ໃບອະນຸຍາດ ສ້າງຕັ້ງວິສາຫະກິດບໍລິການຈັດສົ່ງສິນຄ້າແບບໂລຈິສຕິກ
License to Operate a Logistic Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 12.01.2018 | |
| ພາກສ່ວນຮັບຜິດຊອບ | ພະແນກໂຍທາທິການ ແລະ ຂົນສົ່ງ
                                                         | 
                                                |
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ,ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ມີຈຸດປະສົງຢາກດຳເນີນທຸລະກິດໂລຈິສຕິກ ຄື: ບໍລິການລະບົບການຄຸ້ມຄອງບໍລິຫານຂະບວນການເຄື່ອນຍ້າຍສິນຄ້າ ທີ່ມີການວາງແຜນ, ການຄວບຄຸມ, ການເກັບຮັກສາ, ການຫຸ້ມຫໍ່, ການເຄື່ອນຍ້າຍ, ການຂົນສົ່ງ, ການບໍລິການ ແລະ ການສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ທີ່ມີປະສິດທິພາບ ແລະ ປະສິດທິຜົນ ຈາກຕົ້ນທາງໄປຍັງປາຍທາງ ຕາມຄວາມຕ້ອງການຂອງລູກຄ້າ ຢ່າງເປັນຕ່ອງໂສ້  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ມີວິຊາການດ້ານການຂົນສົ່ງຊັ້ນສູງ ຢ່າງໜ້ອຍຈໍານວນ 2 ຄົນ, ໃນນັ້ນ 1 ຄົນຕ້ອງໄດ້ຜ່ານ ການຝຶກອົບຮົມດ້ານ ໂລຈິສຕິກ ທີ່ມີການຢັ້ງຍືນຈາກອົງການຈັດຕັ້ງສາກົນ ແລະ ມີປະສົບການດ້ານການບໍລິຫານການຈັດສົ່ງສິນຄ້າແບບໂລຈິສຕິກ ຢ່າງໜ້ອຍ 3 ປີ ຫຼື ດ້ານການບໍລິຫານການບໍລິການຈັດສົ່ງສິນຄ້າລະຫວ່າງປະເທດ ຢ່າງໜ້ອຍ 5 ປີ; 2. ຕ້ອງມີທຶນຈົດທະບຽນ ຢ່າງຕໍ່າ 6 ຕື້ກີບ; 3. ຢ່າງໜ້ອຍຕ້ອງມີເຕັກໂນໂລຊີດ້ານການບໍລິການປະກອບເອກະສານ, ການເຕົ້າໂຮມສິນຄ້າ, ການຫຸ້ມຫໍ່, ການບັນຈຸ, ການເກັບຮັກສາ ແລະ ການແຈກຢາຍ ເພື່ອຮັບໃຊ້ໃຫ້ແກ່ ການຈັດສົ່ງສິນຄ້າແບບໂລຈິສຕິກ ແລະ ໄດ້ຖືກຮັບຮອງຈາກ ກະຊວງ; 4. ຖ້າແມ່ນ ການລົງທຶນຕ່າງປະເທດ, ຜູ້ລົງທຶນຕ່າງປະເທດ ສາມາດຖືຮຸ້ນໄດ້ບໍ່ເກີນ 70%  | 
                                                |
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ຮູບ 3x4 | ຂອງເຈົ້າຂອງທຸລະກິດຈຳນວນ 4 ແຜ່ນ  | 
                                                            |||
| ໃບຄຳຮ້ອງ | ||||
| ສຳເນົາໃບທະບຽນວິສາຫະກິດ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ສຳເນົາບັດປະຈຳຕົວ | ||||
| ໜັງສືຜ່ານແດນ | ສຳລັບຄົນຕ່າງປະເທດ  | 
                                                            |||
| ໃບຢັ້ງຍືນການນໍາເຂົ້າທຶນ | ຫຼື ໃບຢັ້ງຢືນຖານະການເງິນ (ສຳລັບຄົນຕ່າງປະເທດ)  | 
                                                            |||
| ໃບແຈ້ງຊັບສິນ | ||||
| ໃບປະກາສະນີຍະບັດ | ຂອງເຈົ້າຂອງທຸລະກິດ ແລະ ວິຊາການ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບ 3x4 | ||||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ສຳເນົາໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ຫຼື ໃບຮັບເງິນໃນການຊຳລະອາກອນ  | 
                                                            |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກໂຍທາທິການ ແລະ ຂົນສົ່ງ, ນະຄອນຫຼວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 3 | ໃນກໍລະນີທີ່ຜູ້ສະເໜີປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ, ເຈົ້າໜ້າທີ່ຈະດຳເນີນການພິຈາລະນາການອອກໃບອະນຸຍາດພາຍໃນ 3 ວັນ. ໃນນັ້ນ, ພາຍຫຼັງທີ່ສົ່ງຄຳຮ້ອງ ແລະ ເອກະສານປະກອບແລ້ວ, ຜູ້ສະເໜີຕ້ອງໄດ້ປະສານກັບເຈົ້າໜ້າທີ່ເພື່ອຕິດຕາມເອກະສານ. ຖ້າຫາກເອກະສານທີ່ສົ່ງບໍ່ຖືກຕ້ອງ ຫຼື ບໍ່ສົມບູນ, ຜູ້ສະເໜີຕ້ອງໄດ້ປະກອບເອກະສານຄືນໃໝ່ໃຫ້ຖືກຕ້ອງ. | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ເອກະສານມີຜົນອາຍຸການນຳໃຊ້ຕັ້ງແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ທັນວາຂອງທຸກໆປີ. ສຳລັບການຕໍ່ອະນຸຍາດແມ່ນຕ້ອງໄດ້ສຳເລັດພາຍໃນວັນທີ 30 ເດືອນມີນາໃນປີຕໍ່ມາ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 50000.00 | 200000.00 | 0.00 | 250000.00 | 
| ຄຳເຫັນ | 
                                                        ອີງຕາມຂໍ້ມູນໄດ້ຮັບຈາກຫ້ອງການປະຕູດຽວຂອງພະແນກ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 50000.00 | 200000.00 | 0.00 | 250000.00 | 
| ຄຳເຫັນ | 
                                                        ອີງຕາມຂໍ້ມູນໄດ້ຮັບຈາກຫ້ອງການປະຕູດຽວຂອງພະແນກ  | 
                                                |||





