ໃບອະນຸຍາດນຳເຂົ້າ-ສົ່ງອອກ
Import-Export Permit
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 08.10.2020 | |
| ພາກສ່ວນຮັບຜິດຊອບ | ກົມພິມຈໍາໜ່າຍ
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ນິຕິບຸກຄົນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນ ທີ່ມີຈຸດປະສົງນຳເຂົ້າສົ່ງອອກສິ່ງພິມ ແລະ ຜູ້ມີຈຸດປະສົງນຳເຂົ້າສິ່ງພິມມາຈຳໜ່າຍ, ແຈກຢາຍ ຫຼື ຮັບໃຊ້ |
|
| ເງື່ອນໄຂໃນການຂໍເອກະສານ |
1. ຕ້ອງເປັນຜູ້ຈຳໜ່າຍສິ່ງພິມປະເພດໃດໜຶ່ງ 2. ຕ້ອງເປັນຜູ້ໄດ້ຜ່ານການຮຽນ ຫຼື ຝຶກອົບຮົມວິຊາການພິມຈຳໜ່າຍໂດຍມີໃບຢັ້ງຢືຮ 3. ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງການພິມຈຳໜ່າຍ |
|
| ຄໍາເຫັນເພີ່ມເຕີມ |
ການນຳເຂົ້າສິ່ງພິມທຸກປະເພດຕ້ອງໄດ້ຮັບການຂໍອະນຸຍາດກ່ອນການນຳເຂົ້າ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບທະບຽນວິສາຫະກິດ | ||||
| ໃບອະນຸຍາດສ້າງຕັ້ງບໍລິສັດ ຫຼື ຮ້ານຈໍາໜ່າຍ | ||||
| ໃບຄຳຮ້ອງ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ສໍາເນົາບັດປະຈໍາຕົວ / ສໍາມະໂນຄົວ / ໜັງສືຜ່ານແດນ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ໃບຢັ້ງຢືນຮັບປະກັນ | ຕາມແບບຟອມຂອງກົມ |
|||
| ບັນຊີລະອຽດປຶ້ມ ຫຼື ສິ່ງພິມ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມພິມຈໍາໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 3 | ອີງຕາມເຈົ້າໜ້າທີ່ແນະນຳ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ສາມາດນຳໃຊ້ຄັ້ງດຽວ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 100000.00 | 0.00 | 200000.00 |
| ຄຳເຫັນ |
ຄ່າທຳນຽມແມ່ນຕາມທີ່ໄດ້ລະບຸໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ 003/ປປທ ມາດຕາ 51 ສ່ວນຄ່າບໍລິການແມ່ນອີງຕາມເຈົ້າໜ້າທີ່ແນະນຳ. - ແບບຟອມຄຳຮ້ອງແມ່ນຊື້ຢູ່ກົມພິມຈຳໜ່າຍ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





