ໃບອະນຸຍາດວິຊາຊີບເພສັດຊະກໍາ ເພື່ອສ້າງຕັ້ງໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ
Licensing Pharmacist to establish Drug and Medical Product Factory
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 03.10.2017 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງເນີນການຜະລິດຢາ ແລະ ຜະລິດຕະພັນການແພດ ຕ້ອງໄດ້ຮັບການເຫັນດີ ແລະ ອະນຸຍາດທາງວິຊາການຈາກກະຊວງສາທາລະນະສຸກເສຍກ່ອນ. |
|
| ເງື່ອນໄຂໃນການຂໍເອກະສານ |
ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດ ການຜະລິດຢາ ແລະ ຜະລິດຕະພັນການແພດ ຕ້ອງມີເງື່ອນໄຂເພີ່ມເຕີມ ດັ່ງນີ້: 1. ມີເພສັດຊະກອນທີ່ມີປະສົບປະການຢ່າງໜ້ອຍ ຫ້າ ປີ ຂຶ້ນໄປຢູ່ປະຈໍາ; 2. ບໍ່ເຄີຍຕ້ອງໂທດ ກ່ຽວກັບ ຢາ ຫຼື ຢາເສບຕິດ ຫຼື ຜະລິດຕະພັນການແພດ; 3. ມີຈັນຍາບັນການຢາ ແລະ ທຸລະກິດ; 4. ມີບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ; 5. ມີສຸຂະພາບດີ, ບໍ່ເປັນໂລກຈິດ ຫຼື ພະຍາດຕິດແປດ; 6. ມີມາດຕະການປົກປັກຮັກສາຄວາມປອດໄພ ແລະ ສິ່ງແວດລ້ອມ; 7. ມີສະຖານທີ່ເໝາະສົມ ແລະ ມີສິ່ງອໍານວຍຄວາມສະດວກທີ່ຈໍາເປັນ, ມີສາງທີ່ໄດ້ມາດຕະຖານ ແລະ ພາຫະນະຂົນສົ່ງ. ສໍາລັບ ໂຮງງານຍັງຕ້ອງມີຫ້ອງຜະລິດ,ຫ້ອງວິໄຈ ພ້ອມດ້ວຍອຸປະກອນຄົບຊຸດ. 8.ໃບທະບຽນວິສາຫະກິດ |
|
| ຄໍາເຫັນເພີ່ມເຕີມ |
ມາດຕາ 4. ເງື່ອນໄຂທາງດ້ານສະຖານທີ່ເພື່ອສ້າງຕັ້ງໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ (ຂໍ້ຕົກລົງ ວ່າດ້ວຍການຜະລິດຢາ ແລະ ຜະລິດຕະພັນການແພດ ເລກທີ 937/ກຊສ, 12.05.2004) |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | 1 ສະບັບ |
|||
| ໃບປະກາສະນີຍະບັດ | ສໍາເນົາ, 1 ສະບັບ |
|||
| ບັດກິນເບ້ຍບຳນານ ຫລື ໃບອອກການ | ໃບຢັ້ງຢືນການອອກລັດຖະການ ຫຼື ໃບແຕ່ງຕັ້ງຂອງກົມກອງກໍລະນີເປັນລັດວິສະຫະກິດ, 1 ສະບັບ |
|||
| ຮູບ 3x4 | ຮູບຖ່າຍໄລຍະບໍ່ເກີນ 1 ປີ, 1 ໃບ |
|||
| ແຜນວາດທີ່ຕັ້ງໂຮງງານ | 1 ສະບັບ |
|||
| ແຜນວາດພາຍໃນໂຮງງານ | 1 ສະບັບ |
|||
| ໃບຢັ້ງຢືນສັນຊາດ | - ຖ້າແມ່ນຄົນຕ່າງດ້າວ. - ຖ້າເປັນຄົນຕ່າງປະເທດຕ້ອງມີໃບຢັ້ງຢືນ ແລະ ໃບອະນຸຍາດທີ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ. |
|||
| ສຳເນົາໃບທະບຽນວິສາຫະກິດ | 1 ສະບັບ |
|||
| ບົດວິພາກການເຄື່ອນໄຫວທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ | ລະບຸຂໍ້ມູນຜະລິດຕະພັນ, ວັດຖຸດິບ ພ້ອມແຫຼ່ງທີ່ມາ ແລະ ຂໍ້ມູນທາງດ້ານວິຊາການອື່ນໆ ທີ່ກ່ຽວຂ້ອງ, 1 ສະບັບ |
|||
| ໃບຢັ້ງຢືນຮັບໃຊ້ວິຊາສະເພາະທາງດ້ານເພສັດຊະກໍາ | 1 ສະບັບ |
|||
| ໃບຢັ້ງຢືນກໍາມະສິດເຮືອນ | ຫຼື ສັນຍາເຊົ່າ 1 ສະບັບ |
|||
| ໃບຢັ້ງຢືນສຸຂະພາບ | ບໍ່ເກີນ 3 ເດືອນ, 1 ສະບັບ |
|||
| ໃບຢັ້ງຢືນທີ່ຢູ່ | ຮູບຖ່າຍໄລຍະບໍ່ເກີນ 3 ເດືອນ, 1 ສະບັບ |
|||
| ບົດບັນທຶກກວດກາສະຖານທີ່ | ຂອງເຈົ້າທີ່ອາຫານ ແລະ ຢາ 1 ສະບັບ |
