ບັດອະນຸຍາດພັກເຊົາສຳລັບແຮງງານຕ່າງປະເທດ
Stay Permit for Foreign Worker
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 10.11.2017 | |
| ພາກສ່ວນຮັບຜິດຊອບ | ກົມຕໍາຫລວດຄຸ້ມຄອງຄົນຕ່າງປະເທດ
|
|
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຄົນຕ່າງປະເທດທີ່ມີຈຸດປະສົງມາພັກເຊົາຢູ່ ສປປ ລາວ ໃນນາມນັກລົງທຶນດຳເນີນທຸລະກິດ, ອອກແຮງງານປະກອບອາຊີບ, ຊ່ຽວຊານ, ນັກຂ່າວ, ນັກສຶກສາ ແລະ ມີຄູ່ຜົວ-ເມຍເປັນພົນລະເມືອງລາວ ທີ່ຈົດທະບຽນຢ່າງຖືກຕ້ອງ |
|
| ເງື່ອນໄຂໃນການຂໍເອກະສານ |
1. ຕາມລະບຸໄວ້ໃນກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ເລກທີ 59/ສພຊ 2. ແຮງງານຕ້ອງແມ່ນລູກຈ້າງຂອງບໍລິສັດ ຫຼື ວິສາຫະກິດທີ່ໄດ້ຮັບອະນຸຍາດ ແລະ ດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍແຫ່ງ ສປປ ລາວແທ້ 3. ແຮງງານຕ້ອງໄດ້ຮັບວິຊ່າອອກແຮງງານ (LA-B2) ແລະ ບັດອະນຸຍາດເຮັດວຽກຈາກໜ່ວຍງານກ່ຽວຂ້ອງພາຍໃຕ້ກົດໝາຍແຫ່ງ ສປປ ລາວ |
|
| ຄໍາເຫັນເພີ່ມເຕີມ |
• ກໍລະນີຄອບຄົວຂອງແຮງງານຕ່າງປະເທດແມ່ນສາມາດອອກບັດໃຫ້ໄດ້ໂດຍຖືກລະບຸເປັນຜູ້ຕິດຕາມ (ສຳລັບຜູ້ຕິດຕາມແມ່ນຫ້າມເຮັດວຽກ) • ຍົກເວັ້ນຄ່າທຳນຽມໃຫ້ຜູ້ທີ່ມີອາຍຸຕຳ່ກວ່າ 15 ປີ, 65 ປີຂຶ້ນໄປ ຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ 003/ປປທ ມາດຕາ 35 |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ວີຊາແຮງງານ (LA-B2) | ||||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ສຳເນົາໜ້າ-ຫຼັງ ສີ ຈຳນວນ 1 ໃບ |
|||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ສຳເນົາສີ, 1 ໃບ |
|||
| ໜັງສືຜ່ານແດນ | ສຳເນົາສີ ແລະ ນຳສະບັບແທ້ເພຶ່ອກວດກາຄວາມຖືກຕ້ອງ ແລ້ວສົ່ງຄືນ |
|||
| ຮູບ 3x4 | ຈຳນວນ 3 ໃບ |
|||
| ໃບຄຳຮ້ອງ | ຕາມແບບຟອມຂອງກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ |
|||
| ໃບອະນຸຍາດດຳເນີນທຸລະກິດ | ຈາກພາກສ່ວນທີ່ກ່ຽວຂ້ອງ, ສຳເນົາສີ 1 ໃບ |
|||
| ໃບສະເໜີຂອງບໍລິສັດ | 1 ໃບ |
|||
| ວີຊາແຮງງານ (LA-B2) | ສຳເນົາສີ 1 ໃບ |
|||
| ບັດອະນຸຍາດເຮັດວຽກ | ແລະ ສຳເນົາ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຕໍາຫລວດຄຸ້ມຄອງຄົນຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 3 | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາ ແຕ່ມີລະບຽບການສະເພາະ. ພິຈາລະນາບໍ່ເກີນ 3 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໄລຍະເວລາໃນການອອກໃບອະນຸຍາດນີ້ແມ່ນຂຶ້ນກັບ ໄລຍະເວລາຕາມສັນຍາວ່າຈ້າງແຮງງານທີ່ ແຮງງານຕ່າງປະເທດມີ ຊຶ່ງອາດເປັນໄລຍະເວລາ: ຂຶ້ນທະບຽນກຳນົດ 3 ເດືອນ, ອອກບັດອະນຸຍາດພັກເຊົາ ກຳນົດ 6 ເດືອນ ຫລື 12 ເດືອນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດປະທານປະເທດ, ເລກທີ 003/ປປທ, ມາດຕາ 37 ແລະ 39 - ສຳລັບ 12 ເດືອນ, ຄ່າບໍລິການວິຊາການ 100,000 ກີບ, ຄ່າທຳນຽມ 1,200,000 ກີບ ແລະ ຄ່າແບບຟອມຄຳຮ້ອງ 5,000 ກີບ, ລວມທັງໝົດ 1,305,000 ກີບ - ສຳລັບ 6 ເດືອນ: ຄ່າບໍລິການວິຊາການ 100,000 ກີບ, ຄ່າທຳນຽມ 600,000 ກີບ ແລະ ຄ່າແບບຟອມຄຳຮ້ອງ 5,000 ກີບ, ລວມທັງໝົດ 705,000 ກີບ - ສຳລັບ 3 ເດືອນ: ຄ່າບໍລິການວິຊາການ 20,000 ກີບ, ຄ່າທຳນຽມ 300,000 ກີບ ແລະ ຄ່າແບບຟອມຄຳຮ້ອງ 5,000 ກີບ, ລວມທັງໝົດ 325,000 ກີບ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 1200000.00 | 5000.00 | 1305000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດປະທານປະເທດ, ເລກທີ 003/ປທ, ມາດຕາ 37 ແລະ 39 |
|||





