ໃບອະນຸຍາດດຳເນີນທຸລະກິດດ້ານເຕັກໂນໂລຊີດິຈິຕ໋ອນ
License to Operate a Digital Technology Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 22.07.2020 | |
| ພາກສ່ວນຮັບຜິດຊອບ | 
                                                         | 
                                                |
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫຼື ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງດຳເນີນທຸລະກິດໃນຮູບແບບເຕັກໂນໂລຊີດິຈິຕ໋ອນຄື: 1. ການບໍລິການກ່ຽວກັບເຕັກໂນໂລຊິດິຈິຕ໋ອນເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ (IT), ພັດທະນາລະບົບຊອບແວ, ມາດຕະຖານຄວາມປອດໄພລະບົບເຕັກໂນໂລຊີຂໍ້ມູນຂ່າວສານ (Cloud computing, Big data, Block Chain, Data Center, Robotics... ), 2. ດ້ານທີ່ປຶກສາເຕັກໂນໂລຊີດິຈິຕ໋ອນ, 3. ການນຳເຂົ້າອຸປະກອນເຕັກນິກ ແລະ ລະບົບຊອບແວທີ່ກ່ຽວຂ້ອງກັບເຕັກໂນໂລຊີດິຈິຕ໋ອນ, 4. ການຝຶກອົບຮົມດ້ານເຕັກໂນໂລຊີດິຈິຕ໋ອນ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ໄດ້ຂຶ້ນທະບຽນການຄ້າແລ້ວ, 2. ບໍ່ມີປະຫວັດສໍ້ໂກງ, ບໍ່ຢູ່ໃນຂະບວນການລົ້ມລະລາຍ, ບໍ່ຢູ່ໃນຊ່ວງຖືກອາຍັດຊັບ ຫຼື ຖືກສານຕັດສິນເປັນຜູ້ກະທຳຜິດໃນຄະດີທີ່ມີລັກສະນະຄ້າຍຄືກັນ, 3. ມີເງິນຄ້ຳປະກັນຢູ່ທະນາຄານຂອງທຶນຈົດທະບຽນ, 4. ສະຖານທີ້ຕັ້ງໃນການປະກອບທຸລະກິດຈະແຈ້ງ  | 
                                                |
| ຄໍາເຫັນເພີ່ມເຕີມ | ||
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວິທະຍາສາດ ແລະ ເຕັກໂນໂລຊີ | 30/ສພຊ | 19.07.2013 | ມາດຕາ 1, 2, 3, 54, 55 | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | ||||
| ແຜນວາດທີ່ຕັ້ງຂອງວິສາຫະກິດ | ||||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ||||
| ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ | ||||
| ບົດລາຍງານວິຊາການ | ລາຍລະອຽດກ່ຽວກັບລະບົບໃຫ້ບໍລິການ  | 
                                                            |||
| ໃບຄຳຮ້ອງ | ||||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວຂອງອໍານວຍການ | ຫຼື ໜັງສືຜ່ານແດນຂອງຜູ້ອຳຍນວຍການ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ||
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາແຕ່ເຈົ້າໜ້າທີ່ແຈ້ງວ່າໄລຍະການພິຈາລະນາປົກກະຕິແມ່ນບໍ່ກາຍ 15 ວັນລັດຖະການ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 500000.00 | 100000.00 | 0.00 | 600000.00 | 
| ຄຳເຫັນ | 
                                                        ອີງຕາມເຈົ້າໜ້າທີ່ແນະນຳ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ບໍ່ມີ | 300000.00 | 100000.00 | 0.00 | 400000.00 | 
| ຄຳເຫັນ | 
                                                        ອີງຕາມເຈົ້າໜ້າທີ່ແນະນຳ  | 
                                                |||





