ໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກ (ພາຫະນະ)
Business Operating License on Import and Export (Vehicle)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 01.06.2020 | |
| ພາກສ່ວນຮັບຜິດຊອບ | ກົມການຄ້າຕ່າງປະເທດ
(021452452; 021454224;) |
|
| LSIC | G - ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດດ້ານການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ |
|
| ເງື່ອນໄຂໃນການຂໍເອກະສານ |
ການນຳເຂົ້າພາຫະນະຕ້ອງມີເງື່ອນໄຂດັ້ງນີ້: ມາດຕາທີ 12: ການແຈ້ງຂຶ້ນທະບຽນວິສາຫະກິດຂອງທຸລະກິດນຳດເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ຕ້ອງເແຈ້ງຂຶ້ນທະບຽນວິສາຫະກິດຕາມກົດໝາຍວ່າດ້ວຍວວິາສາຫະກິດ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ. ທຶນຈົດທະບຽນຂອງວິສາຫະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກໃຫ້ປະຕິບັດດັ່ງນີ້: 1. ສີ່ຕື້ກີບຂຶ້ນໄປ ສຳລັບຍານພາຫະນະທາງບົກທີ່ມີສອງ ຫຼຶ ສາມລໍ້; 2. ຫ້າສິບຕື່ກິບຂຶ້ນໄປ ສຳລັບຍານພາຫະນະທາງບົກທີ່ມີາສີ່ລໍ້ຂຶ້ນໄປ. ມາດຕາ 13: ການຂໍອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ພາຍຫຼັງໄດ້ໃບຮັບທະບຽນວິສາຫະກີດແລ້ວ ກ່ອນການເຄື່ອນໄຫວທຸລະກິດ ຕ້ອງໄດ້ຂໍອະນຸຍາດດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ຕາມລະບຽບການທີ່ກະຊວງອຸດສະຫະກຳ ແລະ ການຄ້າໄດ້ວາງອອກ. ຕ້ອງໄດ້ເອກະສານຄົບຖ້ວນມໃນການການສະເໜີຂໍໃບອະນຸຍາດດຳເນິນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ. |
|
| ຄໍາເຫັນເພີ່ມເຕີມ |
ກ່ອນການອອກໃບອະນຸຍາດດຳເນີນທຸລະກິດ, ກົມ ຄຕ ຕ້ອງໄດ້ຮັບການຢັ້ງຢືນເປັນທາງ ການໂດຍຜ່ານຊ່ອງທາງອີເມລຈາກບໍລິສັດແມ່ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ໃບທະບຽນວິສາຫະກິດ | ຕົ້ນສະບັບ |
|||
| ຮູບ 3x4 | ບໍ່ໄດ້ກຳນົດໃນດຳລັດ 470 |
|||
| ໃບມອບສິດຈາກບໍລິສັດແມ່ ຫຼື ສາຂາທີ່ໄດ້ຮັບມອບສິດຈາກບໍລິສັດແມ່ | ||||
| ໜັງສືແນະນຳການຂໍອະນຸຍາດດຳເນີນທຸລະກິດຂອງເຈົ້າໜ້າທີ່ທະບຽນວິສາຫະກິດ | ຍົກເວັ້ນວິສາຫະກິດທີ່ມີທະບຽນແລ້ວ ແລະ ບໍ່ໄດ້ມີການເພີ່ມທຶນ ຫຼື ດັດແກ້ເນື້ອໃນຂອງໃບທະບຽນ ແມ່ນໃຫ້ປະກອບເອກະສານຫາກົມການນຳເຂົ້າ ແລະ ສົ່ງອອກເລີຍ ໂດຍບໍ່ຈຳເປັນຕ້ອງມີໜັງສືແນະນຳຈາກກົມທະບຽນວິສຫະກິດອີກ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ຖະໜົນໂພນໄຊ ບ້ານໂພນໄຊ ເມືອງໄຊເສດຖາ, ເລກໄປສະນີ 4107 ສປປລາວ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 5 | ດຳລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກເລກທີ 470/ລບ, ລົງວັນທີ 27/12/2019, ມາດຕາ 13 ຄືພາຍຫຼັງໄດ້ຮັບເອກະສານຄົບຖ້ວນແລ້ວ, ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ອອກໃບອະນຸຍາດດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ຊ້າສຸດບໍ່ໃຫ້ເກີນ 5 ວັນລັດຖະການນັບແຕ່ມື້ອອກໃບຮັບເອກະສານເປັນຕົ້ນໄປ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດບໍ່ມີອາຍຸ; ສະນັ້ນ, ຈະບໍ່ມີການຕໍ່ອາຍຸ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 50000.00 | 0.00 | 0.00 | 50000.00 |
| ຄຳເຫັນ |
ລັດຖະບັນຍັດ 002/ປປທ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 50000.00 | 0.00 | 0.00 | 50000.00 |
| ຄຳເຫັນ |
ບໍ່ມີ |
|||





