ໃບອະນຸຍາດປ່ອຍນ້ຳເປື້ອນ
Permit For Releasing Polluted and Wastewater
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 22.07.2020 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງມົນລະພິດ
|
|
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງກ່ອນຈະປ່ອຍນຳ້ເປື້ອນລົງສູ່ແຫຼ່ງນຳ້ ຕ້ອງຜ່ານການບຳບັດໃຫ້ໄດ້ມາດຕະຖານການປ່ອຍນຳ້ເປື້ອນ ແລະ ຕ້ອງຂໍອະນຸຍາດຈາກຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກົມຄວບຄຸມມົນລະພິດ |
|
| ເງື່ອນໄຂໃນການຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ທີ່ມີການນຳໃຊ້ນຳ້ ແລະ ມີການບຳບັດນ້ຳເປື້ອນທີ່ໄດ້ມາດຕະຖານສິ່ງແວດລ້ອມກຳນົດໄວ້ ເພື່ອທີ່ຈະປ່ອຍອອກສູ່ສິ່ງແວດລ້ອມພາຍນອກຕ້ອງໄດ້ຂໍໃບອະນຸຍາດ |
|
| ຄໍາເຫັນເພີ່ມເຕີມ |
ບໍ່ທັນມີບ່ອນອີງທາງດ້ານນິຕິກຳກ່ຽວກັບການເກັບຄ່າທຳນຽມໃນການປ່ອຍນຳ້ເປື້ອນ ພ້ອມທັງຄ່າໃບອະນຸຍາດ ແລະ ຄ່າທຳນຽມຕ່າງໆ ສະເໜີໃຫ້ປັບປຸງໃສ່ໃນດຳລັດເລກທີ 03/ປທ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ແຜນຄຸ້ມຄອງຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ | ||||
| ໃບຢັ້ງຢືນສິ່ງແວດລ້ອມ | ||||
| ແຜນການຄຸ້ມຄອງ ແລະ ບໍລິມາກການນຳໃຊ້ນຳ້ | ||||
| ແຜນວາດຂອງລະບົບບຳບັດນຳ້ເປື້ອນຳພ້ອມທັງເຕັກໂນໂລຊີໃນການບຳບັດ | ||||
| ຜົນຂອງການວິໄຈຄຸນະພາບນຳ້ທີ່ຜ່ານການບຳບັດແລ້ວ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄຸ້ມຄອງມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 60 | 1. ທົບທວນເອກະສານຕ່າງໆທີ່ປະກອບດ້ວຍໃບຄຳຮ້ອງ, ບົດລາຍງານດານຕິດຕາມກວດກາຄຸນະພາບນຳ້ທີ່ປ່ອຍອອກ, ບໍລິມານການນຳໃຊ້ນຳ້ທັງໝົດລວມທັງແຜນຝັງ, ເຕັກໂນໂລຊີຂອງລະບົບບຳບັດນ້ຳເປື້ອນ (ຄົ້ນຄວ້າຢູ່ຫ້ອງການຕ້ອງໃຫ້ສຳເລັດພາຍໃນ 10 ວັນລັດຖະການ) 2. ປະສານຫາພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າຂອງໂຄງການເພື່ອລົງເບິ່ງພື້ນທີ່ພາກສະໜາມຕົວຈິງ ພ້ອມທັງຈັດກອງປະຊຸມປຶກສາຫາລືກ່ອນພິຈາລະນາອອກໃບອະນຸຍາດ (ຕ້ອງໃຫ້ສຳເລັດພາຍໃນ 20 ວັນລັດຖະການ) 3. ທົບທວນເອກະສານຕ່າງໆ ແລະ ບັນການຕ່າງໆ ພ້ອມທັງລາຍງານຂັ້ນເທິງເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດໃນ ການພິຈາລະນາອອກໃບອະນຸຍາດ (ຕ້ອງໃຫ້ສຳເລັດພາຍໃນ 30 ວັນລັດຖະການ) |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ສາມເດືອນກ່ອນຈະສິ້ນສຸດອາຍຸການນຳໃຊ້ໃບອະນຸຍາດຕ້ອງໄດ້ປະກອບເອກະສານທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ໃບຄຳຮ້ອງ, ແຜນການຄຸ້ມຄອງ ແລະ ຕິດຕາມກວດກາຄຸນະພາບນຳ້ມີ່ປ່ອຍອອກ ແລະ ສະຫຼຸບຜົນຂອງການຈັດຕັ້ງປະຕິບັດແຜນການດັ່ງກ່າວນັບແຕ່ມື້ໄດ້ຮັບອະນຸຍາດ ແລະ ຄະນະວິຂາການຂອງກົມຄວບຄຸມມົນລະພິດຈະໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຮ່ວມກັບ ເຈົ້າຂອງໂຄງການລົງກວດກາພາກສະໜາມຕົວຈິງ ຫຼັງຈາກນັ້ນຈິ່ງພິຈາລະນາຕໍ່ໃບອະນຸຍາດໃນຄັ້ງຕໍ່ໄປ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 3000000.00 | 500000.00 | 0.00 | 3500000.00 |
| ຄຳເຫັນ |
ບໍ່ມັນທີບ່ອນອີງທີ່ຈະແຈ້ງທາງດ້ານນິຕິດຳ ກ່ຽວກັບການເກັບຄ່າທຳນຽມໃນການປ່ອຍນຳ້ເປື້ອນພ້ອມທັງຄ່າໃບອະນຸຍາດ ແລະ ຄ່າທຳນຽມຕ່າງໆແຕ່ອີງໃສ່ຂໍ້ 4 ຄ່າບໍລິການດ້ານສິ່ງແວດລ້ອມຕາມລັດຖະບັນຍັດຂອງປະທານປະເທດເລກທີ 03/ປທ. ສະນັ້ນ, ຈຶ່ງສະເໜີໃຫ້ບັນຈຸເຂົ້າໃສ່ໃນລັດຖະບັນຍັດສະບັບປັບປຸງໃໝ່ຕາມຄວາມເໝາະສົມ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





