ໃບອະນຸຍາດຫັນປ່ຽນປະເພດທີ່ດິນກະສິກຳຢູ່ນະຄອນຫຼວງວຽງຈັນ
Permit for the Conversion of Agricultural Land
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 08.01.2018 | |
| ພາກສ່ວນຮັບຜິດຊອບ | ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ
|
|
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຫັນປ່ຽນປະເພດທີ່ດິນກະສິກໍາ (ທີ່ດິນທີ່ກໍານົດໄວ້ເພື່ອນໍາໃຊ້ເຂົ້າໃນການປຸກຝັງ, ລ້ຽງສັດ ແລະ ການຄົ້ນຄວ້າທົດລອງດ້ານກະສິກໍາ ລວມທັງ ຊົນລະປະທານ) ໄປເປັນທີ່ດິນປະເພດອື່ນ |
|
| ເງື່ອນໄຂໃນການຂໍເອກະສານ |
1. ຕ້ອງມີໃບຢັ້ງຢືນກຳມະສິດການນຳໃຊ້ທີ່ດິນຖືກຕ້ອງຕາມກົດໝາຍ |
|
| ຄໍາເຫັນເພີ່ມເຕີມ |
ພະແນກກະສິກໍາ ແລະ ໃນການອອກໃບອະນຸຍາດນີ້, ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ຕ້ອງຂໍຄໍາເຫັນຈາກເຈົ້າເມືອງ ໂດຍຜ່ານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານ ທີ່ຕັ້ງຕອນດິນ.ນະຄອນຫຼວງ ຕ້ອງຂໍຄໍາເຫັນຈາກເຈົ້າເມືອງກ່ອນຈະເຮັດບົດລາຍງານ ພ້ອມດ້ວຍແຜນວາດ ເພື່ອອະນຸມັດ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍອະນຸຍາດຫັນປ່ຽນທີ່ດິນກະສິກຳ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | ||||
| ສັນຍາຜູກພັນກັບເຈົ້າຂອງທີ່ດິນຂ້າງຄຽງ | ||||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວ | ||||
| ໃບຕາດິນ | ສຳເນົາ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 21 | ໄລຍະເວລາໃນການພິຈາລະນາຄຳຮ້ອງແມ່ນໃຊ້ເວລາ 14 ຫາ 21 ວັນລັດຖະການ ເລີ່ມຕັ້ງແຕ່ມື້ຜູ້ສະເໜີຍື່ນໃບຄຳຮ້ອງໃຫ້ຫ້ອງການປະຕູດຽວຂອງພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ. ພາຍຫຼັງພະແນກໄດ້ຮັບເອກະສານ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ຕ້ອງຂໍຄໍາເຫັນຈາກເຈົ້າເມືອງ ໂດຍຜ່ານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານທີ່ຕັ້ງຕອນດິນ. ພາຍຫຼັງພະແນກໄດ້ຜ່ານຄຳເຫັນຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ, ພະແນກກະສິກຳ ແລະ ປ່າໄມ້ໃຊ້ເວລາ 5 ວັນລັດຖະການໃນການອອກໃບອະນຸຍາດ (ອີງຕາມ ຂໍ້ຕົກລົງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເລກທີ 207/ກປ.ນວ, ລົງວັນທີ 17 ມັງກອນ 2011) |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 50000.00 | 60000.00 | 110000.00 |
| ຄຳເຫັນ |
ອີງຕາມຂໍ້ຕົກລົງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເລກທີ 207/ກປ.ນວ, ລົງວັນທີ 17 ມັງກອນ 2011. |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





