ໃບຢັ້ງຢືນການກວດກາເຕັກນິກເຮືອ
Vessel Technical Inspection Certificate
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 31.08.2020 | |
| ພາກສ່ວນຮັບຜິດຊອບ | ພະແນກໂຍທາທິການ ແລະ ຂົນສົ່ງ
                                                         | 
                                                |
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ຜູ້ທີ່ມີຈຸດປະສົງ ຂໍກວດກາເຕັກນິກເຮືອ ຕ້ອງເປັນເຈົ້າຂອງເຮືອ ຊຶ່ງອາດແມ່ນບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງໃດໜຶ່ງດັ່ງລຸ່ມນີ້: - ພົນລະເມືອງລາວ; - ອົງການຈັດຕັ້ງຂອງລັດ, ເອກະຊົນລາວ;  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        - ພົນລະເມືອງລາວ; - ອົງການຈັດຕັ້ງຂອງລັດ, ເອກະຊົນລາວ;  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        • ເຮືອຂົນສົ່ງຜູ້ໂດຍສານ ແລະ ເຮືອຂົນສົ່ງສິນຄ້າລະຫວ່າງປະເທດທຸກຂະໜາດ 100 ໂຕນລົງມາ • ເຮືອປະເພດຕ່າງໆ ພາຍໃນປະເທດ: - ເຮືອຂົນສົ່ງໂດຍສານ ແລະ ເຮືອທ່ອງທ່ຽວຂະໜາດບັນຈຸ 100 ບ່ອນນັ່ງລົງມາ; - ເຮືອຂົນສົ່ງສິນຄ້າ ຂະໜາດບັນທຸກ 100 ໂຕນລົງມາ; - ເຮືອແພຮ້ານອາຫານຂະໜາດບັນຈຸ 100 ຄົນລົງມາ; - ເຮືອນແພ ເຮືອຂຸດຄົ້ນຫີນ-ແຮ່-ຊາຍ ແລະ ເຮືອກໍ່ສ້າງຂະໜາດນ້ອຍ 30 ໂຕນລົງມາ.  | 
                                                |
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ລະບຽບການ ກ່ຽວກັບການຂື້ນທະບຽນເຮືອ | 00177/ຍທຂ | 04.01.2013 | "" | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວ | ||||
| ຮູບ 3x4 | ||||
| ຮູບເຮືອ | ||||
| ໃບຄຳຮ້ອງຂໍອະນຸຍາດກວດກາເຕັກນິກເຮືອ | ||||
| ໜັງສືຊື້-ຂາຍ | ||||
| ເອກະສານນຳເຂົ້າເຮືອ ຫຼື ໃບຊື້ຂາຍຈັກ | ||||
| ໃບຢັ້ງຢືນທີ່ຢູ່ | ຂອງເຈົ້າຂອງເຮືອ  | 
                                                            |||
| ໃບຢັ້ງຢືນກວດກາເຕັກນິກເຮືອ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກໂຍທາທິການ ແລະ ຂົນສົ່ງ, ນະຄອນຫຼວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 7 | ການຄົ້ນຄ້ວາພິຈາລະນາ ໃບຄໍາຮ້ອງຂໍອະນຸຍາດກວດກາເຕັກນິກເຮືອ ແມ່ນການກວດກາເອກະສານປະກອບຄຳຮ້ອງ ຂໍກວດກາເຕັກນິກເຮືອ, ແບບເຮືອ ພາຍໃນ 07 ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ ເພື່ອແກ້ໄຂໃຫ້ສົມບູນ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | - ສໍາລັບໃບທະບຽນແມ່ນກໍາໜົດ 1 ປີ, ພາຍຫຼັງທີ່ໝົດກໍາໜົດພາຍໃນ 1 ປີ ຜູ້ປະກອບການຕ້ອງໄດ້ເຮັດໃບຄໍາຮອງສະເໜີຂໍກວດກາເຕັກນິກ ປະຈໍາປີ ແລະ ຄະນະກວດກາເຕັກນິກຈະໄດ້ລົງໄປກວດເບິ່ງສະພາບເຮືອຕົວຈິງ ຖ້າເຮືອບໍ່ຢູ່ໃນສະພາບປົກກະຕິ ຕ້ອງໄດ້ມີການດັດແກ້ ແລະ ສ້ອມແປງຄືນໃຫມ່ ໃຫ້ຢູ່ໃນສະພາບປົກກະຕິສາມາດເດີນເຮືອໄດ້; - ຜູ້ປະກອບການໄດ້ປະຕິບັດຕາມເງື່ອນໃຂຂ້າງເທີງນັ້ນ ແລະ ມອບພັນທະອາກອນໃຫ້ລັດຕາມກົດໝາຍທີ່ວາງໄວ້; | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 0.00 | 5000.00 | 5000.00 | 
| ຄຳເຫັນ | 
                                                        ອີງຕາມດຳລັດ 03/ປທ, ຄ່າທຳນຽມທີ່ອອກແມ່ນຂຶ້ນກັບຂະໜາດຂອງເຮືອຄື: 1. ເຮືອຂົນສົ່ງ - ຕ່ຳກວ່າ 5 ໂຕນ: ຄ່າບໍລິການວິຊາການ 20,000 ກີບ ແລະ ຄ່າທຳນຽມ 20,000 ກີບ - 5-15 ໂຕນ: ຄ່າບໍລິການວິຊາການ 25,000ກີບ ແລະ ຄ່າທຳນຽມ 50,000 ກີບ - 16-50 ໂຕນ:ຄ່າບໍລິການວິຊາການ 30,000 ກີບ ແລະ ຄ່າທຳນຽມ 60,000 ກີບ - 51-100 ໂຕນ:ຄ່າບໍລິການວິຊາການ 45,000 ກີບ ແລະ ຄ່າທຳນຽມ 80,000 ກີບ 2. ເຮືອໂດຍສານ - 15 ບ່ອນນັ່ງລົງມາ: ຄ່າບໍລິການວິຊາການ 10,000 ກີບ ແລະ ຄ່າທຳນຽມ 30,000 ກີບ - 16-50 ບ່ອນນັ່ງ: ຄ່າບໍລິການວິຊາການ 15,000 ກີບ ແລະ ຄ່າທຳນຽມ 40,000 ກີບ - 51-100 ບ່ອນນັ່ງ: ຄ່າບໍລິການວິຊາການ 20,000 ກີບ ແລະ ຄ່າທຳນຽມ 80,000 ກີບ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 0.00 | 5000.00 | 5000.00 | 
| ຄຳເຫັນ | 
                                                        ອີງຕາມດຳລັດ 03/ປທ, ຄ່າທຳນຽມທີ່ອອກແມ່ນຂຶ້ນກັບຂະໜາດຂອງເຮືອຄື: 1. ເຮືອຂົນສົ່ງ - ຕ່ຳກວ່າ 5 ໂຕນ: ຄ່າບໍລິການວິຊາການ 20,000 ກີບ ແລະ ຄ່າທຳນຽມ 20,000 ກີບ - 5-15 ໂຕນ: ຄ່າບໍລິການວິຊາການ 25,000ກີບ ແລະ ຄ່າທຳນຽມ 50,000 ກີບ - 16-50 ໂຕນ:ຄ່າບໍລິການວິຊາການ 30,000 ກີບ ແລະ ຄ່າທຳນຽມ 60,000 ກີບ - 51-100 ໂຕນ:ຄ່າບໍລິການວິຊາການ 45,000 ກີບ ແລະ ຄ່າທຳນຽມ 80,000 ກີບ 2. ເຮືອໂດຍສານ - 15 ບ່ອນນັ່ງລົງມາ: ຄ່າບໍລິການວິຊາການ 10,000 ກີບ ແລະ ຄ່າທຳນຽມ 30,000 ກີບ - 16-50 ບ່ອນນັ່ງ: ຄ່າບໍລິການວິຊາການ 15,000 ກີບ ແລະ ຄ່າທຳນຽມ 40,000 ກີບ - 51-100 ບ່ອນນັ່ງ: ຄ່າບໍລິການວິຊາການ 20,000 ກີບ ແລະ ຄ່າທຳນຽມ 80,000 ກີບ  | 
                                                |||





