ໃບອະນຸຍາດດຳເນີນທຸລະກິດ ອອກແບບສໍາຫຼວດການຈະລາຈອນ ແລະ ກວດສອບຄວາມປອດໄພຂອງເສັ້ນທາງ
License to Operate a Road and Traffic-related Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 11.01.2018 | |
| ພາກສ່ວນຮັບຜິດຊອບ | ພະແນກໂຍທາທິການ ແລະ ຂົນສົ່ງ
|
|
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນກິດຈະການ ອອກແບບສໍາຫຼວດ, ການຈະລາຈອນ, ການແຕ້ມເສັ້ນ ແລະ ເຄື່ອງໝາຍການຈະລາຈອນ ລວມທັງ ການກວດສອບຄວາມປອດໄພຂອງເສັ້ນທາງ. |
|
| ເງື່ອນໄຂໃນການຂໍເອກະສານ |
1.ລະດັບຜູ້ບໍລິຫານຕ້ອງມີຄວາມຮູ້ດ້ານຂົວທາງ, ວິສະວະກຳ ການຈາລະຈອນຢ່າງໜ້ອຍຊັ້ນກາງຂຶ້ນໄປ. 2.ມີທີມງານວິຊາການທີ່ຜ່ານການຝຶກອົບຮົມກ່ຽວກັບ ວິສະວະກຳການຈະລາຈອນ, ມີຄວາມຊຳນານ ແລະ ມີປະສົບການມາແລ້ວ 3 ປີ ,1 ຄົນຂຶ້ນໄປ. 3.ມີເຄື່ອງມີ ແລະ ອຸປະກອນຜະລິດ ແລະ ຕິດຕັ້ງປ້າຍທີ່ທັນສະໄໝ. |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ໃບຄຳຮ້ອງ | ||||
| ສຳເນົາໃບທະບຽນວິສາຫະກິດ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ສຳເນົາບັດປະຈຳຕົວ | ||||
| ໜັງສືຜ່ານແດນ | ສຳລັບຄົນຕ່າງປະເທດ |
|||
| ໃບຢັ້ງຍືນການນໍາເຂົ້າທຶນ | ຫຼື ໃບຢັ້ງຢືນຖານະການເງິນ (ສຳລັບຄົນຕ່າງປະເທດ) |
|||
| ໃບແຈ້ງຊັບສິນ | ||||
| ໃບປະກາສະນີຍະບັດ | ຂອງເຈົ້າຂອງທຸລະກິດ ແລະ ວິຊາການ |
|||
| ຮູບ 3x4 | ຂອງເຈົ້າຂອງທຸລະກິດຈຳນວນ 4 ແຜ່ນ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສຳເນົາໃບທະບຽນວິສາຫະກິດ | ||||
| ຮູບ 3x4 | ||||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ຫຼື ໃບຮັບເງິນໃນການຊຳລະອາກອນ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກໂຍທາທິການ ແລະ ຂົນສົ່ງ, ນະຄອນຫຼວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 3 | ໃນກໍລະນີທີ່ຜູ້ສະເໜີປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ, ເຈົ້າໜ້າທີ່ຈະດຳເນີນການພິຈາລະນາການອອກໃບອະນຸຍາດພາຍໃນ 3 ວັນ. ໃນນັ້ນ, ພາຍຫຼັງທີ່ສົ່ງຄຳຮ້ອງ ແລະ ເອກະສານປະກອບແລ້ວ, ຜູ້ສະເໜີຕ້ອງໄດ້ປະສານກັບເຈົ້າໜ້າທີ່ເພື່ອຕິດຕາມເອກະສານ. ຖ້າຫາກເອກະສານທີ່ສົ່ງບໍ່ຖືກຕ້ອງ ຫຼື ບໍ່ສົມບູນ, ຜູ້ສະເໜີຕ້ອງໄດ້ປະກອບເອກະສານຄືນໃໝ່ໃຫ້ຖືກຕ້ອງ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ເອກະສານມີຜົນອາຍຸການນຳໃຊ້ຕັ້ງແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ທັນວາຂອງທຸກໆປີ. ສຳລັບການຕໍ່ອະນຸຍາດແມ່ນຕ້ອງໄດ້ສຳເລັດພາຍໃນວັນທີ 30 ເດືອນມີນາໃນປີຕໍ່ມາ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ບໍ່ມີຂໍ້ມູນ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ບໍ່ມີຂໍ້ມູນ |
|||





