ໃບຢັ້ງຢືນຜູ້ດຳເນີນການຂົນສົ່ງທາງອາກາດ (AOC)
License to Operate Air Transport Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 11.01.2018 | |
| ພາກສ່ວນຮັບຜິດຊອບ | ກົມການບິນພົນລະເຮືອນ
|
|
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ນີຕິບຸກຄົນ ທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດການຂົນສົ່ງທາງອາກາດ ປະກອບມີ: ການຂົນສົ່ງຜູ້ໂດຍສານພ້ອມດ້ວຍເຄື່ອງຂອງ ແລະ ໄປສະນີພັນ, ການຂົນສົ່ງສິນຄ້າ ແລະ ໄປສະນີພັນ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີເຮືອບິນທີ່ໄດ້ມາດຕະຖານ; 2. ມີຈຸບິນ ແລະ ພະນັກງານເຕັກນິກດ້ານການບິນທີ່ກ່ຽວຂ້ອງ ທີ່ມີຄວາມຮູ້ຄວາມສາມາດ ແລະ ປະສົບການເໝາະສົມກັບຂະໜາດ ຂອງກິດຈະການ; 3. ຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາ ຫຼື ສົນທິສັນຍາ ທີ່ ສປປ ລາວ ໄດ້ເຊັນກັບຕ່າງປະເທດ ຫຼື ໄດ້ເຂົ້າຮ່ວມເປັນພາຄີ. 4. ຕ້ອງມີເງື່ອນໄຂ ແລະ ຄຸນສົມບັດລະອຽດຕາມທີ່ລະບຸໄວ້ໃນ ຂໍ້ກໍານົດວ່າດ້ວຍ ຄວາມປອດໄພການບິນ ວັນທີ 01/05/2014 ພາກທີ 9 |
|
| ຄໍາເຫັນເພີ່ມເຕີມ |
ຂໍ້ມູນນີ້ແມ່ນຖືກເກັບກຳໃນປີ 2017. ສະນັ້ນອາດມີບາງຂໍ້ມູນທີ່ບໍ່ຖືກຕ້ອງກັບການປະຕິບັດຕົວຈິງໃນປັດຈຸບັນ. ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ກົມການບິນພົນລະເຮືອນເພື່ອຂໍຂໍ້ມູນເພີ່ມຕື່ມ. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ||||
| ກົດລະບຽບພາຍໃນ | ຄູ່ມືການດໍາເນີນການດ້ານຄວາມປອດໄພໃນການດໍາເນີນທຸລະກິດ ຊຶ່ງຕ້ອງໄດ້ດໍາເນີນການ ແລະ ສ້າງໃຫ້ສອດຄ່ອງກັບ ເນື້ອໃນ ແລະ ມາດຕະຖານທີ່ກໍານົດໄວ້ໃນຂໍ້ກໍານົດວ່າດ້ວຍ ຄວາມປອດໄພການບິນ ພາກທີ 9 |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 90 | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາ ແຕ່ເຈົ້າໜ້າທີ່ແຈ້ງວ່າ ໄລຍະການພິຈາລະນາປົກກະຕິແມ່ນບໍ່ກ່າຍ 90 ວັນລັດຖະການ. ຕ້ອງຂໍໃບອະນຸຍາດສະບັບທໍາອິດ ຢ່າງໜ້ອຍ 90 ວັນກ່ອນວັນທີ່ຈະເລີ່ມຕົ້ນດໍາເນີນກິດຈະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງຕໍ່ອາຍຸກ່ອນໃບອະນຸຍາດໝົດອາຍຸ 30 ວັນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 5000000.00 | 1000000.00 | 0.00 | 6000000.00 |
| ຄຳເຫັນ |
ອີງຕາມ ລັດຖະບັນຍັດ 003/ປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 1000000.00 | 1000000.00 | 0.00 | 2000000.00 |
| ຄຳເຫັນ |
ອີງຕາມ ລັດຖະບັນຍັດ 003/ປທ |
|||





