ໃບຢັ້ງຢືນການເປັນຕົວແທນປະກັນໄພ (ສຳລັບນິຕິບຸກຄົນ)
License to Establish the Insurance Agency (For legal entity)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 28.07.2020 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງວິສະຫະກິດລັດລົງທຶນ ແລະ ການປະກັນໄພ
|
|
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ນິຕິບຸກຄົນ ທີ່ມີຈຸດປະສົງເປັນຕົວແທນໃຫ້ແກ່ບໍລິສັດປະກັນໄພໃນການຂາຍ ແລະ ປະຕິບັດສັນຍາປະກັນໄພ ທີ່ໄດ້ຕົກລົງກັບບໍລິສັດປະກັນໄພພາຍໃຕ້ເງື່ອນໄຂທີ່ວ່າຕົວແທນປະກັນ ໄພບໍ່ໄດ້ຮັບເງິນເດືອນນຳບໍລິສັດປະກັນໄພແຕ່ໄດ້ຮັບຄ່າຕອບແທນທີ່ໄດ້ຕົກລົງກັນກັບບໍລິສັດປະ ກັນໄພ. ຕົວແທນປະກັນໄພ (ນິຕິບຸກຄົນ) ສາມາດເປັນຕົວແທນໃຫ້ແກ່ 1 ບໍລິສັດປະກັນໄພຕໍ່ 1 ປະເພດຂອງການປະກັນໄພເທົ່ານັ້ນ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ເປັນນິຕິບຸກຄົນທີ່ມີໃບອະນຸຍາດດຳເນີນທຸລະກິດໃດໜຶ່ງຖືກຕ້ອງຕາມລະບຽບ ກົດໝາຍຂອງ ສປປ ລາວ; 2. ມີສຳນັກງານຫ້ອງການ ແລະ ໂຄງປະກອບການຈັດຕັ້ງຢ່າງເປັນທາງການ; 3. ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານວິຊາຊີບ, ມີໃບຢັ້ງຢືນ ຫຼື ປະກາດສະນີຍະບັດທາງດ້ານການປະກັນໄພ; 4. ຕ້ອງມີປະກາສະນີຍະບັດທາງດ້ານການປະກັນໄພ, ມີໃບຢັ້ງຢືນຜ່ານການສອບ ເສັງ ຫຼື ຝຶກອົບຮົມວິຊາສະເພາະ; 5. ຕ້ອງມີທຶນຈົດທະບຽນຕ່ຳສຸດບໍ່ໃຫ້ຫຼຸດ 50 ລ້ານກີບ; 6. ມີສັນຍາໃນການເປັນຕົວແທນປະກັນໄພນຳບໍລິສັດປະກັນໄພໃດໜຶ່ງ; 7. ບໍ່ເຄີຍຖືກຖອນໃບອະນຸຍາດເປັນຕົວແທນປະກັນໄພ ໃນໄລຍະເວລາ 5 ປີກ່ອນວັນທີ່ຍື່ນຄຳຮ້ອງຂໍໃບອະນຸຍາດ. |
|
| ຄໍາເຫັນເພີ່ມເຕີມ |
1. ຕົວແທນປະກັນໄພ ທີ່ເປັນນິຕິບຸກຄົນຕ້ອງໄດ້ຮັບໃບຢັ້ງຢືນການເປັນຕົວແທນປະກັນໄພ ຈາກກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພກ່ອນ. 2. ຈຳເປັນຕ້ອງມີໃບທະບຽນວິສາຫະກິດໃກໜຶ່ງ ແລະ ຍື່ນເອກະສານຄຳຮ້ອງຂໍອະ ນຸຍາດດຳເນີນທຸລະກິດນຳກົມ ຄປລ, ກະຊວງການເງິນ 3. ການຊັກຊ້າໃນການຕໍ່ຂໍໃບອະນຸຍາດ ຈະຕ້ອງຖືກປັບໄໝ 1 ເຖິງ 10 ເທົ່າຂອງຄ່າທຳນຽມ, ຂຶ້ນກັບໄລຍະເວລາ ຂອງການຊັກຊ້າ (3 ເດືອນ ຫາ 6 ເດືອນ) |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສັນຍາການເປັນຕົວແທນ/ນາຍໜ້າຂອງບໍລິສັດປະກັນໄພ | ||||
| ໃບຢັ້ງຢືນການເຝິກອົບຮົມກ່ຽວກັບການປະກັນໄພ | ||||
| ສຳເນົາໜັງສືເດີນທາງຂອງອໍານວຍການ | ||||
| ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ||||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ||
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄຸ້ມຄອງວິສະຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດນີ້ ມີຜົນສັກສິດ 1 ປີ , ເລີ້ມຈາກວັນທີ 1 ມັງກອນ ເຖີງ ວັນທີ 31 ທັນວາ ແລະ ວິສາຫະກິດຕ້ອງຍື່ນຄຳຮ້ອງຂໍຕໍ່ໃບອະນຸຍາດ ແລະ ຊຳລະຄ່າທຳນຽມໃນການຕໍ່ໃບອະນຸຍາດ ພາຍໃນ 3 ເດືອນທຳອິດຂອງປີຕໍ່ໄປ (ບໍ່ໃຫ້ກາຍວັນທີ 31 ມີນາຂອງທຸກໆປີ). | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 1000000.00 | 20000.00 | 1020000.00 |
| ຄຳເຫັນ |
ອີງຕາມ ຄຳແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ເລກທີ 770/ກງ, ຄ່າແບບຟອມຄຳຮ້ອງ ແລະ ຄ່າອອກໃບສັ່ງມອບ (50,000 ກີບ) ໃນການອອກໃບອະນຸຍາດດຳເນີນ ທຸລະກິດຕົວແທນປະກັນໄພແມ່ນເກັບຕາມການເຂົ້າໄປຊື້ແບບຟອມ ແຕ່ບໍ່ໄດ້ກຳນົດຄ່າທຳນຽມແບບຟອມໄວ້ໃນລະບຽບການໃດໆ. ລວມຄ່າໃຊ້ຈ່າຍທັງໝົດເປັນ 1,070,000 ກີບ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 1000000.00 | 0.00 | 1000000.00 |
| ຄຳເຫັນ |
ອີງຕາມ ຄຳແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ເລກທີ 770/ກງ, ຄ່າແບບຟອມຄຳຮ້ອງ ແລະ ຄ່າອອກໃບສັ່ງມອບ (50,000 ກີບ) ແມ່ນເກັບຕາມການເຂົ້າໄປຊື້ ແບບຟອມ ແຕ່ບໍ່ໄດ້ກຳນົດຄ່າທຳນຽມແບບຟອມໄວ້ໃນລະບຽບການໃດໆ ລວມຄ່າໃຊ້ຈ່າຍທັງໝົດເປັນ 1,050,000 ກີບ |
|||





