ໃບຢັ້ງຢືນສະໜາມບິນ ສໍາລັບ ສະໜາມບິນສາກົນ
License to Operate International Airport
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 04.01.2018 | |
| ພາກສ່ວນຮັບຜິດຊອບ | ກົມການບິນພົນລະເຮືອນ
|
|
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫລື ນິຕິບຸກຄົນທີ່ມີຈຸດປະສົງສ້າງຕັ້ງ ແລະ ດໍາເນີນການຄຸ້ມຄອງ ສະໜາມບິນສາກົນ |
|
| ເງື່ອນໄຂໃນການຂໍເອກະສານ |
1. ຜູ້ໃຫ້ບໍລິການສະໜາມບິນ ຈະຕ້ອງມີຄວາມສາມາດໃນການປະຕິບັດຕາມມາດຕະຖານຄວາມປອດໄພສະໜາມບິນທີ່ໄດ້ກຳນົດໄວ້ໂດຍກົມການບິນພົນລະເຮືອນ 2. ໂຄງປະກອບສະໜາມບິນ, ພື້ນທີ່ຕັ້ງ, ການກໍ່ສ້າງ ແລະ ການຄຸ້ມຄອງສະໜາມບຶນ ຕ້ອງປະຕິບັດໂດຍສອດຄ່ອງກັບ ກົດໝາຍ ແລະ ຜ່ານການກວດສອບມາດຕະຖານ ຈາກພາກສ່ວນກ່ຽວຂ້ອງ |
|
| ຄໍາເຫັນເພີ່ມເຕີມ |
ຂໍ້ມູນນີ້ແມ່ນຖືກເກັບກຳໃນປີ 2017. ສະນັ້ນອາດມີບາງຂໍ້ມູນທີ່ບໍ່ຖືກຕ້ອງກັບການປະຕິບັດຕົວຈິງໃນປັດຈຸບັນ. ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ກົມການບິນພົນລະເຮືອນເພື່ອຂໍຂໍ້ມູນເພີ່ມຕື່ມ. |
|
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ການບິນພົນລະເຮືອນ (ສະບັບປັບປຸ) | 53/ສພຊ | 26.06.2018 | ພາກທີ II ການບິນພົນລະເຮືອນ ໝວດທີ 3 ສະໜາມບິນ ມາດຕາ 21 ແລະ 22 | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ລະບຽບການຄຸ້ມຄອງສະໜາມບິນ | ||||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ||||
| ແຜນຜັງການກໍ່ສ້າງ | ||||
| ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ | ||||
| ໃບຢັ້ງຍືນກ່ຽວກັບສິ່ງແວດລ້ອມ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 150 | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາໄວ້ ແຕ່ເຈົ້າໜ້າທີ່ແຈ້ງວ່າ ໄລຍະເວລາການພິຈາລະນາປົກກະຕິແມ່ນບໍ່ກ່າຍ 150 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາຂອງໃບອະນຸຍາດ ແຕ່ເຈົ້າໜ້າທີ່ແຈ້ງວ່າ ຕ້ອງໄດ້ມີການຕໍ່ອາຍຸໃບອະນຸຍາດທຸກ 24 ເດືອນ ດ້ວຍການປະຕິບັດຄືກັບຂັ້ນຕອນການຂຶ້ນທະບຽນສະໜາມບິນໃໝ່ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 3000000.00 | 2000000.00 | 0.00 | 5000000.00 |
| ຄຳເຫັນ |
ອີງຕາມ ລັດຖະດໍາລັດ 003/ປທ, |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 500000.00 | 0.00 | 50000.00 | 550000.00 |
| ຄຳເຫັນ |
ອີງຕາມ ລັດຖະດໍາລັດ 003/ປທ, |
|||





