂຕນິກທຳງານ ຖ້າຫາກໃນກໍລະນີທີ່ວົງຈອນລວມໄດ້ຖືກໄປນໍາສະແຫວງຫາຜົນປະໂຫຍດທາງການຄ້າແລ້ວ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 180 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 144 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ເພື່ອຮັກສາອາຍຸການປົກປ້ອງນັ້ນ, ເຈົ້າຂອງແບບຜັງວົງຈອນລວມ ຕ້ອງຈ່າຍຄ່າທໍານຽມລ່ວງໜ້າ ແຕ່ລະປີ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 0.00 | 300000.00 | 300000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະດໍາລັດ ເລກທີ 03/ປທ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 1120000.00 | 0.00 | 1120000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະດໍາລັດ ເລກທີ 03/ປທ  | 
                                                |||





