ໃບທະບຽນສວນປູກໄມ້
Registration of Forest Plantation
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ການຈົດທະບຽນອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 08.01.2018 | |
| ພາກສ່ວນຮັບຜິດຊອບ | ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ
|
|
| LSIC | A - ກະສິກໍາ, ປ່າໄມ້ ແລະ ການປະມົງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ດໍາເນີນການປູກໄມ້ ແລະ ມີຈຸດປະສົງຈະຂຶ້ນທະບຽນສວນປູກໄມ້ ເພື່ອບັນທຶກແຫຼ່ງທີ່ມາຂອງຜະລິດຕະພັນໄມ້ ກ່ອນການຂຸດຄົ້ນ ແລະ ເຄື່ອນຍ້າຍອອກຈາກສວນປູກດັ່ງກ່າວ |
|
| ເງື່ອນໄຂໃນການຂໍເອກະສານ |
1. ຜູ້ຮ້ອງຕ້ອງໄດ້ຮັບອະນຸຍາດໃຫ້ດໍາເນີນກິດຈະການປ່າໄມ້ ແລະ ຕ້ອງມີໃບອະນຸຍາດບຸກເບີກພື້ນທີ່ດິນ 2. ຜູ້ຮ້ອງຂໍຕ້ອງດໍາເນີນການປູກໄມ້ ຈົນມີອັດຕາການລອດຕາຍ |
|
| ຄໍາເຫັນເພີ່ມເຕີມ |
ເຈົ້າຂອງສວນປູກໄມ້ທີ່ປະສົງຢາກຂຶ້ນທະບຽນສວນປູກໄມ້ ກັບຂະແໜງປ່າໄມ້ ນະຄອນຫຼວງວຽງຈັນຕ້ອງມີເນື້ອທີ່ດິນສວນ 5 ເຮັກຕາ ຫາ 100 ເຮັກຕາ. ຖ້າຫຼຸດ 5 ເຮັກຕາ ແມ່ນໃຫ້ຂຶ້ນທະບຽນກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ໃນກໍລະນີທີ່ເນື້ອທີ່ສວນການ 100 ເຮັກຈາ, ເຈົ້າຂອງສວນປູກໄມ້ ຕ້ອງໄດ້ຂຶ້ນທະບຽນສວນຂອງຕົນກັບກະຊວງກະສິກຳ ແລະ ປ່າໄມ້. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບອະນຸຍາດບຸກເບີກເນື້ອທີ່ດິນ | ||||
| ໃບສະເໜີ | ||||
| ໃບຕາດິນ | ||||
| ສຳມະໂນຄົວ | ຫຼື ໃບຢັ້ງຢືນທີ່ຢູ່ |
|||
| ບົດບັນທຶກວິຊາການ | ||||
| ໃບຢັ້ງຢືນທ່ານເຈົ້າເມືອງ ຫຼື ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 3 | ອີງຕາມຄຳແນະນຳຂອງເຈົ້າໜ້າທີ່ຮັບຜິດຊອບ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 20000.00 | 50000.00 | 70000.00 |
| ຄຳເຫັນ |
- ອີງຕາມ ຂໍ້ຕົກລົງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເລກທີ 207/ກປ.ນວ, ລົງວັນທີ 31 ມັງກອນ 2011 - ອີງຕາມລັດຖະດຳລັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ຮັບຜິດຊອບ ໃບທະບຽນສວນປູກໄມ້ ແມ່ນບໍ່ມີການຕໍ່ອາຍຸ ສາມາດນຳໃຊ້ໄດ້ຕະຫຼອດໄລຍະການດຳເນີນກິດຈະການສວນປູກໄມ້ |
|||