|||
| ຊີວະປະຫວັດ | ຕິດຮູບ ຖ່າຍບໍ່ເກີນ 1 ປີ, 1 ສະບັບ |
|||
| ໃບແຈ້ງໂທດ | 1 ສະບັບ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ຄໍາຮ້ອງຂໍຕໍ່ໃບອະນຸຍາດທະບຽນວິຊາຊີບເພສັດຊະກໍານີ້ຕ້ອງໄດ້ມີຄໍາເຫັນຈາກຫ້ອງການສາທາລະນະສຸກເມືອງ ແລະ ພະແນກສາທາລະນະສຸກແຂວງ/ນະຄອນຫລວງ ແລ້ວຍື່ນສະເຫນີມາຍັງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຄົ້ນຄ້ວາພິຈາລະນາ ການຕໍ່ທະບຽນໃນຂັ້ນຕອນຕໍ່ໄປ. |
|||
| ໃບຢັ້ງຢືນສຸຂະພາບ | 1 ສະບັບ |
|||
| ໃບຢັ້ງຢືນທີ່ຢູ່ | 01 ສະບັບ |
|||
| ບົດສະຫຼຸບຂອງການເຄື່ອນໄຫວ | ແລະ ແຜນການປີຕໍ່ໄປ |
|||
| ໃບອະນຸຍາດທະບຽນວິຊາຊີບເພສັດຊະກຳສະບັບເກົ່າ | ສະບັບແທ້ |
|||
| ບົດບັນທຶກກວດກາສະຖານທີ່ | ຂອງເຈົ້າທີ່ອາຫານ ແລະ ຢາ, ພ້ອມສໍາເນົາຫລັກຖານການນໍາເຂົ້າ ວັດຖຸດິບ ແລະ ວັດຖຸຫຸ້ມຫໍ່ ຈໍານວນ 6 ສະບັບ |
|||
| ໝາຍເຫດ | ການຕໍ່ອາຍຸໃບອະນຸຍາດທະບຽນວິຊາຊີບເພສັດຊະກຳທີ່ໝົດບ່ອນຈໍ້າຕໍ່ແລ້ວນັ້ນ, ຄັດຕິດຮູບຂະໜາດ 3x4 ຈໍານວນ 03 ໃບມາພ້ອມ. |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ||
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 45 | ໄລຍະເວລາຄົ້ນຄວ້າພິຈາລະນາເອກະສານ ກໍານົດພາຍໃນ 45 ວັນ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດທະບຽນວິຊາຊີບເພສັດຊະກຳມີອາຍຸ 3 ປີ. ກ່ອນໝົດອາຍຸ 3 ເດືອນ ຕ້ອງຂໍສະເໜີຕໍ່ອາຍຸຄືນໃໝ່. (ມາດຕາ 6 ຂໍ້ກໍານົດ ວ່າດ້ວຍການຜະລິດຢາ ແລະ ຜະລິດຕະພັນການແພດ ເລກທີ 937/ກຊສ, 12.05.2004) ສໍາລັບການຕໍ່ທະບຽນວິຊາຊີບເພສັດຊະກໍາ ແມ່ນກົມອາຫານ ແລະ ຢາ ເປັນຜູ່ອະນຸມັດ ພາຍຫຼັງທີ່ສະເໜີຜ່ານການຈັດຕັ້ງກ່ຽວຂ້ອງຂັ້ນເມືອງ, ແຂວງ-ນະຄອນ. ເງື່ອນໄຂໃນການຕໍ່ທະບຽນແມ່ນຕິດພັນ ກັບ ໝວດ III, ໝວດ IV ຂອງຂໍ້ກໍານົດວ່າດ້ວຍການຜະລິດຢາແລະ ຜະລິດຕະພັນການແພດ ເລກທີ 937/ກຊສ, 15.05.2004 ແລະ ລະບຽບການອື່ນໆ ທີ່ກ່ຽວຂ້ອງ ເງື່ອນໄຂໃນການບໍ່ຕໍ່ທະບຽນໄດ້ກຳນົດໄວ້ໃນມາດຕາ 6.3 (ຂໍ້ກໍານົດ ວ່າດ້ວຍການຜະລິດຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 937/ກຊສ, 12.05.2004) ການປິດຊົ່ວຄາວ ຫລື ຍົກເລີກການດໍາເນີນທຸລະກິດຜະລິດຢາ ແລະ ຜະລິດຕະພັນການແພດ ເຊິ່ງການດໍາເນີນທຸລະກິດການຜະລິດຢາ ແລະ ຜະລິດຕະພັນການແພດຈະຖືກປິດຊົ່ວຄາວ ຫລື ຍົກເລີກຕາມແຕ່ລະກໍລະນີ ດັ່ງລຸ່ມນີ້: - ວິຊາການເສຍຊິວິດ - ໃນກໍລະນີກ່າວເຕືອນ ແລະ ປັບໄໝເກີນ 3 ຄັ້ງ - ໃນກໍລະນີກະທໍາຜິດ ຫລືຝ່າຝືນຕໍ່ລະບຽບກົດໝາຍ - ມີການຮ້ອງຟ້ອງຈາກຜູ້ໄດ້ຮັບຜົນນກະທົບ ແລະ ຜູ້ເສຍຫາຍ ຫລື ຖືກສານຕັດສິນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 500000.00 | 0.00 | 500000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 250000.00 | 0.00 | 250000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ |
|||





